ໃນວັນທີ 6 ພຶດສະພາ 2026 ທີ່ ເຊບູ, ປະເທດ ຟີລິບປິນ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຮ່ວມລະຫວ່າງເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ. ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້ ມີບັນດາຫົວຫນ້າເຈົ້າໜ້າທີ່ອາວຸໂສອາຊຽນ, ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ທີ່ຈະຈັດຂຶ້ນໃນວັນທີ 8 ພຶດສະພາ 2026 ທີ່ ເຊບູ, ຟີລິບປິນ. ພ້ອມນີ້, ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການສ້າງປະຊາຄົມອາຊຽນ, ຊຶ່ງໂດຍລວມມີຄວາມຄືບໜ້າ ໂດຍສະເພາະ ປີ 2026 ນີ້ ເປັນປີທຳອິດ ໃນການເລີ່ມຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ. ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບບັນດາບູລິມະສິດທີ່ອາຊຽນຈະໄດ້ດໍາເນີນ ພາຍຫຼັງທີ່ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ. ນອກນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບການກະກຽມສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້, ຄວາມຄືບໜ້າການຮ່ວມມື ລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ເປັນຕົ້ນແມ່ນ ການເຈລະຈາຮ່າງແຜນປະຕິບັດງານສະບັບໃໝ່ ແລະ ບັນດາຮ່າງຖະແຫຼງການຮ່ວມທີ່ກ່ຽວຂ້ອງ, ການກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຄູ່ເຈລະຈາ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໃນຂອບກອງປະຊຸມສຸດຍອດອາຊີຕາເວັນອອກ (EAS SOM) ແລະ ອາຊຽນບວກສາມ (APT SOM), ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຄູ່ເຈລະຈາ ທີ່ຈະຈັດຂຶ້ນໃນເດືອນກໍລະກົດ 2026, ການກະກຽມໃຫ້ແກ່ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ລັດເຊຍ ຄົບຮອບ 35 ປີ ທີ່ ຈະຈັດຂຶ້ນໃນວັນທີ 18 ມິຖຸນາ 2026 ທີ່ ກາຊານ, ລັດເຊຍ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ທີ່ຈະຈັດຂຶ້ນໃນເດືອນພະຈິກ 2026 ທີ່ ຟີລິບປິນ.

ກອງປະຊຸມຮ່ວມລະຫວ່າງເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ໄດ້ປຶກສາຫາລືກ່ຽວກັບການຍົກລະດັບກົນໄກປະສານງານລະຫວ່າງເສົາຄໍ້າຂອງອາຊຽນ ໂດຍເນັ້ນໃສ່ການເສີມສ້າງຄວາມສອດຄ່ອງດ້ານນະໂຍບາຍ ລະຫວ່າງເສົາຄໍ້າການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ເສດຖະກິດອາຊຽນ ເພື່ອຮອງຮັບການພັດທະນາແບບຍືນຍົງ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບຜົນກະທົບທີ່ເກີດຂຶ້ນຈາກສະພາບການໃນຕາເວັນອອກກາງ ໂດຍສະເພາະຄວາມສ່ຽງຈາກການເໜັງຕີງຂອງລາຄານໍ້າມັນ ແລະ ພະລັງງານ, ຄ່າຂົນສົ່ງທີ່ເພີ່ມຂຶ້ນ ແລະ ການຢຸດຊະງັກຂອງຕ່ອງໂສ້ການສະໜອງ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງທາງເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ ກໍຄື ຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃນອາຊຽນ. ພ້ອມນັ້ນ, ກອງປະຊຸມຍັງໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານພາຍໃຕ້ບັນດາແຜນວຽກງານອາຊຽນ, ພ້ອມທັງພິຈາລະນາແນວທາງໃນຕໍ່ໜ້າ ເພື່ອເສີມສ້າງຄວາມຢືດຢຸ່ນຂອງຕ່ອງໂສ້ການສະໜອງ ຄຽງຄູ່ກັບການຟື້ນຟູເສດຖະກິດຢ່າງຮອບດ້ານ ແລະ ເປັນຮູບປະທຳ ເພື່ອນຳສະເໜີຕໍ່ຜູ້ນຳອາຊຽນ ພິຈາລະນາ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48.


