ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ນຳພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

May 7, 2026

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ເຟີດິນານ ມາຄອດ ຈູເນຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດຟິລິບປິນ, ໃນຕອນເຊົ້າ ຂອງວັນທີ 7 ພຶດສະພາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງໄປສາທາລະນະລັດຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ຊຶ່ງກອງປະຊຸມ ຈະດໍາເນີນໃນລະຫວ່າງວັນທີ 7-8 ພຶດສະພາ 2026. ເຂົ້າຮ່ວມສົ່ງທ່ານ ນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ສປປ ລາວ ທີ່ສະໜາມບິນສາກົນວັດໄຕ ໃນຄັ້ງນີ້ມີ ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ອີລີຊະເບດ ທີທີ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດຟີລິບປິນ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ.
May be an image of one or more people, suit, dais, the Oval Office and newsroom May be an image of dais
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ