ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ວັນໄຊ ພອງສະຫວັນ ຕ້ອນຮັບເອກອັກຄະລັດຖະທູດອົສຕຣາລີ ແລະ ຕວັກກີ

May 13, 2026

ໃນວັນທີ 12 ພຶດສະພານີ້, ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເມແກັນ ຈອນສ (H.E. Ms. Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ໂອຢ່າ ຢ່າຊາຣ (H.E. Ms. Oya Yazar) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ທີ່ຫ້ອງວ່າການສູນກາງພັກ.
ໃນເວລາ 9:15 ໂມງ, ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານນາງ ເມແກັນ ຈອນສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ຢ່າງອົບອຸ່ນ ແລະ ຮູ້ສຶກປິຕິຍິນດີ ທີ່ໄດ້ພົບປະກັບ ທ່ານທູດ, ພ້ອມນີ້ກໍສະແດງຄວາມຊົມເຊີຍຕໍ່ທ່ານທູດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກລັດຖະບານ ແລະ ປະຊາຊົນອົສຕຣາລີ ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານຂອງສອງປະເທດ.
May be an image of the Oval Office and text
ໂອກາດນີ້, ທ່ານ ນາງ ເມແກັນ ຈອນສ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ວັນໄຊ ພອງສະຫວັນ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ທ່ານ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳ ແໜ່ງທີ່ສຳຄັນ; ພ້ອມນີ້ ທັງສອງທ່ານຍັງໄດ້ສົນທະນາແລກປ່ຽນກັນໃນຫຼາຍບັນຫາ, ນອກນີ້ ທ່ານທູດຍັງໃຫ້ຄວາມສົນໃຈຕໍ່ວຽກງານຕິດຕາມ, ກວດກາ ຢູ່ ສປປ ລາວ ອີກດ້ວຍ.
ເວລາ 10:30 ໂມງ, ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ພ້ອມສະແດງຄວາມຊົມເຊີຍ ທ່ານທູດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ຕວັກກີ ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ. ລັດຖະບານ ແຫ່ງ ສປປ ລາວ ຈະເຮັດວຽກຢ່າງໃກ້ຊິດຮ່ວມກັບ ທ່ານທູດ ກໍຄື ສະຖານທູດ ສາທາລະນະລັດ ຕວັກກີ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.
ໃນໂອກາດນີ້ທ່ານທູດທັງສອງ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ວັນໄຊ ພອງສະຫວັນ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ທ່ານ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງທີ່ສຳຄັນຂອງ ສປປ ລາວ.
ຂ່າວ: ຕູ່ນ່າ