ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງ ປກສ ເດີນທາງໄປຮ່ວມກອງປະຊຸມສອງຝ່າຍ ທີ່ຣາຊະອານາຈັກກຳປູເຈຍ

May 13, 2026

ວັນທີ 13 ພຶດສະພາ 2026, ທີ່ສະໜາມບິນສາກົນວັດໄຕ, ໄດ້ມີພິທີອອກສົ່ງ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເພື່ອເດີນທາງໄປຮ່ວມກອງປະຊຸມສອງຝ່າຍລະດັບລັດຖະມົນຕີ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະ ຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ,ໃຫ້ກຽດອອກສົ່ງຄະນະໃນຄັ້ງນີ້ ມີ ທ່ານ ກະຣອງ ພະນັງ ເອກອັກ ຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາ ຈັກກຳປູເຈຍ ປະຈຳ ສປປ ລາວ, ພ້ອມດ້ວຍ ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ຄະນະນຳ, ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
May be an image of one or more people, suit, newsroom and dais
​ກອງປະຊຸມສອງຝ່າຍ ໃນຄັ້ງນີ້, ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 14 ພຶດສະພາ 2026 ທີ່ ຣາຊະອານາ ຈັກກຳປູເຈຍ ເຊິ່ງຖືເປັນຂີດໝາຍສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງ ຊາດ ລາວ-ກຳປູເຈຍ ໂດຍສະເພາະ ການພົວພັນ ລະຫວ່າງ ສອງກະຊວງ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.ໃນກອງປະຊຸມ, ຄະນະຜູ້ແທນ ທັງສອງຝ່າຍ ຈະໄດ້ຮ່ວມກັນປຶກສາຫາລື, ຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານໃນໄລ ຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕາມບໍລິເວນຊາຍແດນ ແລະ ຮ່ວມກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຂອງສອງຊາດ ໃຫ້ດີຂຶ້ນເລື້ອຍໆ.
May be an image of one or more people and suit
​ການເຄື່ອນໄຫວຢ້ຽມຢາມ ແລະ ຮ່ວມກອງປະຊຸມຂອງຄະນະຜູ້ແທນຂັ້ນສູງ ກະຊວງ ປກສ ໃນຄັ້ງນີ້, ຍັງເປັນການສະແດງ ໃຫ້ເຫັນເຖິງໃນການເສີມສ້າງຄວາມໄວ້ເນື້ອເຊື່ອ ໃຈ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ. ຜົນສຳເລັດຂອງກອງປະຊຸມທີ່ຈະມາເຖິງນີ້ ຈະເປັນບ່ອນອີງທີ່ສຳຄັນໃຫ້ແກ່ກຳລັງວິຊາສະເພາະ ຂອງທັງສອງຝ່າຍ ໄດ້ສືບຕໍ່ປະສານສົມທົບ ແລະ ຜັນຂະຫຍາຍເນື້ອໃນຈິດໃຈການຮ່ວມມືໃຫ້ເປັນຮູບປະທຳ ແນໃສ່ເຮັດໃຫ້ພາກພື້ນມີຄວາມສັນຕິພາບ, ມີສະຖຽນລະພາບ ແລະ ສ້າງເງື່ອນໄຂອັນດີງາມໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ໃຫ້ຮຸ່ງເຮືອງສີວິໄລ.
No photo description available.
ຂ່າວ: ແກ້ວ ອຸເພັດ