ໃນໂອກາດທີ່ ທ່ານ ວະລາດິເມຍ ປູຕິນ ປະທານນາທິບໍດີຣັດເຊຍ ເດີນທາງຢ້ຽມຢາມຈີນທາງລັດຖະກິດລະຫວ່າງວັນທີ 19-20 ພຶດສະພາ 2026, ທ່ານ ສີວຽງເພັດ ເພັດວໍລະສັກ, ອະດີດເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາສະຫະພັນ ຣັດເຊຍ, ທັງເປັນຜູ້ອໍານວຍການສູນການສຶກສາເປີດກວ້າງຮຽນພາສາຣັດເຊຍ, ແລະ ຮອງປະທານສະມາຄົມເພື່ອການພັດທະນາເສດຖະກິດ-ສັງ ຄົມລາວ-ຣັດເຊຍ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ (CMG) ເມື່ອບໍ່ດົນມານີ້.
ທ່ານໄດ້ຕີລາຄາວ່າ: ການເດີນທາງຢ້ຽມຢາມຈີນຂອງປະທານນາທິບໍດີຣັດເຊຍໃນຄັ້ງນີ້ ຖືເປັນເຫດການສໍາຄັນທາງປະຫວັດສາດ ແລະ ເປັນຂີດໝາຍສໍາຄັນອັນເປັນມູນເຊື້ອລະຫວ່າງສອງປະເທດໃຫຍ່ຂອງໂລກ, ທັງຈະໄຂໜ້າປະຫວັດສາດໃໝ່ອີກຄັ້ງໃນສະພາບການຂອງໂລກທີ່ມີການຜັນແປຢ່າງສັບສົນ ເພາະການພົວພັນຮ່ວມມືລະຫວ່າງ ຈີນ-ຣັດເຊຍ ໃນຍຸກສະໄໝໃໝ່ ແມ່ນເຕັມໄດ້ດ້ວຍຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືກັນຢ່າງໃກ້ຊິດໃນຫຼາຍຂົງເຂດ ເຊັ່ນ: ດ້ານການເມືອງ, ເສດຖະກິດການຄ້າ ແລະ ອື່ນໆ. ການເດີນທາງຢ້ຽມຢາມຈີນຄັ້ງນີ້ ຈະເປັນສິ່ງທີ່ຄໍ້າປະກັນເຮັດໃຫ້ໂລກທີ່ມີຫຼາຍຂົ້ວ, ທັງຈະປະກອບສ່ວນເຮັດໃຫ້ປະເທດດ້ອຍພັດທະນາ ແລະ ປະເທດກໍາລັງພັດທະນາ, ໃນນັ້ນ ລວມທັງ ສປປ ລາວ ສາມາດກໍານົດເສັ້ນທາງເດີນຂອງຕົນໄດ້ຢ່າງຈະແຈ້ງ.

ການພົວພັນຈີນ-ຣັດເຊຍ ຖືເປັນຕົວແບບແຫ່ງການພົວພັນລະຫວ່າງປະເທດໃຫຍ່ແບບໃໝ່ ເພາະສອງປະເທດໄດ້ຮ່ວມມືກັນຢ່າງຊະນິດແໜ້ນ, ທັງໃນຂອບສອງຝ່າຍ ກໍຄື ໃນເວທີພາກພື້ນ ແລະ ສາກົນ, ພ້ອມນີ້ຜູ້ນໍາຂອງສອງປະເທດນີ້ ແມ່ນຍຶດໝັ້ນຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະກັນ, ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ.
ທ່ານຍັງໄດ້ຍົກໃຫ້ເຫັນ 4 ຂໍ້ລິເລີ່ມທົ່ວໂລກທີ່ເປັນຜະລິດຕະພັນສາທາລະນະທີ່ຈີນສະໜອງໃຫ້ແກ່ປະຊາຄົມໂລກ ແລະ ກໍເປັນຄວາມຮັບຮູ້ເປັນເອກະພາບກັນທີ່ສຳຄັນລະຫວ່າງຈີນ-ຣັດເຊຍໃນການດຳເນີນການຮ່ວມມື. ທ່ານກ່າວວ່າ: ໂລກປັດຈຸບັນ ແມ່ນເຕັມໄປດ້ວຍຄວາມສັບສົນວຸ້ນວາຍ, ເຮົາຕ້ອງມີລະບຽບໂລກ ເພາະວ່າແນວຄວາມຄິດຂອງບາງປະເທດທີ່ຫວັງຢາກເປັນຕໍາຫຼວດໂລກ ກໍຍັງບໍ່ລົດລະ ແລະ ຫວັງຢາກຫັນປ່ຽນລະບຽບໂລກໄປຕາມຈິດໃຈຂອງຕົນເອງ ໂດຍບໍ່ສົນລະບຽບໂລກທີ່ອົງການສະຫະປະຊາຊາດ ໄດ້ວາງອອກ. ການພົບປະລະຫວ່າງຜູ້ນໍາຂັ້ນສູງຈີນ-ຣັດເຊຍ ຄັ້ງນີ້ ຈະເປັນບາດກ້າວໃຫ້ລະບຽບສາກົນທີ່ມີຢູ່ປັດຈຸບັນ ສາມາດດັດປັບໃຫ້ຖືກກັບເປົ້າໝາຍຂອງມວນມະນຸດ ກໍຄືບັນດາສະຫະປະຊາຊາດທີ່ຕ້ອງການສັນຕິພາບ-ມິດຕະພາບ ແລະການຮ່ວມມືກັບທຸກປະເທດໃນໂລກ. ສີ່ຂໍ້ລິເລີ່ມທີ່ຈີນສະເໜີມານັ້ນແມ່ນຕິດພັນລະຫວ່າງສອງປະເທດຈີນ ແລະ ຣັດເຊຍ ກໍຄື ທົ່ວໂລກ. ໃນນີ້ ສະເພາະຂໍ້ລິເລີ່ມທີ່ ທ່ານ ສີ ຈິ້ນຜິງ ສະເໜີໃນກອງປະຊຸມຂອງອົງການຮ່ວມມືຊ່ຽງໄຮ ທີ່ຈັດຂຶ້ນຢູ່ທຽນສິນ, ທ່ານ ວະລາດີເມຍ ປູຕິນ ໄດ້ສະໜັບສະໜູນແນວຄວາມຄິດລິເລີ່ມນີ້ ແລະ ຍິນດີທີ່ຈະຮ່ວມມືກັບຈີນ.

ອະດີດເອກອັກຄະລັດຖະທູດລາວປະຈໍາຣັດເຊຍ ຍັງໄດ້ຍົກໃຫ້ເຫັນວ່າ: ການຮ່ວມມືຢ່າງເລິກເຊິ່ງລະຫວ່າງຈີນກັບຣັດເຊຍ ຈະເສີມຂະຫຍາຍບົດບາດສໍາຄັນຕໍ່ສັນຕິພາບ ແລະ ການພັດທະນາ ກໍຄື ການຮ່ວມມືດ້ານເສດຖະກິດການຄ້າຂອງລາວ ແລະ ພາກພື້ນຕາເວັນອອກສຽງໃຕ້. ທ່ານກ່າວວ່າ: ໃນຖານະເປັນສະມາຊິກອາຊຽນ, ສປປ ລາວ ມີບົດບາດສໍາຄັນທີ່ສຸດໃນການຮ່ວມມືກັບບັນດາປະເທດສະມາຊິກໃນອາຊຽນ ເຊິ່ງຍາມໃດກໍປະຕິບັດພັນທະສະເໝີຕົ້ນສະເໝີປາຍທີ່ຕິດພັນກັບແນວທາງການຕ່າງປະເທດ. ພັກ ແລະ ລັດຖະບານລາວ ສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດກັບປະເທດສະມາຊິກທີ່ເປັນຄູ່ເຈລະຈາກັບອາຊຽນ ເຊິ່ງເປັນສິ່ງໜຶ່ງທີ່ສ້າງພື້ນຖານອັນແໜ້ນແກ່ນ, ເປັນສິ່ງຄໍ້າປະກັນໃຫ້ຄວາມໝັ້ນຄົງໃນການພັດທະນາໃຫ້ມີຄວາມຍືນຍົງ ບໍ່ວ່າຈະຢູ່ພາຍພາກພື້ນ ແລະ ຢູ່ນອກພາກພື້ນກໍດີ.
ທ່ານກ່າວຕື່ມວ່າ: ກອງປະຊຸມສຸດຍອດຄັ້ງທໍາອິດທີ່ຕິດພັນກັບກຸ່ມເກີດໃໝ່ຂອງກຸ່ມບຣິກສ ພາຍຫຼັງໄດ້ຮັບສະມາຊິກໃໝ່ໃນກອງປະຊຸມທີ່ໄດ້ຈັດຢູ່ກາຊານຂອງຣັດເຊຍ ໃນນັ້ນ ການນໍາສູງສຸດຂອງສປປ ລາວກໍໄດ້ເຂົ້າຮ່ວມ. ທ່ານ ສີຈີ້ນຜິງ ໄດ້ຍົກຈຸດຢືນຂອງຈີນໃນການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຢ່າງໃຫຍ່ ຈີນ ແລະ ຣັດເຊຍ ຍິນດີໃຫ້ການຮ່ວມມືລະສະໜັບສະໜູນຊຸກຍູ້ການຮ່ວມມືໃນ 3 ຂົງເຂດສໍາຄັນ ຄື: ດ້ານການເມືອງ, ດ້ານເສດຖະກິດການຄ້າ-ການເງິນ ແລະ ການທະນາຄານ ແລະ ການແລກປ່ຽນວັດທະນະທໍາ. ແນ່ນອນສິ່ງທີ່ຜູ້ນໍາສູງສຸດຂອງສອງປະເທດໄດ້ກ່າວແມ່ນມີຄວາມໝາຍສໍາຄັນທີ່ສຸດບໍ່ວ່າຈະໄລຍະສັ້ນ ຫຼື ໄລຍະຍາວ ເພື່ອຊຸກຍູ້ໃຫ້ປະເທດຊະມາຊິກໃໝ່ ແລະ ຊ່ວຍຊຸກຍູ້ກົນໄກການເຊື່ອມໂຍງໃນຂົງເຂດນີ້ ເພື່ອເຮັດໃຫ້ວຽກງານຂອງບຣິກສ ເດີນໄປໜ້າດ້ວຍບາດກ້າວຜົນສໍາເລັດ ແລະ ຍິ່ງໃຫຍ່ກວ່າເກົ່າ.
ອະດີດທູດລາວປະຈໍາຣັດເຊຍ ກ່າວຢໍ້າວ່າ: ການຮ່ວມມືລະຫວ່າງຈີນ-ຣັດເຊຍ ຈະເປັນຕົວແບບອັນດີໃຫ້ກັບປະຊາຊາດໃນທົ່ວໂລກ, ຈະສ້າງໃຫ້ຄວາມໝັ້ນຄົງບໍ່ວ່າປະເທດໃດໜຶ່ງ, ປະ ເທດນອ້ຍ ຫຼື ປະເທດໃຫຍ່, ຈະເປັນຄວາມໝັ້ນຄົງໃນທົ່ວໂລກ ຍ້ອນວ່າສອງປະເທດນີ້ຈະເປັນເສົາຄໍ້າອັນແໜ້ນແກ່ນ ເປັນເສົາຄໍ້າທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບສູງ ແລະ ເປັນເສົາຄໍ້າທີ່ຮັບເອົາຄວາມຮັບຜິດຊອບສູງສຸດຕໍ່ຊະຕາກໍາຂອງປະຊາຊາດໃນທົ່ວໂລກ.
ໂດຍ: BT, ວສລ


