ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

May 21, 2026

ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນ​ວັນ​ທີ 21 ພຶດ​ສະ​ພາ 2026. ຕະຫຼອດໄລຍະ 3 ວັນ ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ບັນດາສະຫາຍສູນກາງ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນເລິກເຊິ່ງ, ກົງໄປກົງມາຕໍ່ການນໍາພາ-ຊີ້ນໍາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2026; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ຕໍ່ການສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນະຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ.

ພ້ອມກັນນັ້ນ ບັນດາສະຫາຍສູນກາງຍັງໄດ້ມີຄວາມເຫັນ ແລະ ເປັນເອກະພາບ ຮັບຮອງເອົາດ້ານຫຼັກການ ຕໍ່: ຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະໃໝ່ ແລະ ຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຕ້ານ, ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂພະຍາດອາດຍາສິດ, ສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງຈັກການຈັດຕັ້ງ ແລະ ໃນສັງຄົມ. ໂດຍໄດ້ມອບໃຫ້ຄະນະຮັບຜິດຊອບສືບຕໍ່ນຳໄປປັບປຸງໃຫ້ມີເນື້ອໃນຄົບຖ້ວນສົມບູນ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ມີຄໍ​າເຫັນຊີ້ນຳເນັ້ນໜັກຕື່ມບາງບັນຫາ ເພື່ອໃຫ້ບັນດາສະຫາຍສູນກາງ ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ດັ່ງນີ້:

ກົມການເມືອງ, ຄະນະເລຂາທິການສູນກາງພັກ ສືບຕໍ່ຊີ້ນໍາ, ຕິດຕາມ, ຊຸກຍູ້ ບັນດາກະຊວງ, ອົງການ, ນະຄອນຫຼວງ ແລະ ແຂວງ ໃນການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄື ມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງໆ ທີ່ສູນກາງວາງອອກ ໃຫ້ແທດຕົວຈິງ ແລະ ມີປະສິດທິຜົນ.

ສືບຕໍ່ຊີ້ນໍາໃຫ້ມີການແກ້ໄຂບັນຫາຕ່າງໆ ທີ່ຍັງຄົງຄ້າງ ໃຫ້ຕົກໄປເປັນກ້າວໆ ເປັນຕົ້ນ ແມ່ນບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຮັບປະກັນບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ ດ້ວຍມາດຕະການຮອງຮັບຕ່າງໆ, ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ ແລະ ອັດຕາແລກປ່ຽນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາ ຢາເສບຕິດ, ອາວຸດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ຂຸດຄົ້ນຊັບພະຍາກອນທໍາມະຊາດອື່ນໆທີ່ຜິດກົດໝາຍ, ສືບຕໍ່ປາບປາມ ແລະ ແກ້ໃຫ້ຕົກບັນຫາສະແກມເມີ, ຄໍເຊັນເຕີ້, ປຸ້ນຈີ້ຊີງຊັບ, ອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ.

ສືບຕໍ່ຊີ້ນໍາການປັບປຸງກົນໄກ, ແບບແຜນເຮັດວຽກ, ກົງຈັກ, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ຕົວຈິງ;

ເອົາໃຈໃສ່ປັບປຸງລະບົບການເມືອງ, ການຄຸ້ມຄອງ-ບໍລິຫານ ຂອງອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ ໂດຍສະເພາະຢູ່ຂັ້ນຮາກຖານ ຕ້ອງຮັບປະກັນໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການ ຂອງພາກລັດ ແລະ ອົງການປົກຄອງ ຕ້ອງບໍລິການຮັບໃຊ້ປະຊາຊົນ ໃຫ້ດີຂຶ້ນ, ມີຄວາມໂລ່ງລ່ຽນ ແລະ ມີຄວາມວ່ອງໄວ-ທັນສະພາບການ ໃຫ້ເປັນຮູບປະທຳ.

ສືບຕໍ່ຊີ້ນໍາການຄົ້ນຄວ້າ ແລະ ສະເໜີ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ເປັນວາລະແຫ່ງຊາດ ສະເໜີຕໍ່ສະພາແຫ່ງຊາດ ຮັບຮອງເອົາເພື່ອດໍາເນີນການປະຕິບັດໂດຍໄວ.

ສືບຕໍ່ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມ ຂອງວຽກງານອົງການພັກ ຂັ້ນສູນກາງ ຈໍານວນໜຶ່ງ ໃຫ້ສໍາເລັດຕາມແຜນ.

ຊີ້ນໍາການຄົ້ນຄວ້າ, ກະກຽມເນື້ອໃນບັນດາມະຕິ ຂອງຄະນະບໍລິຫານງານສູນກາງພັກ ທີ່ຈະນໍາສະເໜີ ຕໍ່ກອງປະຊຸມ ສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ໃນເດືອນສິງຫາ 2026.

ກົມການເມືອງ ຊີ້ນຳວຽກງານຮອບດ້ານ ຕາມແຜນ 6 ເດືອນທ້າຍປີ ແລະ ສືບຕໍ່ຊີ້ນຳການກະກຽມ ແລະ ດໍາເນີນກອງປະຊຸມສູນກາງ ຄັ້ງທີ 4 ສະໄໝ XII ໃນທ້າຍປີ ຕິດພັນກັບການດໍາເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານສູນກາງພັກ ປະຈຳປີ 2026, ໂດຍລົງເລິກຕີລາຄາຄວາມຮັບຜິດຊອບການເມືອງ ແລະ ໝາກຜົນຕົວຈິງ ໃນການນໍາພາຊີ້ນໍາວຽກງານ ທີ່ຕົນຮັບຜິດຊອບ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນ ຂອງກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວ່າ:

ບັນດາຫົວຂໍ້ ນຳມາປຶກສາຫາລື ແລະ ຮັບຮອງເອົານີ້ ແມ່ນປັດໄຈສໍາຄັນຂອງການເປັນພັກກຳອຳນາດ ທີ່ໝັ້ນຄົງ.

ມະຕິທີ່ຈະອອກປະຕິບັດ ແມ່ນມະຕິທີ່ແນໃສ່ປັບປຸງປ່ຽນແປງຄວາມເຂັ້ມງວດວິທີການນຳພາຂອງພັກ, ການບໍລິຫານຂອງລັດຖະບານ ແລະ ການກວດກາຕິດຕາມຂອງສະພາ, ການສ້າງກຳລັງແຮງທີ່ແທ້ຈິງຂອງອົງການຈັດຕັ້ງການເມືອງ, ສັງຄົມ, ອົງການຈັດຕັ້ງມະຫາຊົນ.

ການປະຕິບັດການຕົກລົງ ແລະ ມະຕິຂອງກອງປະຊຸມ ຄັ້ງທີ 3 ແມ່ນເປັນແກ່ນສານຂອງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ໃນຕອນທ້າຍ, ສະຫາຍ ເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ພ້ອມກັນເຊີດຊູຄວາມຮັບຜິດຊອບ​ຕໍ່ໜ້າ​ທີ່ການເມືອງ, ຕັ້ງໜ້າບຸກບືນສູ້ຊົນ, ສຸມ​​ສະ​ຕິ​ປັນຍາ, ເຫື່ອ​ແຮງ​ທັງ​ໝົດ ເຂົ້າ​ໃນ​ການນໍາພາ-ຊີ້ນຳ ການ​ຈັດຕັ້ງປະຕິບັດມະຕິ​ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ XII ຂອງພັກ ແລະ ມະຕິກອງປະຊຸມສູນກາງໃນ​ຄັ້ງ​ນີ້ ໃ​ຫ້​ມີ​ຜົນ​ສຳ​ເລັດ ເປັນຮູບປະທຳ ຕາມຄາດໝາຍທີ່ວາງໄວ້.