ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນກາງພັກ ຈັດພິທີເປີດຂະບວນການ ເພື່ອສ້າງຜົນງານຄຳນັບຮັບຕ້ອນກອງປະຊຸມໃຫ່ຍຜູ້ແທນສະມາຊິກພັກ ຄັ້ງທີ 6

May 22, 2026

ວັນທີ 22 ພຶດສະພາ 2026, ຄະນະໂຄສະນາອົບຮົບສູນກາງພັກ ຈັດພິທີເປີດຂະບວນການ ເພື່ອສ້າງຜົນງານຄຳນັບຮັບຕ້ອນກອງປະຊຸມໃຫ່ຍຜູ້ແທນສະມາຊິກພັກ ຄັ້ງທີ 6 ຂອງອົງຄະນະພັກ ຄະນະໂຄສະນາອົບຮົບສູນກາງພັກ ມີ ທ່ານ ສາຄອນ ພົມມະລາດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ພ້ອມດ້ວຍຫົວໜ້າກົມ ຮອງກົມ ສະມາຊິກພັກ ແລະພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ

ທ່ານ ສາຄອນ ພົມມະລາດ ມີຄໍາເຫັນວ່າ ເພືອເຮັດໃຫ້ຂະບວນການຄັ້ງນີ້ມີເນື້ອໃນເລິກເຊິ່ງ ແລະ ໄດ້ຮັບຜົນສຳເລັດຢ່າງເປັນຮູບປະທຳຫຼາຍຂຶ້ນ ໃນນາມຕາງໜ້າຄະນະພັກຄະນະນຳ ຮຽກຮ້ອງ ແລະ ປຸກລະດົມມາຍັງ ສະມາຊິກພັກ ແລະພະນັກງານລັດຖະກອນທົ່ວອົງຄະນະພັກຄະນະໂຄສະນາອົບຮົບສູນກາງພັກໃຫ້ສຸມໃສ່ 6 ວຽກສຳຄັນ ເຊັ່ນ: ຍົກສູງສະຕິທາງດ້ານການເມືອງ ຢ່າງໜັກແໜ້ນ ເພີ່ມທະວີຄວາມສາມັກຄີພາຍໃນເປັນປຶກແຜ່ນ ແຕ່ລະຮາກຖານພັກຕ້ອງສືບຕໍ່ອອກແຮງງານສ້າງຜົນງານ ເພີ່ມທະວີການປ້ອງກັນຄວາມສະຫງົບໃນຂອບເຂດຂອງຕົນຮັບຜິດຊອບ ສ້າງສະພາບແວດລ້ອມໃນເຂດສຳນັກງານອົງການໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.

ທ່ານ ສາຄອນ ພົມມະລາດ ມີຄໍາເຫັນຕື່ມວ່າ ກອງປະຊຸມໃຫ່ຍອົງຄະນະພັກ ຄະນະໂຄສະນາອົບຮົບສູນກາງພັກ ໃນຄັ້ງນີ້ເປັນເຫດການການເມືອງທີ່ສຳຄັນອີກວາລະໜຶ່ງເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ 5 ຜ່ານມາພ້ອມທັງຖອດຖອນບົດຮຽນ ແລະ ກຳນົດທິດທາງໜ້າທີ່ໃນຕໍ່ໜ້າບົນຈິດໃຈເພີ່ມທະວີບົດບາດການນຳພາຂອງອົງຄະນະພັກ ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງທັງເປັນບັ້ນທີ່ສຳຄັນໃນການຄັດເລືອກເອົາຄະນະບໍລິຫານງານພັກເປັນຄັນທຸງນໍາໜ້າໃນການຈັດຕັ້ງນໍາພາທົ່ວອົງຄະນະພັກ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫ່ຍ ໃນ 5 ປີຕໍ່ໜ້າກໍຄືໜ້າທີ່ການເມືອງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້