ມາຮອດປັດຈຸບັນຄະນະກຳມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ໂດຍສະເພາະບໍລິສັດ ລາວໂທລະຄົມ ໄດ້ຕິດຕັ້ງສັນຍານຢູ່ປາກຖໍ້າຜາຫີນບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ສຳເລັດແລ້ວ ສ່ວນອຸປະກອນປະຕິບັດວຽກພາກສະໜາມ ເປັນຕົ້ນ:ຈັກດູດນໍ້າ, ຈັກປັ່ນໄຟ, ເຄື່ອງດໍານໍ້າ, ເຄື່ອງຟື້ນຟູຊີບ ແລະອື່ນໆ ໂດຍລວມແມ່ນຄົບຊຸດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງຢູ່ພາຍໃນຖໍ້າ.

ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງແຂວງໄຊສົມບູນ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂງ ທັງເປັນຫົວໜ້າຄະນະທີມງານຕິດຕາມ, ແກ້ໄຂພາກສະໜາມ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 26 ພຶດສະພາ 2026 ຄະນະທີມງານກູ້ໄພ ຈະສືບຕໍ່ດຳເນີນການຄົ້ນຫາຈາກຈຸດທີ 6 ເພື່ອດໍານໍ້າເຂົ້າໄປ ຫາເນີນ 30 ອົງສາ ມີໄລຍະທາງປະມານ 30 ແມັດ. ແຕ່ພວກເຮົາຂາດບັ້ງອົກຊີຈໍານວນ 8-10 ບັ້ງ, ກຳລັງລໍຖ້າການສະໜັບສະໜູນຈາກ ພູເບ້ຍມາຍນິ້ງເຂົ້າມາຕື່ມອີກ. ເນື່ອງຈາກແຜນການໄປຮອດເນີນ 30 ອົງສາ ຈໍາເປັນຕ້ອງມີບັ້ງອົກຊີກຽມໄວ້ໃຫ້ທີມກູ້ໄພ. ນອກຈາກນີ້, ຍັງໄດ້ສືບຕໍ່ດູດນໍ້າອອກຕະຫຼອດ 24 ຊົ່ວໂມງ, ສ່ວນວຽກງານພາຍນອກໄດ້ກະກຽມພາຫະນະໄວ້ ລວມທັງອຸປະກອນການແພດສຸກເສີນໃຫ້ຮັບປະກັນ ຕະຫຼອດ 24 ຊົ່ວໂມງ ພ້ອມດຽວກັນນີ້ຄະນະຮັບຜິດຊອບພາກສະໜາມ ຍັງໄດ້ກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ:ອຸປະກອນຮັບໃຊ້ວຽກງານພາກສະໜາມ, ສະບຽງອາຫານ ແລະອື່ນໆ ເພື່ອອຳນວຍຄວາມສະດວກຢ່າງຮອບດ້ານໃຫ້ທີມງານຄົ້ນຫາ.ນອກຈາກນີ້,ຍັງມີອົງການຈັດຕັ້ງ, ຜູ້ປະກອບການຕ່າງໆ ເດີນທາງໄປມອບເຄື່ອງຊ່ວຍຊື່ງເປັນການປະກອບສ່ວນສໍາຄັນ ເຮັດໃຫ້ການປະຕິບັດວຽກງານຊ່ວຍເຫຼືອຄັ້ງນີ້ປະສົບຜົນສໍາເລັດ ແລະ ຊ່ວຍໃຫ້ຜູ້ປະສົບເຄາະຮ້າຍມີຄວາມປອດໄພກັບຄືນສູ່ຄອບຄົວ.



ປະຊາຊົນຈໍານວນ 7 ຄົນ ໄດ້ເຂົ້າໄປຊອກຢູ່ຫາກິນພາຍໃນຖໍ້າ ຊຶ່ງເປັນຖໍ້າທີ່ເລິກ ແລະ ແຄບ ບວກກັບສະພາບດິນຟ້າອາກາດບໍ່ເອື້ອອໍານວຍ ມີຝົນຕົກລົງມາຢ່າງບໍ່ຂາດສາຍ ເຮັດໃຫ້ບໍລິເວນປາກຖໍ້າ ແລະ ປ່ອງຖໍ້າ ມີນໍ້າອັ່ງນອງ ຈຶ່ງເປັນສາເຫດໃຫ້ທັງ 7 ຄົນ ບໍ່ສາມາດອອກມາຈາກຖໍ້າໄດ້ ນັບແຕ່ວັນທີ 20 ພຶດສະພາ 2026 ເປັນຕົ້ນມາ.



