ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ເຂົ້້າຮ່ວມພິທີເປີດນຳໃຊ້ ລະບົບ Agro-Link ຢ່າງເປັນທາງການ

May 30, 2026

ໃນຕອນຄໍ່າວັນທີ 28 ພຶດສະພາ 2026, ທີ່ໂຮງແຮມອຳມາຣີ, ນະຄອນຫຼວງວຽງຈັນ ໄດ້ມີພິທິເປີດການນໍາໃຊ້ Agro-Link ເພື່ອຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານໃຫ້ຮູ້ວ່າ: ເພື່ອແກ້ໄຂບັນຫາຄົງຄ້າງຕ່າງໆຜ່ານມາ, ທາງກະຊວງ ໄດ້ຄົ້ນຄວ້ານໍາໃຊ້ ລະບົບທີ່ທັນສະໄໝ ເຂົ້າມາຊ່ວຍໃນການຄຸ້ມຄອງ, ບັນທຶກລາຍງານ, ກວດກາຕິດຕາມ ແລະ ເຂົ້າເຖິງຂໍ້ມູນການນຳເຂົ້າ-ສົ່ງອອກສິນຄ້າກະສິກໍາ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ອັນສຳຄັນ ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການຈັດຕັ້ງຜັນຂະຫຍາຍ ມະຕິ 04/ກມສພ, ມະຕິ 05/ລບ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແມ່ນໄດ້ຖືກມອບໝາຍ ໃນການສົ່ງເສີມການຜະລິດຮັບໃຊ້ພາຍໃນ ແລະ ສົ່ງອອກໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດເວົ້າສະເພາະ, ເວົ້າລວມ ເພື່ອໃຫ້ສາມາດບັນລຸບັນດາຄາດໝາຍ ທີ່ລະບຸໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ທີ່ສະພາແຫ່ງຊາດຮັບຮອງ ໂດຍສະເພາະ ຮັກສາລະດັບການຂະຫຍາຍຕົວຂອງກະສິກໍາ ສະເລ່ຍ 4.1% ຕໍ່ປີ, ປະກອບສ່ວນໃນລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃຫ້ໄດ້ 20.7%, ການສົ່ງອອກສິນຄ້າກະສິກໍາ ໃຫ້ໄດ້ 1.9 ຕື້ໂດລາສະຫະລັດຕໍ່ປີ. ສະນັ້ນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈຶ່ງໄດ້ຮ່ວມມືກັບ ບໍລິສັດ AIDC ໃນການພັດທະນາລະບົບ Agro-Link ເພື່ອຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ທັງມີຄວາມເປັນເອກະພາບກັບຂະແໜງການກ່ຽວຂ້ອງ, ສາມາດລາຍງານຂໍ້ມູນໄດ້ຊັດເຈນ, ທັນເວລາ, ຫຼຸດຜ່ອນຕົ້ນທຶນ, ປະຢັດເວລາ-ຫຼຸດຂອດຂັ້ນ ຂອງຜູ້ປະກອບການ ໃນຂະບວນການສົ່ງອອກສິນຄ້າກະສິກໍາ ໄດ້ດີຂຶ້ນ.


ໃນຕອນທ້າຍພິທີ, ບັນດາທ່ານ ການນຳຂັ້ນສູງທີ່ເຂົ້າຮ່ວມ ໄດ້ໃຫ້ກຽດຂຶ້ນກົດປຸ່ມ ເພື່ອເປີດນຳໃຊ້ລະບົບ Agro-Link ຢ່າງເປັນທາງການ.
ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.