ວັນທີ 31 ພຶດສະພາ 2026, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການປົກຄອງນະຄອນຫຼວງວຽງຈັນ ຈັດກິດຈະກຳປູກຕົ້ນໄມ້ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈປູກຕົ້ນໄມ້ໃຫ້ໄດ້ຢ່າງໜ້ອຍ 1 ຕົ້ນ ຕໍ່ຄົນຕໍ່ປີ, ປູກຕົ້ນໄມ້ໃນວັນນີ້ເພື່ອລູກຫຼານໃນວັນໜ້າ ແລະ ຊ່ວຍກັນປູກຕົ້ນໄມ້ໃຫ້ເປັນປ່າເພື່ອເປັນສິນຄ້າ, ປົກປັກຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ” ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຢູ່ສວນສາທາລະນະເຈົ້າອານຸວົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳພັກ, ລັດ, ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຕາງໜ້າບັນດາກະຊວງ, ອົງການທຽບເທົ່າ, ທູຕານຸທູດ, ຄູ່ຮ່ວມພັດທະນາ, ອານຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມ ເຂົ້າຮ່ວມ.

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ ຂອງວັນປູກຕົ້ນໄມ້ ແຫ່ງຊາດ ແລະ ຜົນການຈັດຕັ້ງປະຕິບັດ ການປູກໄມ້ ໃນໄລຍະຜ່ານມາ ຊຶ່ງພັກ ແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ 1980 ເປັນຕົ້ນມາ ຊຶ່ງກົງກັບ ວັນເດັກນ້ອຍສາກົນ ເພື່ອປູກຈິດສໍານຶກໃຫ້ອະນຸຊົນ ແລະ ເຍົາວະຊົນ ກໍຄື ທົ່ວສັງຄົມ ເຫັນໄດ້ເຖິງ ຄວາມສໍາຄັນຂອງປ່າໄມ້, ເປັນການປຸກລະດົມທົ່ວປວງຊົນ ເຂົ້າຮ່ວມການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ເຮັດໃຫ້ປ່າໄມ້ ມີຄວາມອຸດົມສົມບູນ ກາຍເປັນທ່າແຮງການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ເພື່ອສ້າງຂະບວນການປູກຕົ້ນໄມ້ ໃນໂອກາດປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນທົ່ວປະເທດ ຕາມຈຸດພິເສດ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ. ນອກຈາກນີ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຍັງໄດ້ສົມທົບກັບ ອົງການປົກຄອງທ້ອງຖິ່ນ ມີແຜນການ ເກັບແກ່ນພັນໄມ້ໃຫ້ ໄດ້ 121 ໂຕນ, ກ້າເບ້ຍໄມ້ 25.100.000 ກວ່າເບ້ຍ ແລະ ປູກໄມ້ 50.000 ກວ່າເຮັກຕາ. ພ້ອມນີ້, ຢູ່ແຕ່ລະແຂວງ ແລະ ນະຄອນຫຼວງ ມີແຜນການຈັດງານວາງສະແດງເບ້ຍໄມ້ ເພື່ອສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ. ສໍາລັບປີນີ້, ໃນທົ່ວປະເທດ ມີແຜນການຈະຈັດພິທີ ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ໃນເນື້ອທີ່ ປະມານ 7.300 ກວ່າເຮັກຕາ, ຈະນໍາໃຊ້ ເບ້ຍໄມ້ ຈໍານວນ 4.516.000 ກວ່າເບ້ຍ. ສໍາລັບ ຢູ່ນະຄອນຫຼວງວຽງຈັນ ມີແຜນຈະປູກໄມ້ໃນເນື້ອທີ່ ປະມານ 50 ເຮັກຕາ ຢູ່ຕາມຈຸດຕ່າງໆ ລວມທັງ ເຂດທີ່ໄດ້ຮັບຜົນກະທົບຈາກໄຟໃໝ້ລາມປ່າ, ຊຶ່ງຊະນິດພັນໄມ້ ທີ່ຈະນໍາໄປປູກ ມີ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ ຈໍານວນ 80.000 ກວ່າເບ້ຍ.


