ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າໜ້າທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ສືບຕໍ່ຄົ້ນຫາຜູ້ປະສົບໄພຕິດທີ່ຍັງຕິດຄ້າງຢູ່ໃນຖໍ້າ

May 31, 2026

ມາຮອດປັດຈຸບັນ (31/05/2026) ເຈົ້າໜ້າທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ໄດ້ສືບຕໍ່ຄົ້ນຫາດຳເນີນການຄົ້ນຫາຜູ້ປະສົບໄພຕິດທີ່ຍັງຕິດຄ້າງຢູ່ໃນຖໍ້າບ້ານພັນໄຊ ເມືອງລ່ອງເເຈ້ງ ເເຂວງໄຊສົມບູນຢ່າງຕໍ່ເນື່ອງ ເພື່ອໃຫ້ພົບເຫັນ, ຊ່ວຍເຫຼືອ ແລະ ກອບກູ້ເອົາຊີວິດເຂົາເຈົ້າໃຫ້ໄດ້ຢ່າງປອດໄພໂດຍໄວທີ່ສຸດ ພາຍຫຼັງປະຕິບັດໜ້າທີ່ມາເປັນເວລາຫຼາຍກວ່າ 10 ວັນ ນັບເເຕ່ວັນທີ 19 ພຶດສະພາ 2026 ຜ່ານມາ ແລະ ສາມາດຊ່ວຍເຫຼືອຜູ້ຕິດຢູ່ໃນຖ້ຳດັ່ງກ່າວ ອອກມາໄດ້ຢ່າງປອດໄພແລ້ວ 5 ຄົນ.
ທ່ານ ນໍລະເສດ ປາລະສີງ ຫຼື ຄູເບັ້ນ ຜູ້ຊ່ຽວຊານມຸດນໍ້າຖໍ້າສາກົນ ຈາກປະເທດໄທ ທັງເປັນໜຶ່ງໃນໜ່ວຍງານຄົ້ນຫາຜູ້ປະສົບໄພທີ່ຕິດຄ້າງຢູ່ຖໍ້າບ້ານພັນໄຊ ເມືອງລ່ອງເເຈ້ງ ໃຫ້ຮູ້ວ່າ: ປະຕິບັດການຄົ້ນຫາຜູ້ປະສົບໄພຄັ້ງນີ້ ດໍາເນີນໄປດ້ວຍຄວາມຫຍຸ້ງຍາກຫຼາຍສົມຄວນ ເນື່ອງຈາກຖໍ້າມີຂະໜາດເເຄບ, ຍາວ, ບາງບ່ອນໄດ້ຄານເຂົ້າໄປ ປາກຖໍ້າມີນ້ຳຖ້ວມຂັງ ແລະ ໄດ້ນໍາເອົາຈັກສູບນໍ້າມາຕິດຕັ້ງເເລ້ວສູບນໍ້າອອກຕະຫຼອດເວລາ ພ້ອມທັງໄດ້ນໍາເອົາອົກຊີເເຊນເຂົ້າຊ່ວຍເພື່ອຫາຍໃຈ ເເຕ່ໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນຂອງລາວ ລວມເຖິງຜູ້ຊ່ຽວຊານຈາກຕ່າງປະເທດ ເຮັດໃຫ້ສາມາດນໍາເອົາ 5 ຄົນ ອອກມາຈາກຖໍ້າໄດ້ດ້ວຍຄວາມປອດໄພ, ເເຕ່ສິ່ງທີ່ຮີບຮ້ອນໃນປັດຈຸບັນນີ້ເເມ່ນກໍາລັງການວາງເເຜນສືບຕໍ່ຄົ້ນຫາຜູ້ທີ່ຍັງຕິດຄ້າງຢູ່ໃນຖ້ຳອີກ 2 ຄົນ ຢ່າງຮີບດ່ວນ ເນື່ອງຈາກພົບເຫັນຮ່ອງຮອຍວ່າ 2 ຄົນນີ້ຍັງມີຊີວິດຢູ່ ຈົນກວ່າຈະສໍາເລັດພາລະກິດ.


ຂະນະທີ່ນາງ ພວງ ຊຶ່ງເປັນເເມ່ຂອງທ້າວເບ ໜຶ່ງໃນຈໍານວນຜູ້ປະສົບໄພ 2 ຄົນ ທີ່ຍັງຕິດຄ້າງຢູ່ໃນຖໍ້າໄດ້ສະເເດງຄວາມຮູ້ສຶກວ່າ: ເສຍໃຈກັບເຫດການທີ່ເກີດຂຶ້ນ ຊຶ່ງເຫດການນີ້ເປັນອຸບັດເຫດຜ່ານມາລູກຊາຍຕົນເອງໄດ້ໄປຊອກຢູ່ຫາກິນຕາມຄວາມລຶ້ງເຄີຍໃນການດໍາລົງຊີວິດຂອງຄົນທີ່ອາໃສຢູ່ທ້ອງຖິ່ນ, ຫວັງວ່າເຈົ້າໜ້າທີ່ຈະສາມາດຊ່ວຍເຫຼືອ ແລະ ກອບກູ້ເອົາຊີວິດຂອງລູກຊາຍອອກມາໄດ້ຢ່າງປອດໄພ, ພ້ອມທັງສະເເດງຄວາມຂອບໃຈເປັນຢ່າງສູງຕໍ່ການຈັດຕັ້ງພັກ-ລັດ, ໜ່ວຍກູ້ໄພທຸກພາກສ່ວນທັງພາຍໃນ ເເລະ ຕ່າງປະເທດ ໂດຍສະເພາະໜ່ວຍກູ້ໄພຈາກປະເທດໄທທີ່ໃຫ້ການຊ່ວຍເຫຼືອຄອບຄົວຂອງຕົນເອງເປັນຢ່າງດີ.


ຂະນະດຽວກັນຜູ້ປະສົບໄພ 5 ຄົນ ທີ່ທີມງານກູ້ໄພສາມາດຊ່ວຍເຫຼືອອອກມາໄດ້ກ່ອນໜ້ານີ້ ປັດຈຸບັນໄດ້ຮັບການປິ່ນປົວຕາມຫຼັກວິຊາການເເພດ ເເລະ ໄດ້ຮັບການເບີ່ງເເຍງດູເເລຢ່າງໃກ້ຊິດຈາກເຈົ້າໜ້າທີ່ກ່ຽວຂ້ອງ ຊຶ່ງເຂົາເຈົ້າທັງໝົດພວມຟື້ນຟູສຸຂະພາບໃຫ້ເເຂງເເຮງດີຂຶ້ນເລື້ອຍໆ ແຕ່ສິ່ງທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນປັດຈຸບັນນີ້ເເມ່ນການຊ່ວຍເຫຼືອຜູ້ທີ່ຍັງຕິດຄ້າງຢູ່ໃນຖ້ຳຈໍານວນສອງຄົນຢ່າງຕໍ່ເນື່ອງ ໂດຍໄດ້ຮັບການສະໜັບສະໜູນຈາກພາກສ່ວນຕ່າງໆ ເຖິງວ່າສະພາບເສັ້ນທາງຈະເປັນພູສູງຊັນ ເເລະ ຫຍຸ້ງຍາກກໍ່ຕາມ ແຕ່ກໍບໍ່ເປັນອຸປະສັກຂອງໜ່ວຍງານກູ້ໄພແຕ່ຢ່າງໃດ ນັບຖືນ້ຳໃຈຂອງທຸກພາກສ່ວນທີ່ມີສ່ວນຮ່ວມປະຕິບັດງານຄັ້ງນີ້ ສູ້ໆ.


ເດດອາລຸນ ແກ້ວວິໄລ ນັກຂ່າວ ວສລ ລາຍງານຈາກເມືອງລ້ອງແຈ້ງ ແຂວງໄຊສົມບູນ