ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ຮ່ວມກິດຈະກໍາປູກຕົ້ນໄມ້ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ.

Jun 1, 2026

ວັນທີ 1 ມິຖຸນາ 2026 ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນຄົບຮອບ 101 ປີ ພາຍໃຕ້ຄຳຂວັນ “ສາຍໃຍລາວ-ຈີນ ປູກຕົ້ນໄມ້ເພື່ອເຊື່ອມສາຍພົວພັນ” ເພື່ອປຸກລະດົມຈິດສໍານຶກໃຫ້ທຸກພາກສ່ວນເຫັນຄວາມສໍາຄັນຂອງການອະນຸລັກ ແລະ ຟື້ນຟູຊັບພະຍາກອນປ່າໄມ້, ຮັກສາສິ່ງແວດລ້ອມ ແລະ ສ້າງທັດສະນີຍະພາບສີຂຽວ ໃຫ້ແກ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ມີທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
May be an image of text
ໂອກາດນີ້ ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງປະທານ ທັງເປັນຜູ້ປະຈຳການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ກ່າວເຖິງຄວາມສຳຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງພັກ ແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ຊຶ່ງກົງກັບວັນເດັກນ້ອຍສາກົນ. ທັງນີ້, ກໍເພື່ອປູກຝັງຈິດສຳນຶກ ໃຫ້ແກ່ອະນຸຊົນ, ເຍົາວະຊົນ ແລະ ປະຊາຊົນທຸກຊັ້ນຄົນ ໃຫ້ເຫັນເຖິງຄຸນຄ່າ ແລະ ຄວາມສຳຄັນ ຂອງປ່າໄມ້ທີ່ເປັນພື້ນຖານສຳຄັນ ຕໍ່ການດຳລົງຊີວິດ, ການຮັກສາລະບົບນິເວດ ແລະ ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ. ການອະນຸລັກ ແລະ ຟື້ນຟູພື້ນທີ່ສີຂຽວ ບໍ່ແມ່ນໜ້າທີ່ຂອງພາກລັດພຽງຝ່າຍດຽວ, ແຕ່ເປັນຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມກັນ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນກຳລັງສຳຄັນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາຕາມທິດສີຂຽວແບບຍືນຍົງ.
May be an image of text that says '植好活动 活 直 衍 衍特区 X 2026大 2026 11日 のど'
ກິດຈະກຳໃນຄັ້ງນີ້, ສະແດງເຖິງຄວາມຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ-ຈີນ ຊຶ່ງເປັນການສະເຫຼີມສະຫຼອງປີມິດຕະພາບ ລາວ-ຈີນ ໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ ຍັງເປັນການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ແລະ ວັນສິ່ງແວດລ້ອມສາກົນ ຄົບຮອບ 53 ປີ ທີ່ໃກ້ຈະມາເຖິງນີ້, ຢືນຢັນເຖິງຄວາມມຸ່ງໝັ້ນຂອງທຸກພາກສ່ວນ ໃນການຮ່ວມກັນປົກປັກຮັກສາຊັບພະຍາກອນທຳມະຊາດ, ຮັກສາສິ່ງແວດລ້ອມ ແລະ ສ້າງອະນາຄົດສີຂຽວ ເພື່ອຄົນຮຸ່ນປັດຈຸບັນ ແລະ ຄົນຮຸ່ນຕໍ່ໄປ.
ຂ່າວ: ຂປລ