ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດການເຜີຍແຜ່ເອກະສານສຳຄັນ ຂອງຂະແໜງສຶກສາທິການ ແລະ ກິລາ

Jun 5, 2026

ໃນຕອນເຊົ້າຂອງວັນທີ 05 ມິຖຸນາ 2026, ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດພິທີເຜີຍແຜ່ ແຜນຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ມີທ່ານ ທອງສະລິດ ມັງໜໍ່ເມກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ Soohyun Kim, ຫົວໜ້າອົງການ ຢູເນັດສະໂກ (UNESCO) ພາກພື້ນປະຈໍາບາງກອກ, ບັນດາທ່ານຮອງລັດຖະມົນຕີກະຊວງ-ອົງການ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຕາງໜ້າຄະນະຮັບຜິດຊອບ ໄດ້ລາຍງານໃຫ້ຊາບ ກ່ຽວກັບເຫດຜົນ-ຄວາມຈຳເປັນ ແລະ ຄວາມເປັນມາ ຂອງການຄົ້​ນ​ຄວ້າ​ຮ່າງ​ແຜນ​ຍຸດ​ທະ​ສາດ ແລະ ແຜນ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ​ ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ 2026-2040 ແລະ ​ນ​ະ​ໂຍ​ບາຍ​ຄູ​ແຫ່ງ​ຊາດ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນຄວາມໝາຍ-ຄວາມສໍາຄັນ ຂອງການເຜີຍແຜ່ ຍຸດທະສາດ, ແຜນພັດທະນາ ແລະ ນະໂຍບາຍໃນຄັ້ງນີ້, ທັງໄດ້ຍົກໃຫ້​ເຫັນ​ບົດ​ບາດ​ຄວາມ​ສຳ​ຄັນ ​ຂອງວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ​ນະ​ວັດ​ຕະ​ກຳ ທີ່​ເປັນ​ຕົວ​ຂັບ​ເຄື່ອນ​ເສດ​ຖະ​ກິດ-ສັງ​ຄົມ, ຕັດ​ສິນ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ, ຍົກ​ລະ​ດັບ​ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ຊ່ວຍ​ແກ້​ໄຂ​ສະ​ພາບ​ສິ່ງ​ແວດ​ລ້ອມ​ທີ່​ໂລກ​ກໍາລັງປະ​ເຊີນ​ຢູ່ໃນ​ປັດ​ຈຸ​ບັນ, ຊ່ວຍ​ສ້າງ​ສິ່ງ​ອຳ​ນວຍ​​ໃຫ້​ແກ່​​ການ​ບໍ​ລິ​ຫານ​ລັດ ແລະ ​ອື່ນໆ ເພື່ອປະກອບສ່ວນ ເຂົ້າໃນການປະຕິບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ-ສັງ​ຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.


ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມົງຄຸນ, ພ້ອມທັງ ເຂົ້າຮ່ວມປູກຕົ້ນໄມ້ ຕື່ມອີກ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.