ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພາລະກິດຊອກຄົ້ນ ແລະ ຊ່ວຍເຫຼືອຜູ້ປະສົບໄພ ຈໍານວນ 2 ຄົນ ທີ່ຍັງຕິດຄ້າງໃນຖໍ້າ ຢູ່ເມືອງລ້ອງແຈ້ງ ໄດ້ຢຸດຕິລົງ ເນື່ອງຈາກສະພາບດິນຟ້າອາກາດບໍ່ເອື້ອອຳນວຍ

Jun 6, 2026

ຄະນະກຳມະການຄຸ້ມຄອງໄພພິບັດແຂວງໄຊສົມບູນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຖະແຫຼງຂ່າວຢ່າງເປັນທາງການ ຕໍ່ສາທາລະນະຊົນຊາບວ່າ: ພາລະກິດຊອກຄົ້ນ ແລະ ຊ່ວຍເຫຼືອຜູ້ປະສົບໄພ ທີ່ຍັງຕິດຄ້າງໃນຖໍ້າ ຈໍານວນ 2 ຄົນ ຢູ່ເຂດບ້ານພັນໄຊ ເມືອງລ້ອງແຈ້ງ ແມ່ນໄດ້ຖືກປະກາດຢຸດຕິການປະຕິບັດການລົງແລ້ວ ໃນວັນທີ 6 ມິຖຸນາ 2026 ນີ້ ເນື່ອງຈາກສະພາບດິນຟ້າອາກາດບໍ່ເອື້ອອຳນວຍ.


ໃນນາມຕາງໜ້າຄະນະພັກ-ຄະນະກຳມະການປົກຄອງ ແຂວງໄຊສົມບູນ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງແຂວງ ທັງເປັນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຖະແຫຼງຂ່າວໃຫ້ຊາບວ່າ: ພາລະກິດຄົ້ນຫາຜູ້ປະສົບໄພຕິດຄ້າງໃນຖໍ້າ ໄດ້ດຳເນີນມາແຕ່ວັນທີ 22 ພຶດສະພາ ເຖິງວັນທີ 6 ມິຖຸນາ 2026 ຊຶ່ງພາລະກິດດັ່ງກ່າວ ແມ່ນບັນຫາພື້ນຖານ ແລະ ຄວາມເປັນຫ່ວງເປັນໃຍຂອງການນໍາພັກ-ລັດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ຈຶ່ງໄດ້ສ້າງເງື່ອນໄຂເອື້ອອໍານວຍ ເພື່ອຮັບເອົາການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກຫຼາຍພາກສ່ວນ ທັງການຈັດຕັ້ງລັດ ແລະ ສັງຄົມ ສະນັ້ນ ພາລະກິດຄັ້ງນີ້ ຈຶ່ງໄດ້ຮັບການສະໜັບສະໜູນດ້ານພາຫະນະເຕັກນິກ, ວັດຖຸອຸປະກອນ, ບົດຮຽນປະສົບການຂອງບຸກຄະລາກອນ ໜ່ວຍກູ້ໄພ ທັງພາຍໃນ ແລະ ຕ່າງປະເທດ. ນອກນັ້ນ ຍັງໄດ້ຮັບການຊ່ວຍເຫຼືອຈາກຜູ້ຊ່ຽວຊານສະມາຄົມນັກດຳນໍ້າໃນຖໍ້າ ຊຶ່ງລວມມີ 7 ປະເທດ ຄື: ໄທ, ແຟງລັງ, ມາເລເຊຍ, ອິນໂດນີເຊຍ, ຍີ່ປຸ່ນ, ຟຣັ່ງ ແລະ ອົດສະຕາລີ. ພ້ອມນີ້ກໍມີສະມາຄົມອາສາເພື່ອປະຊາຊົນ, ສະມາຄົມໃຈເຖິງໃຈ, ມູນນິທິສາຍໃຈລາວ, ໜ່ວຍກູ້ໄພຈິງໃຈ, ໜ່ວຍກູ້ໄພນະຄອນຫຼວງ ແລະ ທິມກູ້ໄພນາກນ້ອຍ.


ມາຮອດວັນທີ 27 ພຶດສະພາ 2026 ທິມກູ້ໄພສາມາດຄົ້ນພົບ ຈໍານວນ 5 ຄົນ ແລະ ໄດ້ຊ່ວຍເຫຼືອອອກມາຈາກຖໍ້າໄດ້ຢ່າງປອດໄພ ຈາກນັ້ນໄດ້ດຳເນີນການຟື້ນຟູສຸຂະພາບ ຈາກທິມແພດສຸກເສີກ ແລະ ສົ່ງຕໍ່ໄປປິ່ນປົວຢູ່ໂຮງໝໍເມືອງລ້ອງແຈ້ງ ມາຮອດປັດຈຸບັນ ທັງ 5 ຄົນ ມີສຸຂະພາບແຂງແຮງ ແລະ ປົກກະຕິດີ. ພາຍຫຼັງຄົ້ນພົບ 5 ຄົນ ແມ່ນຍັງອີກ 2 ຄົນ ທີ່ຍັງຕິດຢູ່ໃນຖໍ້າ ຊຶ່ງທິມກູ້ໄພກໍໄດ້ສືບຕໍ່, ວາງແຜນກະກຽມຄວາມພ້ອມຮອບດ້ານ ແລະ ດຳເນີນການຊອກຄົ້ນຕະຫຼອດມາ.
ຈົນມາຮອດວັນທີ 6 ພຶດສະພາ 2026 ອີງໃສ່ສະພາບຕົວຈິງເຫັນວ່າ ມີຫຼາຍປະກົດການຄວາມຫຍຸ້ງຍາກ ອັນໄດ້ພາໃຫ້ການດຳເນີນການຄົ້ນຫາ 2 ຄົນດັ່ງກ່າວ ພົບອຸປະສັກຫຼາຍປະການ ເປັນຕົ້ນ ສະພາບດິນຟ້າອາກາດບໍ່ເອື້ອອຳນວຍ, ມີຝົນຕົກຫຼາຍໃນເຂດດັ່ງກ່າວ, ເຖິງຈະເລັ່ງບໍລິຫານຈັດການນໍ້າ ກໍຄືເລັ່ງສູບນໍ້າອອກຈາກຖໍ້າຕະຫຼອດເວລາ ແຕ່ກໍບໍ່ສາມາດເຮັດໃຫ້ລະດັບນໍ້າໃນຖໍ້າຫຼຸດລົງ.
ອີງຕາມການວິເຄາະຂອງຜູ້ຊ່ຽວຊານດ້ານທໍລະນີສາດ ຂອງທິມກູ້ໄພໃຫ້ຮູ້ວ່າ: ປະກົດການທາງທຳມະຊາດໄດ້ມີຫຼາຍບັນຫາທີ່ເກີດຂຶ້ນ ເຊັ່ນ: ການຊຸດຕົວລົງຂອງຫີນຜາຢູ່ປາກຖໍ້າ, ພາຍໃນຖໍ້າ ມີຫີນຊາຍອັດຕັນແລວຖໍ້າ ອາດເກີດຈາກການໄຫຼຊຸຂອງນໍ້າຝົນ ໃນບໍລິເວນຖໍ້າ, ເຖິງວ່າທິມກູ້ໄພຈາກຫຼາຍພາກສ່ວນ ຈະມີຄວາມພະຍາຍາມ ເພື່ອຊອກຄົ້ນ ແລະ ກອບກູ້ເອົາ ທັງ 2 ອອກມາຈາກຖໍ້າ ແຕ່ກໍມີຄວາມສ່ຽງຕໍ່ຄວາມປອດໄພ ຂອງທິມກູ້ໄພ.
ສະນັ້ນ ຜ່ານຈາກການປະເມີນຂອງຜູ້ຊ່ຽວຊານ ແລະ ການປຶກສາຫາລືເປັນເອກະພາບ ຂອງຄະນະຮັບຜິດຊອບ ຈຶ່ງເຫັນຄວນຢຸດຕິການປະຕິບັດການຢູ່ພາຍໃນຖໍ້າ ເພື່ອຄວາມປອດໄພ. ສະນັ້ນ ໃນນາມປະທານຄະນະກໍາມະການຄຸ້ມຄອງໄພພິບັດ ແຂວງໄຊສົມບູນ ຊຶ່ງໄດ້ຕາງໜ້າໃຫ້ພັກ-ລັດ ແຕ່ລະຂັ້ນ ສະແດງຄວາມເສຍໃຈຕໍ່ຍາດຕິພີ່ນ້ອງ ທັງ 2 ຄອບຄົວ ທີ່ສູນເສຍໃນຄັ້ງນີ້ ແລະ ພ້ອມກັນນັ້ນກໍສະແດງຄວາມຂອບໃຈມາຍັງການຈັດຕັ້ງພັກ-ລັດ ແຕ່ສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ໃຫ້ຄວາມເປັນຫ່ວງເປັນໃຍ ແລະ ໃຫ້ທິດຊີ້ນໍາການດຳເນີນພາລະກິດຄົ້ນຫາ ແຕ່ຕົ້ນຕະຫຼອດມາ, ຂໍຂອບໃຈມາຍັງທິມກູ້ໄພ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ເສຍສະຫຼະສຸມທຸກກຳລັງແຮງ, ວັດຖຸອຸປະກອນຕ່າງໆ ເຂົ້າໃນພາລະກິດຄົ້ນຫາໃນຄັ້ງນີ້, ຂອບໃຈທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອ, ອຳນວຍຄວາມສະດວກ ໃນພາລະກິດຄັ້ງນີ້.
ຂໍ້ມູນ ແລະ ພາບ: ຈາກທິມນັກຂ່າວໂທລະພາບ ແຂວງໄຊສົມບູນ ປະຈໍາພາກສະໜາມ