ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 (3rd ASEAN Future Forum) ທີ່ ຮ່າໂນ້ຍ, ສສ ຫວຽດນາມ

Jun 9, 2026

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ເລ ມີງ ຮຶງ, ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 (3rd ASEAN Future Forum) ພາຍໃຕ້ຄໍາຂວັນ “ການສ້າງອະນາຄົດຮ່ວມກັນ: ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນເປັນແກນກາງ” (Shaping our future together: Peace, Prosperity, People-Centred), ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ມິຖຸນາ 2026 ທີ່ ຮ່າໂນ້ຍ, ສສ.ຫວຽດນາມ.
May be an image of text that says 'Prime Minister of Lao PDR 묶 KCADUMY ASEAN FUTI FORUM 20 DAV DAV ASEAN FUTURE FORUM 2026 AV HỌCVIỆNNGOẠIGIAO HOC VIÊN NGOẠI GIAO DIPLOMATIC DIPLOMATIC.ACADEMYOFVIETNA ACADEMY OF VIET NAM I DAV L 中 ASEAN FUTURE FORUM 2026' May be an image of text that says 'ASEAN FUTURE FORUM 2026 SHAPING OUR FUTURE TOGETHER: PEACE EACE-PROSPERITY-PEOPLECENTERED Ha Noi, 9 June 2026'
ກອງປະຊຸມເວທີອະນາຄົດອາຊຽນ ໄດ້ຈັດຕິດຕໍ່ກັນເປັນປີທີສາມ ເພື່ອສືບຕໍ່ປຶກສາຫາລືບັນຫາພົ້ນເດັ່ນ ທີ່ສົ່ງຜົນກະທົບຕໍ່ພາກພື້ນ ແລະ ສາກົນ, ລວມເຖິງກາລະໂອກາດ ແລະ ສິ່ງທ້າທາຍທີ່ອາຊຽນ ກຳລັງປະສົບພົບພໍ້ຢູ່ໃນປັດຈຸບັນ, ລະດົມແນວຄວາມຄິດ ແລະ ກິດຈະກຳ ເພື່ອຮັດແໜ້ນຄວາມສາມັກຄີ, ຄວາມເຂັ້ມແຂງ ແລະ ຄວາມເປັນແກນກາງຂອງອາຊຽນ, ເຊິ່ງຈະເປັນການປະກອບສ່ວນໃນການບັນລຸເປົ້າໝາຍ ວິໄສທັດປະຊາຄົມອາຊຽນ 2045 ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ໂດຍປີ່ນອ້ອມຫົວຂໍ້ຕ່າງໆຄື: ຄວາມເຂັ້ມແຂງ ແລະ ຄວາມສາມັກຄີ ໃນທ່າມກາງການປ່ຽນແປງຂອງໂລກ, ການສົ່ງເສີມຂໍ້ລິເລີ່ມຂອງອາຊຽນ ໃນການຕ້ານຂໍ້ຂັດແຍ່ງ, ແລະ ການນຳໃຊ້ປັນຍາປະດິດໃນອາຊຽນ: ບໍ່ຖິ້ມໃຜໄວ້ທາງຫຼັງ; ຮູບແບບການພັດທະນາ ໃນທ່າມກາງການປ່ຽນແປງຂອງໂລກ ແລະ ເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ ໃນສະພາບການໃໝ່.
May be an image of text that says 'ASEAN FUTURE FORUM 2026 SHAPING OUR FUTURE TOGETHER: PEACE PROSPERITY PEACE-PROSPERITY-PEOPLECENTERED PEOPLE-CENTERED Ha Noi, 9 June 2026' May be an image of wedding
ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ໄດ້ໃຫ້ກຽດກ່າວຄໍາເຫັນໃນພິທີເປີດຂອງກອງປະຊຸມດັ່ງກ່າວ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ມິຖຸນາ 2026 ຮ່ວມກັບ ນາຍົກລັດຖະມົນຕີຫວຽດນາມ, ນາຍົກລັດຖະມົນຕີ ກຳປູເຈຍ, ນາຍົກລັດຖະມົນຕີ ໄທ, ນາຍົກລັດຖະມົນຕີ ຕີມໍ ແລດສະເຕ ແລະ ເລຂາທິການໃຫຍ່ອາຊຽນ ກ່ຽວກັບ ວິໄສທັດສຳລັບອະນາຄົດຂອງ ປະຊາຄົມອາຊຽນ. ໃນນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນຄວາມຈຳເປັນ ໃນການສືບຕໍ່ຮັກສາຄວາມສາມັກຄີພາຍໃນອາຊຽນ ແລະ ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ເພື່ອກຽມພ້ອມຮັບມືກັບສິ່ງທ້າທາຍຕ່າງໆ ໃນສະພາບທີ່ຫຼາຍພາກພື້ນໃນໂລກ ຍັງສືບຕໍ່ຜັນແປຢ່າງໄວວາ ອັນໄດ້ສົ່ງຜົນກະທົບຕໍ່ ຄວາມໝັ້ນຄົງດ້ານພະລັງງານ ແລະ ການຮັບປະກັນສະບຽງອາຫານຂອງໂລກ, ຍົກສູງຄວາມເຂັ້ມແຂງຂອງອາຊຽນ ຢ່າງຮອບດ້ານ ໂດຍການພັດທະນາດ້ານເຕັກໂນໂລຊີ, ດີຈີຕອນ, ປັນຍາປະດິດ ໂດຍໝູນໃຊ້ເຂົ້າໃນຂົງເຂດການຮ່ວມມືດ້ານກະສິກໍາ ແລະ ການພັດທະນາກະສິກໍາອັດສະລິຍະ, ເຊິ່ງຈະປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນອະນາຄົດ, ເພີ່ມທະວີການຮ່ວມມືດ້ານການເຊື່ອມໂຍງ-ເຊື່ອມຈອດຢ່າງຮອບດ້ານ ເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ຮັບປະກັນໃຫ້ແກ່ການສະໜອງຕ່ອງໂສ້ການຜະລິດ ແລະ ເພີ່ມທະວີການຮ່ວມມືພາຍໃນອາຊຽນ ໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ.
May be an image of dais, crowd and text that says 'ASEAN መረ! FORUM ASEAM UTURE FORUM 2026 DAV HOC IÊN NGD NGOAIG GIAD ASEAN FUTURE FORUM 2026 SHAPING OUR FUTURE TOGETHER: PEACE PROSPERITT.PIOPLECENTERED ASEAN FORUM পভ H.E. Mr. LE MINH HUNG Prime Minister Viet Nam ASEAN FUTURE FORUM 2026 DAV DAV DAV DAV DAV 福 DAV HOC NIENN NGOAI GIAO oИ মদাসর DAV বি DAV ਮ DAV 。間'
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ຢ້ຽມຢາມທາງການ ເພື່ອປຶກສາຫາລືກ່ຽວກັບການຮັດແໜ້ນການຮ່ວມມືສອງຝ່າຍນໍາກັນກັບ ສສ.ຫວຽດນາມ.