ໃນວັນທີ 9 ມິຖຸນາ 2026, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ.ຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນຖານະປະທານກອງປະຊຸມ ທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອິຊຶມິ ນະກະມິດຊຶ (Ms. Izumi NAKAMITSU), ຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ ສະຫະປະຊາຊາດ (ສປຊ) ດ້ານວຽກງານການຫລຸດຜ່ອນອາວຸດ (UNODA), ໃນໂອກາດຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ຢູ່ ສສ.ຫວຽດນາມ.

ໃນການພົບປະຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຍິນດີ ທີ່ໄດ້ພົບປະກັບ ທ່ານ ນາງ ອິຊຶມິ ນະກະມິດຊຶ, ຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານວຽກງານ ຫລຸດຜ່ອນອາວຸດ ແລະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ອົງການ ສປຊ ທີ່ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດ ກັບ ສປປ ລາວ ໃນການກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍ ການເກືອບຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະມີຂຶ້ນຢູ່ ສປປ ລາວ ໃນເດືອນກັນຍາ 2026 ຈະມາເຖິງນີ້. ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ຄວາມຄືບໜ້າຂອງການກະກຽມ ຈັດກອງປະຊຸມດັ່ງກ່າວ ແລະ ໄດ້ເນັ້ນວ່າ ປະເທດລາວເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ ຢ່າງໜັກໜ່ວງທີ່ສຸດ, ສະນັ້ນ ສປປ ລາວ ຈຶ່ງໃຫ້ຄວາມສໍາຄັນຢ່າງສູງ ເພື່ອເຮັດໃຫ້ການຈັດກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ ທັງເປັນການເສີມຂະຫຍາຍຈຸດປະສົງທາງດ້ານມະນຸດສະທໍາຂອງສົນທິສັນຍາດັ່ງກ່າວ, ພ້ອມທັງຖືໂອກາດນີ້, ໄດ້ສົ່ງຄໍາເຊື້ອເຊີນຂອງ ສປປ ລາວ ເຖິງ ພະນະທ່ານ ອັນໂຕນີໂອ ກູເຕີເຣສ (H.E. Mr. Antonio Guterres), ເລຂາທິການໃຫຍ່ ອົງການ ສປຊ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ພ້ອມທັງສະເໜີໃຫ້ ສປຊ ສືບຕໍ່ສະໜັບສະໜູນ ສປປ ລາວ ໃນການກະກຽມຄວາມພ້ອມຮອບດ້ານ ເພື່ອເປັນເຈົ້າພາບຈັດກອງ ປະຊຸມສໍາຄັນຄັ້ງນີ້ ໃຫ້ໄດ້ຮັບຜົນສໍາເລັດ ຕາມລະດັບຄາດໝາຍ ເປັນຕົ້ນແມ່ນການຊຸກຍູ້ການເຂົ້າຮ່ວມຂອງ ຄະນະຜູ້ແທນຂັ້ນສູງຈາກປະເທດສະມາຊິກ, ປະເທດສັງເກດການ, ອົງການຈັດຕັ້ງສາກົນ ແລະ ອົງການກ່ຽວຂ້ອງ ອື່ນໆ, ການສະໜັບສະໜູນການຮັບຮອງເອົາເອກະສານສໍາຄັນຂອງກອງປະຊຸມ, ການຮັບປະກັນດ້ານສາທາລະ ນະສຸກ ແລະ ການປະສານງານເພື່ອຕອບໂຕ້ເຫດການສຸກເສີນ, ລວມທັງການສະໜັບສະໜູນທາງດ້ານວິຊາການ ແລະ ການໃຫ້ຄໍາແນະນໍາດ້ານຕ່າງໆ.

ໃນຂະນະດຽວກັນ, ທ່ານ ນາງ ອິຊຶມິ ນະກະມິດຊຶ, ຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານວຽກງານຫລຸດຜ່ອນອາວຸດ ກໍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້ເຊັ່ນດຽວກັນ ພ້ອມທັງ ໄດ້ຢືນຢັນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການກະກຽມເປັນເຈົ້າພາບຈັດກອງ ປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ແລະ ບັນດາກິດຈະກໍາປິ່ນອ້ອມ ໃຫ້ໄດ້ຮັບຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້.


