ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ

Jun 10, 2026

ໃນຕອນບ່າຍຂອງວັນທີ 9 ມິຖຸນາ 2026, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ.ຫວຽດນາມ, ສະຫາຍ ສອນໄຊ ສິີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ, ໃນໂອກາດເດີນທາງຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026.
May be an image of dais
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ.ຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຕີລາຄາສູງທີ່ ສະຫາຍ ໂຕ ເລິມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສສ.ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ XVI ຜ່ານມາ, ທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ໃນເດືອນກຸມພາ ທີ່ຜ່ານມາ ແລະ ຕີລາຄາສູງທີ່ ສະຫາຍຫວຽດນາມ ໄດ້ຈັດກອງປະຊຸມລະດັບສາກົນຕ່າງໆຜ່ານມາ ດ້ວຍຜົນສຳເລັດຢ່າງຈົບງາມ ອັນໄດ້ສ່ອງແສງໃຫ້ເຫັນເຖິງບົດບາດທີ່ພົ້ນເດັ່ນຂຶ້ນຂອງ ສສ.ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ນໍາເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄວາມຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ສະຫາຍ ໂຕ ເລິມ ແລະ ບັນດາສະຫາຍການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມທຸກສະຫາຍ. ນອກຈາກນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫຼອດມາ.
May be an image of dais and text
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນໂດຍຫຍໍ້ຂອງສອງປະເທດໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງຝ່າຍຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງໄດ້ຕີລາຄາຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ຊຶ່ງເຫັນວ່າ ສືບຕໍ່ມີການຂະຫຍາຍຕົວຕໍ່ເນື່ອງຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ, ໂດຍສະເພາະແມ່ນການພົບປະ, ແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ອັນພົ້ນເດັ່ນແມ່ນ ສອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ-ຫວຽດນາມ ໄດ້ສໍາເລັດການແລກປ່ຽນການຢ້ຽມຢາມລັດຖະກິດເຊິ່ງກັນ ແລະ ກັນ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຂອງຕົນ ຊຶ່ງເປັນການຢືນຢັນຄືນເຖິງການຖືສຳຄັນ ແລະ ບູລິມະສິດຕົ້ົນຕໍ ຕໍ່ສາຍພົວພັນ ແບບພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງທີ່ເຫັນວ່າ ການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ແລະ ມີຜົນສໍາເລັດສໍາຄັນຫຼາຍດ້ານ, ບັນດາໂຄງ ການຮ່ວມມືສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຊຶ່ງຫຼາຍໂຄງການຍຸດທະສາດ ມີຄວາມຄືບໜ້າຢ່າງຈະແຈ້ງ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານການເມືອງໃຫ້ແໜ້ນແຟ້ນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ; ເພີ່ມທະວີການຮັດແໜ້ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ໃນອະນາຄົດ; ເພີ່ມທະວີການຮ່ວມມືທາງດ້ານການສຶກສາ ເພື່ອຊ່ວຍສ້າງບຸກຄະລາກອນທີ່ມີຄຸນນະພາບແກ່ ສປປ ລາວ ໃຫ້ທ່ວງທັນກັບຍຸກສະໄໝໃໝ່; ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການຈັດບັນດາກິດຈະກໍາ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນປີ 2027 ທີ່ຈະມາເຖິງນີ້; ສືບຕໍ່ເອົາໃຈໃສ່ ແລະ ເພີ່ມທະວີການໂຄສະນາ ແລະ ສຶກສາອົບຮົມ ເພື່ອໃຫ້ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນໃໝ່ ໄດ້ເຂົ້າໃຈຢ່າງແທ້ຈິງເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ ຂອງສອງປະເທດ ລາວ-ຫວຽດນາມ; ພ້ອມທັງສືບຕໍ່ປະສານງານກັນຢ່າງໃກ້ຊິດ ໃນການແລກປ່ຽນບົດຮຽນ, ທັດສະນະ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
May be an image of dais, the Oval Office and text May be an image of dais and text
ໃນໂອກາດດຽວກັນນີ້, ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການຂອງ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດ ພາຍຫຼັງດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກສະໄໝໜຶ່ງ ພ້ອມທັງໄດ້ມີຄໍາເຫັນຊີ້ນໍາໃຫ້ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານຍຸດທະສາດທີ່ສໍາຄັນຂອງສອງປະເທດໃຫ້ປະກົດຜົນເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ແນໃສ່ນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.