ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມສຳມະນາວິທະຍາສາດສື່ມວນຊົນ

Jun 17, 2026

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມສຳມະນາວິທະຍາສາດ ສື່ມວນຊົນ ພາຍໃຕ້ຫົວຂໍ້: “ພັດທະນາວຽກງານສຶ່ມວນຊົນ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໃນຕອນເຊົ້າວັນທີ 16 ມິຖຸນາ 2026 ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມສູນກາງພັກ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I, ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຕາງໜ້າກົມກອງ, ກະຊວງ, ອົງການ ອ້ອມຂ້າງຂັ້ນສູນກາງ ທີ່ກ່ຽວຂ້ອງໃນຂະແໜງສື່ມວນຊົນທົ່ວປະເທດເຂົ້າຮ່ວມ.
May be an image of one or more people and text May be an image of one or more people and text
ສະຫາຍ ຄຳພັນ ເຜີຍຍະວົງ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າເນື້ອໃນຮ່າງບົດສະຫຼຸບການຕີລາຄາການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ແລະ ການກໍານົດທິດທາງ ລວມໄລຍະ 5 ປີຕໍ່ໜ້າ ຮອດປີ 2030; ພ້ອມນີ້ຍັງໄດ້ຄົ້ນຄວ້າລົງເລິກເນື້ອໃນຮ່າງມະຕິຂອງກົມການ ເມືອງສູນກາງພັກ ທີ່ຈະປ່ຽນແທນມະຕິ 36 ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ສື່ມວນຊົນ ໃນໄລຍະໃໝ່, ລົງວັນທີ 19 ມິຖຸນາ ປີ 1993 ພາຍຫຼັງເອກະສານດັ່ງກ່າວນີ້ ນໍາໃຊ້ມາເປັນເວລາຍາວນານສົມຄວນ. ສະນັ້ນ, ເພື່ອໃຫ້ສອດ ຄ່ອງກັບວຽກງານການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ຕ້ອງໄດ້ຄົ້ນຄວ້າປັບປຸງຄືນ; ກອງປະຊຸມ ຍັງໄດ້ລົງເລິກສອງເອກະສານສໍາຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ແລະ ຊື່ງຖືວ່າເປັນກອງປະຊຸມຄັ້ງທໍາອິດໃນປະຫວັດສາດ ຂອງວຽກງານສື່ມວນຊົນທົ່ວປະເທດ, ທີ່ສຸມໃສ່ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຂອງສື່ມວນຊົນໄລຍະຜ່ານມາ ແລະ ກໍານົດທິດທາງລວມຮອດປີ 2030 ເພື່ອໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.
May be an image of dais and text
ໂອກາດນີ້ ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ຮຽກຮ້ອງມາໃຫ້ເຂົ້າຮ່ວມກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບສູງ, ເອົາໃຈໃສ່ຄົ້ນຄວ້າ, ສຸມສະຕິປັນຍາ ເຂົ້າໃນການປະກອບຄຳຄິດຄຳເຫັນໃສ່ ຮ່າງບົດສະຫຼຸບ, ຮ່າງມະຕິ ທີ່ນໍາສະເໜີຜ່ານກອງປະຊຸມສໍາມະນາຄັ້ງນີ້ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ເລິກເຊິ່ງ ແລະ ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ.