ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ແລະ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ລາວ ຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້: “ລາວ-ອົດສະຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ ທ່າມກາງຄວາມບໍ່ແນ່ນອນດ້ານຍຸດທະສາດ” ໃນວັນທີ 18 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ບໍວອນທັດ ດວງຈັກ, ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ເບນິຕາ ຊັມເມີວິວ, ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ລາວ ມີຕາງໜ້າຈາກກະຊວງການຕ່າງປະເທດ, ນັກການທູດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເນັ້ນໜັກໃສ່ການແລກປ່ຽນຄໍາຄິດເຫັນ ແລະ ປຶກສາຫາລືກັນ ກ່ຽວກັບທັດສະນະຂອງວິຊາການລາວ ແລະ ອົດສະຕຣາລີ ກ່ຽວກັບກົນໄກການຮ່ວມມືແບບຫຼາຍຝ່າຍ ໃນໄລຍະທີ່ສະພາບການສາກົນມີຄວາມຜັນແປ, ຄວາມບໍ່ແນ່ນອນທາງດ້ານຍຸດທະສາດ ແລະ ຄາດຄະເນໄດ້ຍາກ. ຈາກນັ້ນ, ຕາງໜ້າຝ່າຍອົດສະຕຣາລີ ທ່ານ ສາດສະດາຈານກິຕິມະສັກ ຄາລາຍ ເທເຢີ (Carlyle Thayer) ຈາກມະຫາວິທະຍາໄລ ນີວຊາວວິວ ຫຼື UNSW ແຄນເບີຣາ ແລະ ທ່ານ ຜູ້ຊ່ວຍສາດສະດາຈານ ຊູ ທອມຊັນ (Sue Thompson) ຈາກມະຫາວິທະຍາໄລແຫ່ງຊາດ ອົດສະຕຣາລີໄດ້ນໍາສະເໜີບົດບາດ ແລະ ການເຄື່ອນໄຫວໃນຂອບການຮ່ວມມືແບບຫຼາຍຝ່າຍຂອງອົດສະຕຣາລີ ເຊັ່ນ: ຂອບສະຫະປະຊາຊາດ, ການຮ່ວມມືອິນໂດ-ປາຊີຟິກ, ອົດສະຕຣາລີ, ອັງກິດ ແລະ ສະຫະລັດອາເມລິກາ ຫຼື AUKUS, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ຫຼືCPTPP, ສັນ ຍາການຮ່ວມມືແບບຮອບດ້ານລະດັບພາກພື້ນ ຫຼື RCEP ແລະ ອື່ນໆ ພ້ອມນີ້ກອງປະຊຸມ ຍັງໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນ ແລະ ບົດບາດຂອງອົດສະຕຣາລີຕໍ່ອາຊຽນ, ນັບຕັ້ງແຕ່ປີ 1974 ເປັນຕົົ້ນມາ, ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືທີ່ມີຄວາມສໍາຄັນຂອງອົດສະຕຣາລີ, ຍົກລະດັບການພົວພັນໃຫ້ກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຂະຫຍາຍການຮ່ວມມືອອກຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ບົນພື້ນຖານການສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ. ກອງປະຊຸມ ຍັງໄດ້ຮັບຟັງການບັນຍາຍຈາກ ທ່ານ ວັດຖຸນິຍົມ ດວງມາລາ, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍສໍາຄັນ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ ແລະ ອົດສະຕຣາລີ ທີ່ມີມູນເຊື້ອຍາວນານ, ສອງຝ່າຍ ໄດ້ຮ່ວມມືກັນໃນຫຼາຍຂົງເຂດ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.


