ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

Jun 22, 2026

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 (The 20th Meeting of the Board of Advisory Council) ຫຼື BAC-20 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ມິຖຸນາ 2026 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນພາຍໃຕ້ການນຳພາຮ່ວມຂອງ ທ່ານ ໄຄຣູນ ຣີຊັນ ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດ ປະເທດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ປອ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ເຊິ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ (AMS) ແລະ ພາກເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.
May be an image of dais and text that says 'LAO LAOPDR PDR' May be an image of table, dais and text
ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ຫຼາຍວາລະທີ່ສຳຄັນ ໂດຍສະເພາະແມ່ນການຕິດຕາມຄວາມຄືບໜ້າຂອງແຜນວຽກບຸລິມະສິດທາງດ້ານເສດຖະກິດ (Priority Economic Deliverables – PED) ປະຈຳປີ 2025 ແລະ 2026 ຂອງ COSTI ເປັນຕົ້ນຜົນສຳເລັດໂຄງການເລີ່ມຕົ້ນທຸລະກິດເຕັກໂນໂລຊີອາຊຽນ (ASEAN Tech Startup Ignite) ໄລຍະທີ II ປີ 2025 ເຊິ່ງສະເໜີໂດຍປະເທດມາເລເຊຍ; ຄວາມຄືບໜ້າຂອງຮ່າງຖະແຫຼງການອາຊຽນ ວ່າດ້ວຍການສົ່ງເສີມການຮ່ວມມືດ້ານນະວັດຕະກຳ, ເຕັກໂນໂລຊີ ແລະ ວິທະຍາສາດອະວະກາດແລະ ແຜນງານພາກພື້ນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ວ່າດ້ວຍປັນຍາປະດິດ (AI) ໄລຍະທີ I ດ້ານສຸຂະພາບ ປີ 2026 ສະເໜີໂດຍປະເທດຟີລິບປິນ ພາຍໃຕ້ການເປັນປະທານຮ່ວມຂອງ ສປປ ລາວ. ນອກຈາກນີ້, ຄະນະຜູ້ແທນໄດ້ຮ່ວມກັນພິຈາລະນາຮັບຮອງເອົາຂໍ້ສະເໜີໝາກຜົນວຽກງານທີ່ສຳຄັນປະຈຳປີ 2027 (2027 AMD) ພາຍໃຕ້ ຂໍ້ລິເລີ່ມ ASEAN-EU Elevate ເພື່ອຍົກສູງຂີດຄວາມສາມາດຂອງຫ້ອງການຖ່າຍທອດເຕັກໂນໂລຊີອາຊຽນ ເຊິ່ງເປັນການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະພາບເອີຣົບ.
ໃນຂະນະດຽວກັນ, ກອງເລຂາອາຊຽນ (ASEC) ຍັງໄດ້ລາຍງານຄວາມຄືບໜ້າກ່ຽວກັບສະຖານະພາບທາງດ້ານການເງິນ ແລະ ການປະກອບສ່ວນເຂົ້າໃນກອງທຶນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (ASTIF) ພ້ອມທັງປະກາດແຜນການຮັບຂໍ້ສະເໜີໂຄງການພາຍໃຕ້ກອງທຶນ ASTIF Call 2026 ເພື່ອເປີດໂອກາດໃຫ້ບັນດານັກວິໄຈໃນອາຊຽນໄດ້ຍື່ນສະເໜີໂຄງການຮ່ວມມືດ້ານເຕັກໂນໂລຊີ.
May be an image of dais and text that says 'THE 20H MEETINGOF OF TH BOARD OF ADVISERS To THE ASEAN COMMITTEE SEAN.COMMITEEONSCIENCE, ON SCIENCE, TECHNOLOGY AND INNOV INNOVATION ATION (BAC-20 INNOVATION(BAC-20) 20) C-20) PDR ሚዮክክማምጣ INDONESIA'
ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນປະຕິບັດງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (APASTI) 2026-2035 ໃຫ້ມີປະສິດທິຜົນສູງສຸດ, ກອງປະຊຸມຍັງໄດ້ຮັບຟັງຄວາມຄືບໜ້າການພັດທະນາແຜງຄວບຄຸມການຕິດຕາມ ແລະ ປະເມີນຜົນ (M&E Dashboard) ພ້ອມທັງໄດ້ທົບທວນຂໍ້ກຳນົດໜ້າວຽກ (ToR) ຂອງບັນດາອົງກອນພາຍໃຕ້ການຊີ້ນຳຂອງ COSTI ເພື່ອໃຫ້ສອດຄ່ອງກັບທິດທາງການພັດທະນາໃນອະນາຄົດ.
ໃນຕອນທ້າຍຂອງກອງປະຊຸມ, ຄະນະຜູ້ແທນໄດ້ຮ່ວມກັນພິຈາລະນາຮັບຮອງເອົາບົດລາຍງານຂອງກອງປະຊຸມ BAC-20 ພ້ອມນີ້, ປະເທດຫວຽດນາມ ໄດ້ສະເໜີຕົວເປັນເຈົ້າພາບໃນການຈັດກອງປະຊຸມຄະນະກຳມະການທີ່ປຶກສາ BAC ຄັ້ງຕໍ່ໄປ.
ກອງປະຊຸມ BAC-20 ໄດ້ອັດລົງໃນມື້ດຽວກັນ ດ້ວຍຜົນສຳເລັດອັນຈົບງາມສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ ໃນການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຂັບເຄື່ອນເສດຖະກິດພາກພື້ນໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງຍືນຍົງ.