ກອງປະຊຸມສະຫຼຸບວຽກງານ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 05 ປີ (2026-2030) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ມິຖຸນາ 2026 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ. ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າ ຫສນຍ, ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າຂັ້ນສູນກາງ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງປະທານສູນກາງແນວລາວສ້າງຊາດ, ຕາງໜ້າບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດສອບແຫ່ງລັດ, ປະທານ-ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ຫົວໜ້າຫ້ອງວ່າການ-ຫົວໜ້າຫ້ອງການ ກະຊວງ-ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເພາະວ່າ ຈະໄດ້ຮ່ວມກັນຕີລາຄາຢ່າງຮອບດ້ານ ຕໍ່ຜົນສຳເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຫ້ອງວ່າການ ໃນໄລຍະ 5 ປີ (2021-2025) ໂດຍສະເພາະ ການຈັດຕັ້ງປະຕິບັດພາລະບົດບາດ-ໜ້າທີ່ ເປັນເສນາທິການ, ເປັນໃຈກາງປະສານງານ, ເປັນຜູ້ບໍລິການຮັບໃຊ້ໃຫ້ແກ່ລັດຖະບານ, ຄະນະນຳຂອງບັນດາກະຊວງ-ອົງການທຽບເທົ່າ, ການນຳຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເພື່ອສືບຕໍ່ຍົກຄຸນນະພາບຂອງວຽກງານໃຫ້ນັບມື້ສູງຂຶ້ນ; ພ້ອມກັນນັ້ນ, ກອງປະຊຸມຍັງ ຈະໄດ້ຮັບຟັງການເຜີຍແຜ່ບັນດານິຕິກໍາ ທີ່ຕິດພັນກັບລັດຖະບານ ຊຸດທີ X ແລະ ບົດປະກອບຄໍາເຫັນຈາກບັນດາຂະແໜງການຈໍານວນໜຶ່ງ ເປັນຕົ້ນ: ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X ສະບັບເລກທີ 29/ນຍ, ລົງວັນທີ 20 ເມສາ 2026, ຂໍ້ຕົກລົງ ວ່າດ້ວຍການແບ່ງວຽກ ລະຫວ່າງ ນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ ສະບັບເລກທີ 28/ນຍ, ລົງວັນທີ 20 ເມສາ 2026, ຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ກະຊວງ-ອົງການລັດທຽບເທົ່າກະຊວງ ລົງຊ່ວຍວຽກນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026; ຮ່າງແບບຟອມໂຄງຮ່າງລະບຽບການ ແລະ ກົນໄກການເຮັດວຽກ ຂອງບັນດາຂະແໜງ ການ/ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ແຂວງ; ຮ່າງແບບຟອມໂຄງຮ່າງບົດລາຍງານສະພາບພົ້ນເດັ່ນ ປະຈໍາເດືອນ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ; ວຽກງານປະສານງານ ເພື່ອກະກຽມໃຫ້ແກ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບ ຄະນະເລຂາທິການສູນກາງພັກ; ວຽກງານປະສານງານ ເພື່ອກະກຽມໃຫ້ແກ່ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບ ຄະນະລັດຖະບານ; ການເປັນເສນາທິການ ແລະ ປະສານງານ ໃນການກະກຽມໃຫ້ແກ່ການນໍາຂັ້ນສູງຂອງລາວ ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ແລະ ການຕ້ອນຮັບການນຳຂັ້ນສູງຕ່າງປະເທດ; ການເປັນເສນາທິການ ແລະ ປະສານງານ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ; ການປະສານງານ ໃນການແກ້ໄຂບັນຫາເຄັ່ງຮ້ອນ ທີ່ເກີດຂຶ້ນພາຍໃນແຂວງ; ການເປັນເສນາທິການ ແລະ ປະສານງານ ໃນວຽກງານກໍ່ສ້າງຮາກຖານການເມືອງ; ການເປັນເສນາທິການ ແລະ ປະສານວຽກງານ ໃນການປະຕິບັດດໍາລັດ 414/ລບ ກ່ຽວກັບນະໂຍບາຍພັດທະນາວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງ; ການເປັນເສນາທິການ ແລະ ປະສານວຽກງານ ໃນການແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ; ການເປັນເສນາທິການ ແລະ ປະສານວຽກງານ ໃນການຈໍລະຈອນ ແລະ ແກ້ໄຂເອກະສານພາຍໃນແຂວງ; ແລະ ວຽກງານພິທີການ ແລະ ການບໍລິການຮັບແຂກ ໃນເວລາການນໍາຂັ້ນສູງ ລົງຢ້ຽມຢາມແຂວງ. ນອກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການນຳສະເໜີບົດຮຽນ, ປະສົບການ ແລະ ຄວາມຊຳນານ ໃນການຈັດຕັ້ງປະຕິບັດວຽກງານຫ້ອງວ່າການ ຈາກອາດີດການນຳຂັ້ນສູງ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 01 ວັນເຄິ່ງ. ພິເສດ, ໃນຕອນທ້າຍຂອງການດໍາເນີນກອງປະຊຸມຄັ້ງນີ້ ແມ່ນຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຫ້ອງວ່າການ ໂດຍສະເພາະ ການເປັນເສນາທິການ, ເປັນໃຈກາງປະສານງານ ແລະ ບໍລິການຮັບໃຊ້ການນຳ ມີປະສິດທິພາບ ແລະ ປະສິດທິຜົນສູງ.

ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.


