ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ໂອ້ລົມ ຕໍ່ກອງປະຊຸມສະຫຼຸບວຽກງານ ຫສນຍ, ຫ້ອງການກະຊວງ-ອົງການ ແລະ ຫ້ອງວ່າການທ້ອງຖິ່ນ

Jun 24, 2026

ໃນຕອນເຊົ້າ ວັນທີ 23 ມິຖຸນາ 2026 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ສະຫຼຸບວຽກງານ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 05 ປີ (2026-2030) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ; ມີທ່ານ ປອ. ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າ ຫສນຍ, ຜູ້ຕາງໜ້າ ຈາກອົງການຈັດຕັ້ງພັກ-ລັດ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດສອບແຫ່ງລັດ, ປະທານ-ຮອງປະທານຄະນະກໍາມະການປົກຄອງ ທ້ອງຖິ່ນ, ຫົວໜ້າຫ້ອງການ ກະຊວງ-ອົງການທຽບເທົ່າ, ຫົວໜ້າຫ້ອງວ່າການ ອົງການປົກຄອງທ້ອງຖິ່ນ ໃນທົ່ວປະເທດ ພ້ອມດ້ວຍອາດີດການນຳ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.


ທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງການດຳເນີນກອງປະຊຸມຄັ້ງນີ້, ພ້ອມທັງ ຍົກໃຫ້ເຫັນ ສະພາບການພົ້ນເດັ່ນທີ່ເກີດຂຶ້ນ ໃນພາກພື້ນ ແລະ ສາກົນ, ທິດທາງ ແລະ ຄາດໝາຍລວມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ກໍ່ຄືບັນດາໜ້າວຽກຈຸດສຸມ ແລະ ຄາດໝາຍສູ້ຊົນ ຂອງລັດຖະບານ ຊຸດທີ X, ລວມທັງ ນະໂຍບາຍແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ການແກ້ໄຂຂໍ້ຄົງຄ້າງຕ່າງໆ. ໃນໂອກາດດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກ ຕໍ່ກອງປະຊຸມຕື່ມບາງດ້ານ ເປັນຕົ້ນ ຄະນະພັກ-ຄະນະນຳ ຕ້ອງຖືເອົາການນໍາພາ ການເມືອງແນວຄິດ ຂອງພະນັກງານ-ລັດຖະກອນ ເປັນບັນຫາສໍາຄັນ ໂດຍຄຳນຶງເຖິງຜົນໄດ້-ຜົນເສຍ ຂອງການປະຕິບັດແນວທາງນະໂຍບາຍຂອງພັກ-ລັດ; ມີສະຕິລະວັງຕົວ ຕໍ່ກົນອຸບາຍຂອງພວກສັດຕູ; ມີແບບແຜນ ແລະ ກົນໄກການເຮັດວຽກ ໂດຍສະເພາະ ການຕິດຕາມຊຸກຍູ້ ແລະ ລາຍງານຜົນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ແຈ້ງການ ທິດຊີ້ນໍາຂອງຂັ້ນເທິງ ໃຫ້ວ່ອງໄວ ແລະ ທັນການ; ສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດ ໃນການເປັນເສນາທິການຄົ້ນຄວ້າ ແລະ ມີຄໍາເຫັນ ໃຫ້ຖືກກັບຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ເພື່ອເຮັດໃຫ້ການຊີ້ນຳ ແລະ ຕົກລົງບັນຫາຂອງການນຳ ຖືກຕ້ອງ, ແທດຕົວຈິງ ແລະ ສາມາດປະຕິບັດໄດ້; ການຈໍລະຈອນ ແລະ ແກ້ໄຂເອກະສານຕ່າງໆ ຕ້ອງລະອຽດຊັດເຈນ, ວ່ອງໄວ ແລະ ທັນການ ໂດຍຫັນໄປສູ່ລະບົບທັນສະໄໝ; ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມກະທັດຮັດ ແຕ່ສາມາດຊ່ວຍວຽກການນໍາແຕ່ລະຂັ້ນ ເຄື່ອນໄຫວວຽກງານຢ່າງມີປະສິດທິພາບ, ປະສິດທິຜົນ; ສ້າງ ແລະ ນໍາໃຊ້ພະນັກງານ ຈາກພຶດຕິກຳ ແລະ ຄວາມສາມາດຕົວຈິງ ເພື່ອໃຫ້ມີຄວາມເປັນຊ່ຽວຊານ ແລະ ຊໍານານງານສະເພາະແຕ່ລະດ້ານ, ມີນໍ້າໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ສຸຂຸມ, ຮອບຄອບ, ມີໄຫວພິບ, ບໍ່ອຸ້ມວຽກ, ບໍ່ປະວຽກໃຫ້ຊັກຊ້າ ແລະ ບໍ່ຮຽກເອົາຜົນປະໂຫຍດສ່ວນຕົວ; ຕ້ອງຮັກສາຄວາມລັບ, ຊື່ສັດບໍລິສຸດ, ກ້າຫານ ແລະ ກົງໄປກົງມາ ຕໍ່ຄໍາເຫັນທີ່ສະເໜີຕໍ່ຂັ້ນເທິງ, ການສະເໜີຕ້ອງພາວະວິໃສ, ໜ້າເຊື່ອຖື; ຕ້ອງມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ມີການແລກປ່ຽນບົດຮຽນ, ຕໍານິຕິຊົມເຊິ່ງກັນ ແລະ ກັນ; ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ-ລັດຖະກອນ ທາງດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ຕາມທິດກໍ່ສ້າງພະນັກງານສືບທອດປ່ຽນແທນແຕ່ລະໄລຍະ, ພ້ອມທັງ ສັບຊ້ອນຈັດວາງ, ຍົກຍ້າຍພະນັກງານ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ຕາມທິດ ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ແທດເໝາະກັບຄວາມຮູ້ຄວາມສາມາດວິຊາສະເພາະ ຜູ້ໜຶ່ງຕ້ອງເຮັດໄດ້ຫຼາຍວຽກ. ນອກນັ້ນ, ທ່ານ ຍັງໄດ້ເນັ້ນໜັກບາງວຽກງານ ຕໍ່ອົງການປົກຄອງທ້ອງຖິ່ນ ຄື: ໃຫ້ສືບຕໍ່ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ບັນດານິຕິກໍາ ເປັນຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຄໍາສັ່ງ 06/ນຍ, ຄໍາສັ່ງ 11/ນຍ, ຄໍາສັ່ງ 15/ນຍ, ຄໍາສັ່ງ 40/ນຍ, ມະຕິ 165/ສພຊ ແລະ ອື່ນໆ; ເອົາໃຈໃສ່ຕິດຕາມ, ຊຸກຍູ້, ມີແຜນການ ແລະ ມາດຕະການຕ່າງໆ ຊ່ວຍເຫຼືອປະຊາຊົນໃນທ້ອງຖິ່ນຂອງຕົນ ໃຫ້ທັນກັບເວລາ ເພື່ອຮັບມືກັບໄພພິບັດ ແລະ ບັນຫາອື່ນ ທີ່ອາດຈະເກີດຂຶ້ນ ໃນຊ່ວງລະດູຝົນ ກໍ່ຄືລະດູແລ້ງ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການຜະລິດສິນຄ້າ, ການຄົມມະນາຄົມ ແລະ ອື່ນໆ; ຕິດຕາມ, ກວດກາ ແລະ ຊຸກຍູ້ ບັນດາໂຄງການລົງທຶນຢ່າງເປັນປົກກະຕິ, ພ້ອມທັງ ມີມາດຕະການເດັດຂາດ ຕໍ່ການລັກລອບຂຸດຄົ້ນຄຳຕົກຂ້ອນ, ລັກລອບຕັດໄມ້ ແລະ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ; ຄຸ້ມຄອງ ແລະ ຈັດເກັບລາຍຮັບຕ່າງໆ ໃຫ້ໄດ້ຕາມແຜນ, ຫັນການເກັບລາຍຮັບ ເຂົ້າສູ່ລະບົບທັນສະໄໝ ເທື່ອລະກ້າວ ເພື່ອຫຼຸດຜ່ອນການຮົ່ວໄຫຼຂອງງົບປະມານ; ປັບປຸງກົນໄກການປະສານງານກັບ ກະຊວງ-ອົງການ ຂອງສູນກາງ ທັງສາຍຕັ້ງ ແລະ ສາຍຂວາງ, ທັງມີລະບອບການລາຍງານ ຂໍທິດຊີ້ນຳຈາກຂັ້ນເທິງ ຢ່າງເປັນປົກກະຕິ.


ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.