ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາຊຽນ-ຈີນ ຢືນຢັນຄືນຄຳໝັ້ນສັນຍາຮ່ວມກັນ ໃນການຮັດແໜ້ນການຮ່ວມມືດ້ານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

Jun 25, 2026

ອາຊຽນ ແລະ ຈີນ ໄດ້ຢືນຢັນຄືນອີກຄັ້ງໜຶ່ງ ເຖິງຄຳໝັ້ນສັນຍາຮ່ວມກັນ ໃນການຮັດແໜ້ນການຮ່ວມມືດ້ານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການຊຸກຍູ້ການຄົ້ນຄວ້າຮ່ວມກັນ, ການສົ່ງເສີມການແລກປ່ຽນ ແລະ ເຄື່ອນຍ້າຍບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ການຍົກລະດັບການຖ່າຍທອດເຕັກໂນໂລຊີ ລະຫວ່າງ ອາຊຽນ ແລະ ຈີນ.
ກອງປະຊຸມຄະນະກຳມະການຮ່ວມມື ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ-ຈີນ ຄັ້ງທີ 13 ຈັດຂຶ້ນໃນຕອນບ່າຍວັນທີ 24 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາລາວ ແລະ ທ່ານ ນາງ ຫຼິນ ຊິນ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຈີນ. ນອກນີ້ຍັງມີຜູ້ແທນຈາກປະເທດສະມາຊິກອາຊຽນ ແລະ ຜູ້ແທນຈາກຈີນ ຕະຫຼອດຮອດຄູ່ຮ່ວມງານຈາກກອງເລຂາອາຊຽນເຂົ້າຮ່ວມ.
May be an image of one or more people, dais and text that says 'HE Mr. Kingmano PHOMMAHAXAY is welcomed to take the floor LAOPDR LAO PDR' May be an image of one or more people and dais
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ຕາງໜ້າໃຫ້ແກ່ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ສະແດງການຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມື ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ-ຈີນ ຄັ້ງທີ 13 ໃນຄັ້ງນີ້. ພ້ອມທັງຊີ້ໃຫ້ເຫັນວ່າ: ລາວ ໄດ້ກຳນົດເອົາຫົວຂໍ້: “ການຊຸກຍູ້ແຜນປະຕິບັດງານອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອອາຊຽນທີ່ເຂັ້ມແຂງ, ຍືນຍົງ ແລະ ມີຄວາມສາມາດໃນການແຂ່ງຂັນ ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາຮ່ວມກັນຂອງພວກເຮົາ ໃນການເລັ່ງລັດການພັດທະນາ ທີ່ຂັບເຄື່ອນດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ເພີ່ມທະວີຄວາມເຂັ້ມແຂງຂອງພາກພື້ນ ແລະ ຮັບປະກັນໃຫ້ອາຊຽນ ຍັງຄົງມີຄວາມສາມາດໃນການແຂ່ງຂັນ ໃນຍຸກສະໄໝແຫ່ງການຫັນປ່ຽນທາງດ້ານເຕັກໂນໂລຊີຢ່າງວ່ອງໄວ. ສປ ຈີນ ໄດ້ເປັນຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ເຊື່ອໝັ້ນໄດ້ສະເໝີມາຂອງອາຊຽນ ໂດຍໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຄົ້ນຄວ້າຮ່ວມກັນ, ການແລກປ່ຽນ ແລະ ເຄື່ອນຍ້າຍບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ, ການຖ່າຍທອດເຕັກໂນໂລຊີ ແລະ ການຮ່ວມມືທີ່ຂັບເຄື່ອນດ້ວຍນະວັດຕະກຳ. ໃນຂະນະທີ່ພວກເຮົາກຳລັງກ້າວໄປສູ່ການຈັດຕັ້ງປະຕິບັດແຜນປະຕິບັດງານ ສົກປີ 2026-2035, ກອງປະຊຸມຄັ້ງນີ້ ຈຶ່ງຖືເປັນໂອກາດອັນສຳຄັນ ໃນການທົບທວນຄືນຄວາມຄືບໜ້າ, ກຳນົດຂົງເຂດການຮ່ວມມືໃໝ່ໆ ແລະ ຮັດແໜ້ນຄຳໝັ້ນສັນຍາຮ່ວມກັນ ເພື່ອສ້າງລະບົບນິເວດ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ມີຄວາມຄ່ອງຕົວ ແລະ ພ້ອມຮັບມືກັບອະນາຄົດ.
May be an image of one or more people and dais May be an image of dais and text
ຜ່ານການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຮ່ວມກັນ ໃນຫົວຂໍ້ສຳຄັນຕ່າງໆຢ່າງຈິງຈັງ ແລະ ສ້າງສັນ ກອງປະຊຸມ ໄດ້ຢືນຢັນຄືນ ເຖິງຄຳໝັ້ນສັນຍາຮ່ວມກັນ ໃນການຮັດແໜ້ນການຮ່ວມມືດ້ານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການຊຸກຍູ້ການຄົ້ນຄວ້າຮ່ວມກັນ, ການສົ່ງເສີມການແລກປ່ຽນ ແລະ ເຄື່ອນຍ້າຍບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ການຍົກລະດັບການຖ່າຍທອດເຕັກໂນໂລຊີ ລະຫວ່າງ ອາຊຽນ ແລະ ຈີນ. ຄວາມພະຍາຍາມເຫຼົ່ານີ້ ຈະມີບົດບາດສຳຄັນ ໃນການສະໜັບສະໜູນການຈັດຕັ້ງປະຕິບັດແຜນປະຕິບັດງານ ສົກປີ 2026-2035 ແລະ ໃນການຂັບເຄື່ອນການເຕີບໂຕ ທີ່ນຳພາດ້ວຍນະວັດຕະກຳ ໃນທົ່ວພາກພື້ນ. ລາວ ຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ຮ່ວມມືກັບບັນດາປະເທດ ເພື່ອສ້າງອາຊຽນ ທີ່ມີຄວາມເຂັ້ມແຂງ, ຍືນຍົງ ແລະ ມີຄວາມສາມາດໃນການແຂ່ງຂັນ ໂດຍຜ່ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.