ໃນຕອນແລງວັນທີ 25 ມິຖຸນາ 2026, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫງວຽນ ຫື ເງຍ, ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງທ່ານ ຫງວຽນ ຫື ເງຍ ພ້ອມດ້ວຍຄະນະ, ພ້ອມທັງສະເໜີຝ່າຍຫວຽດນາມ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ອົງການກວດສອບແຫ່ງລັດລາວ ທາງດ້ານບົດຮຽນ, ປະສົບການ ແລະ ຄວາມຊໍານິຊໍານານ ເປັນຕົ້ນ ການກວດສອບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ການກວດສອບວິສາຫະກິດ, ການກວດສອບຂະແໜງການທະນາຄານ, ການກວດສອບຜົນການຈັດຕັ້ງປະຕິບັດ, ການກວດສອບການຂຸດຄົ້ນແຮ່ທາດ, ວຽກງານຕິດຕາມການແກ້ໄຂຜົນການກວດສອບ, ລວມທັງ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດດຽວກັນ, ທ່ານ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ຂອງສອງປະເທດ ມາແຕ່ດົນນານ ນັບມື້ສືບຕໍ່ໄດ້ຮັບການເພີມພູນຄູນສ້າງບໍ່ຢຸດຢັ້ງ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນສໍາເລັດອັນພົ້ນເດັ່ນ ໃນການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນໄລຍະຜ່ານມາ, ລວມທັງ ຜົນການພົບປະສອງຝ່າຍ ເຊິ່ງເປັນເອກະພາບກັນສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືແບບໃກ້ຊິດ, ເພີ່ມທະວີລົງເລີກແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ໃຫ້ການສະໜັບສະໜູນການຝຶກອົບຮົມ ໃນຫົວຂໍ້ຕ່າງໆ ທີ່ຈໍາເປັນ ແລະ ການແລກປ່ຽນບົດຮຽນດ້ານວິຊາການ ເປັນຕົ້ນ ການມີສ່ວນຮ່ວມໃນການພິຈາລະນາແຜນງົບປະມານແຫ່ງລັດ ແລະ ການຕິດຕາມຊຸກຍູ້ການແກ້ໄຂຜົນການກວດສອບ.


