ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ເເລະ ນະວັດຕະກໍາອາຊຽນ ຄັ້ງທີ 22

Jun 26, 2026

ກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ເເລະ ນະວັດຕະກໍາອາຊຽນ ຄັ້ງທີ 22 ທີ່ລາວຮັບກຽດເປັນເຈົ້າພາບຈັດຂຶ້ນໃນວັນທີ 26 ມິຖຸນາ 2026, ທີ່ໂຮງເເຮມຄຣາວພາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,ມີ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ເເລະ ຜູ້ເເທນກອງປະຊຸມຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.
May be an image of one or more people, newsroom, dais and text May be an image of dais and text
ໂອກາດນີ້ ທ່ານ ທອງສະລິດ ມັງໜໍ່ເມກ ມີຄໍາເຫັນວ່າ: ໄລຍະຜ່ານມາອາຊຽນໄດ້ໃຫ້ຄວາມກ້າວສໍາຄັນ ແລະ ຍົກສູງຄວາມຮ່ວມມືດ້ານການຄົ້ນຄວ້າວິໄຈ, ສ້າງນະວັດຕະກຳ, ການຫັນປ່ຽນໄປສູ່ດີຈີຕອນ ແລະ ພັດທະນາຄວາມອາດສາມາດຂອງບຸກຄະລາກອນ, ຜົນສຳເລັດເຫຼົ່ານີ້ໄດ້ສະທ້ອນເຖີງພະລັງແຫ່ງຄວາມເປັນຫນື່ງດຽວຂອງອາຊຽນ ແລະ ເປົ້າໝາຍຮ່ວມກັນໃນການສ້າງພາກພື້ນທີ່ມີຄວາມພ້ອມໃນອານາຄົດ, ລາວເຫັນວ່າອາຊຽນຄວນໃຫ້ຄວາມສຳຄັນແກ່ 3 ບັນຫາຕົ້ນຕໍ ເປັນຕົ້ນການຍົກລະດັບຄວາມເຂັ້ມແຂງຂອງພາກພື້ນດ້ວຍການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບມືກັບການປ່ຽນແປງຂອງສະພາບດີນຟ້າອາກາດ, ການຄຸ້ມຄອງໄພພິບັດ, ຄວາມຫມັ້ນຄົງທາງດ້ານສະບຽງອາຫານ ແລະ ພະລັງງານ ການກຽມພ້ອມດ້ານສາທາລະນະສຸກ; ສົ່ງເສີມຄວາມຍືນຍົງຜ່ານການພັດທະນາເຕັກໂນໂລຊີສີຂຽວ, ນະວັດຕະກຳດ້ານສີ່ງແວດລ້ອມ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີຄວາມຮັບຜິດຊອບ ເພື່ອສະໜັບສະໜູນວິໄສທັດປະຊາຄົມອາຊຽນ 2045, ພ້ອມທັງເພີ່ມຂີດຄວາມສາມາດໃນການແຂ່ງຂັນສົ່ງເສີມການປ່ຽນຜ່ານໄປສູ່ດິຈິຕອນ, ສະໜັບສະໜູນລະບົບນິເວດນະວັດຕະກຳ ແລະ ກະກຽມກຳລັງຄົນໃຫ້ມີທັກສະທີ່ສອດຄ່ອງກັບເສດຖະກິດແຫ່ງອານາຄົດ ເເລະ ອື່ນໆ.
May be an image of ‎one or more people and ‎text that says '‎4ИTE" عن THE 89 MI THE 22D ASEAN MINISTERIAL MEETING ON SCIENCE, TECHNOLOGY AND INNOVATION (AMMSTI-22) W.COMMITEONSCIENCE,TECHNOLOGYAND ΟΜИΤΤEE SCIENCE, TECHNOLOGY AND U 0ג ANI -LATEL 준4‎'‎‎ May be an image of text that says 'THE 89TH THE89MEET MEET H 22ND THE22ND ASEAN MINISTERIAL MEETING ON SCIENCE, TECHNOLOGY AND INNOVATION (AMMSTI-22 -22) ISEAN MMITTEEON ON SCIFNCE, TECHNOLOGY AND ONCOSTI ON AND TEL ETIN HAHAN'
ທ່ານ ທອງສະລິດ ມັງໜໍ່ເມກ ໃຫ້ຮູ້ຕື່ມວ່າ: ສິ່ງທ້າທາຍທີ່ເກີດຂື້ນໃນປັດຈຸບັນ ບໍ່ສາມາດແກ້ໄຂໄດ້ໂດຍປະເທດໃດຫນື່ງຄວາມຮ່ວມມືໃນລະດັບພາກພື້ນ, ການແລກປ່ຽນຄວາມຮູ້ ແລະ ການເປັນຄູ່ຮ່ວມມືລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດ ຈະເປັນກຸນແຈສຳຄັນທີ່ນໍາໄປສູ່ຄວາມສໍາເລັດຮ່ວມກັນ ພ້ອມທັງຫມັ້ນໃຈວ່າການປຶກສາຫາລື ແລະ ຜົນໄດ້ຮັບຈາກກອງປະຊຸມໃນຄັ້ງນີ້ ຈະຊ່ວຍຍົກລະດັບຄວາມຮ່ວມມືຂອງອາຊຽນໃຫ້ສູງຂຶ້ນ ແລະ ປະກອບສ່ວນສໍາຄັນຕໍ່ການດຳເນີນງານແຜນປະຕິບັດງານອາຊຽນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2035 ລວມເຖີງປະກອບສ່ວນຕໍ່ການບັນລຸເປົ້າຫມາຍຂອງປະຊາຄົມອາຊຽນທີ່ມີນະວັດຕະກຳ, ຄວາມເຂັ້ມແຂງ, ຄວາມຍືນຍົງ ແລະ ຄວາມສາມາດໃນການແຂ່ງຂັນໃນລະດັບພາກພື້ນ ແລະ ລະດັບໂລກ.