ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານພົບປະມິດຕະພາບ ວຽກງານປ້ອງກັນຊາດ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ເຂດຊາຍແດນ ລາວ-ຫວຽດນາມ ຄັ້ງທີ 3

Jul 9, 2026

ງານພົບປະມິດຕະພາບວຽກງານປ້ອງກັນຊາດ ເຂດຊາຍແດນ ຂັ້ນລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຄັ້ງທີ 3 (ຢູ່ເບື້ອງລາວ) ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2026 ນີ້, ຢູ່ທີ່ດ່ານທ້ອງຖິ່ນນໍ້າອ້ອນ ແຂວງບໍລິຄໍາໄຊ ສປປ ລາວ ແລະ ດ່ານ ແທ້ງຖຸ້ຍ ແຂວງເຫງະອານ ສສ ຫວຽດນາມ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ຟານວັນຢາງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະພາປະຊາຊົນແຂວງ, ກະຊວງການຕ່າງປະເທດ, ສະຖານທູດ, ກົງສຸນ, ຜູ້ຕາງໜ້າກະຊວງ, ກຳລັງ ປກຊ-ປກສ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງສອງປະເທດ ເຂົ້າຮ່ວມ.

ກ່ອນການພົບປະດັ່ງກ່າວ, ທັງສອງຝ່າຍໄດ້ຈັດກິດຈະກຳຮ່ວມກັນຢູ່ຂອບເຂດບໍລິເວນຫຼັກໝາຍຊາຍແດນ 460 ເບື້ອງລາວ ດ່ານທ້ອງຖິ່ນນໍ້າອ້ອນ ເມືອງ ໄຊຈໍາພອນ, ແຂວງ ບໍລິຄໍາໄຊ ສອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ ໄດ້ເຄົາລົບ ແລະ ທາສີຫຼັກໝາຍ, ປູກຕົ້ນໄມ້ມິດຕະພາບ ແລະ ເຂົ້າຮ່ວມພິທີ ວາງສີລາລຶກໂຄງການກໍ່ສ້າງຈຸດປະສານງານທະຫານຊາຍແດນ ລາວ-ຫວຽດນາມ. ຈາກນັ້ນ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ ໂຮງຮຽນປະຖົມທົ່ງນາມູນ, ບ້ານສົບເຕີບ ເພື່ອມອບອຸປະກອນ ແລະ ທຶນການສຶກສາໃຫ້ແກ່ໂຮງຮຽນດັ່ງກ່າວ ແລະ ລົງຢ້ຽມຢາມ ສຸກສາລາ ບ້ານສົບເຕິງ, ເມືອງ ໄຊຈໍາພອນ ເພື່ອໃຫ້ກຳລັງໃຈ ແພດໝໍ, ຄົນເຈັບ ໂດຍ ສອງກອງທັບລາວ-ຫວຽດນາມ ໄດ້ຈັດກິດຈະກຳປະຕິບັດໜ້າທີ່ ກວດສຸຂະພາບ ແລະ ແຈກຢາຍຢາ ໂດຍບໍ່ເສຍຄ່າ. ຈາກນັ້ນ ກໍໄດ້ຮ່ວມພິທີ ມອບງົວໃຫ້ປະຊາຊົນ ຈໍານວນໜຶ່ງ.

ງານພົບປະມິດຕະພາບ ວຽກງານປ້ອງກັນຊາດ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ເຂດຊາຍແດນ ລາວ-ຫວຽດນາມ ຄັ້ງທີ 3 ໃນຄັ້ງນີ້ ຍັງຈະໄດ້ຈັດຂຶ້ນຢູ່ເບື້ອງຫວຽດນາມ ໃນວັນທີ 10 ກໍລະກົດ 2026 ນີ້, ເປັນເຫດການສຳຄັນທາງການເມືອງ, ການທູດປ້ອງກັນຊາດ ແລະ ການທະຫານ ທີ່ສະທ້ອນໃຫ້ເຫັນເຖິງສາຍພົວພັນອັນເປັນພິເສດຂອງສອງພັກ, ສອງລັດ ແລະ ສອງກອງທັບ. ນອກຈາກການແລກປ່ຽນປະສົບການດ້ານວຽກງານປ້ອງກັນຊາດ, ການຮັກສາຄວາມໝັ້ນຄົງ ແລະ ຄວາມສະຫງົບຕາມແນວຊາຍແດນແລ້ວ, ງານດັ່ງກ່າວ ຍັງໄດ້ເນັ້ນໜັກເຖິງການນຳເອົາຜົນປະໂຫຍດມາສູ່ປະຊາຊົນຢູ່ຕາມແນວຊາຍແດນ ຢູ່ເຂດນໍ້າອ້ອນ-ແທ້ງຖຸ້ຍ.
ໂດຍ: ໂຊເລ້ ບຸນເຮືອງ ແລະ ໄພລິນ ບຸນຍັງ