ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງ ຊາດ ຊຸດທີ X ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

Jul 10, 2026

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ໄຂຂຶ້ນໃນວັນທີ 6 ກໍລະກົດ ແລະ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 10 ກໍລະກົດ 2026, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງ ພັກ-ລັດ, ນາຍົກ-ຮອງນາຍົກ, ສະມາຊິກລັດຖະບານ ແລະ ສະພາຊິກສະພາແຫ່ງຊາດ ເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ລາຍງານຜົນຂອງກອງປະຊຸມສະໄໝວິສາມັນ ຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ X ວ່າ: ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈໍານວນໜຶ່ງດັ່ງນີ້: ພິລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2026; ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການບໍລິຫານ, ບັນຊາ ໂດຍໄດ້ນໍາໃຊ້ທຸກທ່າແຮງ ແລະ ປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາໃນ 6 ເດືອນຕົ້ນປີ 2026 ເຊິ່ງສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 5%; ມີການນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2026; ອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ, ການແກ້ໄຂຄວາມທຸກຍາກໄດ້ຮັບການເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
ກອງປະຊຸມ, ໄດ້ພິຈາລະນາ ແລະ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວາງອອກ; ກອງປະຊຸມ ເຫັນດີໂດຍພື້ນຖານ ຕໍ່ການກໍານົດໂຄງຮ່າງວາລະແຫ່ງຊາດສະບັບນີ້, ເວລາການຈັດຕັ້ງປະຕິບັດແຕ່ປີ 2027-2030 ເຊິ່ງສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ເຫັນດີຕໍ່ການກໍານົດທັດສະນະ, ຫຼັກການ, ຄາດໝາຍ,
ທິດທາງ, ວຽກຈຸດສຸມໃຫຍ່ ແລະ ມາດຕະການຈັດຕັ້ງປະ ຕິບັດທີ່ລະອຽດສົມຄວນ; ກອງປະຊຸມໄດ້ພິຈາລະນາ, ຮັບ ຮອງເອົາການສ້າງ ແລະ ປັບປຸງກົດໝາຍ 2 ສະບັບ. ໃນນີ້, ກົດໝາຍ ວ່າດ້ວຍຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ( ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງເປັນການປະກອບສ່ວນສໍາຄັນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.


ກອງປະຊຸມ, ໄດ້ຮັບຟັງການຊີ້ແຈງ ຕໍ່ຄໍາຊັກຖາມຂອງ ທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານໃນຄະນະລັດ ຖະບານ ທັງໝົດ 9 ທ່ານ ເຊິ່ງເປັນບັນຫາເຄັ່ງຮ້ອນຂອງສັງຄົມ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ວາ
ລະແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ກອງປະຊຸມໄດ້ມີ ການປຶກສາຫາລື ແລະ ຮັບຮອງເອົາບັນດາບັນຫາທີ່ສໍາຄັນຂອງຊາດທີ່ກ່ຽວຂ້ອງກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ກົດໝາຍສອງສະບັບ ໂດຍມີການຮັບຮອງເອົາ 4 ມະຕິ ທີ່ກ່ຽວຂ້ອງດ້ວຍຄະແນນສູງແຕ່ 90% ຂຶ້ນໄປ.

ຂ່າວ: ລັດດາວັນ ບຸດຕະວົງ