ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ, ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ປະຈຳປີ 2026 ຢ່າງເປັນທາງການ ໃນວັນທີ 11ກໍລະກົດ 2026 ທີ່ໜອງໃຫຍ່ບຶງທາດຫຼວງ (ເຂດເສດຖະກິດພິເສດ), ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ທ່ານ ເພັດ ພົມພີພັກ ຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ໃນພິທີ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານວ່າ: ພັກ ແລະ ລັດຖະບານ ໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ມາແຕ່ປີ 1997 ຊຶ່ງປີນີ້ຄົບຮອບ 29 ປີ. ວັນດັ່ງກ່າວ ຍັງກົງກັນວັນເກີດ ຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ. ການຈັດກິດຈະກຳຄັ້ງນີ້, ເພື່ອປູກຈິດສຳນຶກໃຫ້ທົ່ວສັງຄົມ ເຫັນໄດ້ຄວາມສຳຄັນຂອງການອະນຸລັກສັດນ້ຳ, ຟື້ນຟູຄວາມອຸດົມສົມບູນຂອງລະບົບນິເວດ, ເປັນການຈາລຶກຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ທີ່ມີຕໍ່ປະເທດຊາດ.

ສໍາລັບການຈັດກິດຈະກຳ ໃນປີ 2026, ຂະແໜງການ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊຸກຍູ້ໃຫ້ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃນທົ່ວປະເທດ ຮ່ວມກັນຈັດກິດຈະກຳປ່ອຍປາ ແລະ ສັດນໍ້າໃຫ້ໄດ້ຫຼາຍກວ່າ 72 ລ້ານໂຕ. ພາຍໃຕ້ຄຳຂວັນ: “ຈົ່ງພ້ອມກັນປ່ອຍປາ ແລະ ສັດນໍ້າ ຄືນສູ່ທຳມະຊາດ ໃຫ້ມີຄວາມອຸດົມສົມບູນ ຕະຫຼອດໄປ” “ການປົກປັກຮັກສາ ປາ ແລະ ສັດນໍ້າ ແມ່ນພັນທະ ຂອງທົ່ວປວງຊົນທັງຊາດ”.
ສະເພາະພິທີທີ່ຈັດຂຶ້ນຢູ່ໜອງໃຫຍ່ບຶງທາດຫຼວງໃນຄັ້ງນີ້, ໄດ້ປ່ອຍປາ ຈໍານວນ 1 ລ້ານກວ່າໂຕ ປະກອບ ມີ: ປາປາກ, ປານວນຈັນ, ປາເພ້ຍ, ປາກົດ, ປາເຄິງ ແລະ ປາພື້ນເມືອງອື່ນໆ ທີ່ໄດ້ຮັບການສະໜັບສະໜູນມາຈາກ ສູນພັດທະນາການປະມົງນໍ້າຊ່ວງ, ສູນຄົ້ນຄວ້າການປະມົງ ໜອງແຕ່ງ, ສູນຫ້ວຍຊອນ-ຫ້ວຍຊົ້ວ, ສູນບໍລິການ ເຕັກນິກກະສິກຳ ລາວ-ເກົາຫຼີ ແລະ ສູນສະຖານີຕ່າງໆ.


