ການຟື້ນຟູຊົນນະບົດ ແມ່ນວຽກງານຍຸດທະສາດສໍາຄັນທີ່ສຸດຂອງຈີນ ເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ນັບມື້ກ້າວສູ່ຄວາມທັນສະໄໝ ແລະ ສີວິໄລ. ມາຮອດປັດຈຸບັນມີຫຼາຍບ້ານໄດ້ຮັບການຟື້ນຟູທຄ່ໂດດເດັ່ນ. ໜຶ່ງໃນນັ້ນ ແມ່ນບ້ານຢວນເຈຍ, ນະຄອນສຽນຢາງ ແຂວງສ່ານຊີ ນັບເປັນຕົວແບບການຟື້ນຟູຊົນນະບົດທີ່ໂດດເດັ່ນລະດັບຊາດ.
ໃນອະດີດ, ບ້ານດັ່ງກ່າວເຄີຍປະສົບບັນຫາຄົນໜຸ່ມອອກໄປເຮັດວຽກໃນເມືອງ, ລາຍຮັບຈາກກະສິກຳຕ່ຳ ແລະ ຂາດຈຸດເດັ່ນດ້ານການທ່ອງທ່ຽວ. ນັບແຕ່ປີ 2007 ເປັນຕົ້ນມາ, ຜູ້ນໍາບ້ານໄດ້ກຳນົດທິດທາງໃໝ່ ໂດຍຖືເອົາການພັດທະນາການທ່ອງທ່ຽວຊົນນະບົດບົນພື້ນຖານວັດທະນະທຳທ້ອງຖິ່ນ ໂດຍກໍານົດການພັດທະນາເປັນ 3 ໄລຍະ ຄື: ໄລຍະທໍາອິດ ເນັ້ນດຶງດູດນັກທ່ອງທ່ຽວ. ໄລຍະທີສອງ ພັດທະນາທີ່ພັກ, ຖະໜົນສິລະປະ ແລະ ເຂດພັກຜ່ອນ ເພື່ອໃຫ້ນັກທ່ອງທ່ຽວພັກຄ້າງຄືນ. ໄລຍະທີສາມ ຍົກລະດັບຈາກການເຕີບໂຕດ້ານປະລິມານ ໄປສູ່ຄຸນນະພາບ ໂດຍເພີ່ມກິດຈະກຳສຳຜັດວັດທະນະທຳ, ການສຶກສາ, ພູມປັນຍາດັ້ງເດີມ ແລະ ການຮຽນຮູ້ວິຖີຊີວິດຂອງປະຊາຊົນ.

ການພັດທະນາດັ່ງກ່າວ ໄດ້ດຶງດູດນັກທ່ອງທ່ຽວນັບມື້ເພີ່ມຂຶ້ນ, ສະເພາະປີ 2025, ບ້ານດັ່ງກ່າວ ໄດ້ຕ້ອນຮັບນັກທ່ອງທ່ຽວເຖິງ 11 ລ້ານຄົນ, ສ້າງລາຍຮັບລວມຫຼາຍກວ່າ 1 ຕື້ 300 ລ້ານຢວນ, ລາຍຮັບສະເລ່ຍຂອງຊາວບ້ານສູງກວ່າ 150,000 ຢວນ/ຄົນ/ປີ, ສ້າງວຽກເຮັດງານໃຫ້ກວ່າ 4,000 ຄົນ ແລະ ເພີ່ມລາຍຮັບໃຫ້ປະຊາຊົນເຂດໃກ້ຄຽງຫຼາຍກວ່າ 10,000 ຄົນ.
ປັດຈຸບັນ, ບ້ານຢວນຈຽຍ ມີນັກທ່ອງທ່ຽວໄປທ່ຽວສະເລ່ຍ 10,000 ຄົນ/ມື້, ສະເພາະວັນພັກຕ່າງໆ ຍິ່ງເພີ່ມຂຶ້ນເປັນພິເສດ ເຮັດໃຫ້ບ້ານໄດ້ຮັບລາງວັນຕ່າງໆ ຫຼາຍຢ່າງ ເຊັ່ນ: ແຫຼ່ງທ່ອງທ່ຽວລະດັບ AAAA ແຫ່ງຊາດຈີນ, ບ້ານທີ່ມີອາລະຍະທຳແຫ່ງຊາດ, ໜຶ່ງໃນ 10 ບ້ານທີ່ສວຍງາມທີ່ສຸດຂອງຈີນ, ບ້ານທ່ອງທ່ຽວຊົນນະບົດຕົວແບບແຫ່ງຊາດ ແລະ ອື່ນໆ ຈົນກາຍເປັນໜຶ່ງໃນບັນດາບ້ານຕົວແບບ “ການຟື້ນຟູຊົນນະບົດ” ທີ່ມີຊື່ສຽງໃນທົ່ວປະເທດ.

ຄວາມສຳເລັດໃນການຟື້ນຟູບ້ານຢວນເຈຍ, ເລີ່ມຈາກການມີພັກເປັນແກນນຳ. ຈາກການພັດທະນາດ້ານກະສິກຳ ໄປສູ່ອຸດສາຫະກຳ ແລະ ສຸດທ້າຍແມ່ນການບໍລິການທ່ອງທ່ຽວ, ຜູ້ນຳບ້ານໄດ້ກ້າຄິດ ແລະ ກ້າຫັນປ່ຽນ. ເຖິງວ່າບ້ານບໍ່ມີແຫຼ່ງທ່ອງທ່ຽວທຳມະຊາດ ຫຼື ທີ່ຕັ້ງທາງພູມສາດທີ່ໄດ້ປຽບ, ແຕ່ໄດ້ຫັນມາຂຸດຄົ້ນມໍລະດົກວັດທະນະທຳດັ້ງເດີມຂອງທ້ອງຖິ່ນ ບໍ່ວ່າຈະເປັນເຮືອນເກົ່າ, ວິຖີຊີວິດ, ອາຫານ, ພາສາ ແລະ ຂະນົບທຳນຽມພື້ນບ້ານ ມາພັດທະນາເປັນສິນຄ້າທາງການທ່ອງທ່ຽວ. ຈາກບ້ານທີ່ບໍ່ມີຊັບພະຍາກອນການທ່ອງທ່ຽວ ກາຍເປັນບ້ານທີ່ສ້າງ “ຄວາມຄິດຮອດບ້ານເກີດ” ໃຫ້ແກ່ຄົນເມືອງ.
ອີກປັດໄຈສຳຄັນ ແມ່ນການໃຫ້ຊາວບ້ານເປັນເຈົ້າຂອງການພັດທະນາ. ບ້ານໄດ້ຈັດຕັ້ງໂຮງຮຽນຊາວນາ ແລະ ຫ້ອງຮຽນຕອນຄ່ຳ ເພື່ອພັດທະນາຄວາມຮູ້ ແລະ ທັກສະການບໍລິການ. ພ້ອມນີ້ ຍັງສົ່ງຊາວບ້ານໄປສຶກສາປະສົບການຢູ່ຕ່າງປະເທດ ເພື່ອຮຽນຮູ້ການບໍລິການທີ່ໃສ່ໃຈລູກຄ້າ ແລະ ຄວາມປານີດໃນການຜະລິດ. ສິ່ງທີ່ບ້ານຖືວ່າມີຄ່າທີ່ສຸດ ບໍ່ແມ່ນພຽງລາຍຮັບທີ່ເພີ່ມຂຶ້ນ, ຫາກແມ່ນຄຸນນະພາບ ແລະ ຈິດສຳນຶກຂອງຊາວບ້ານທີ່ສູງຂຶ້ນ.

ສ່ວນດ້ານການຈັດການ ບ້ານໄດ້ນຳຮູບແບບສະຫະກອນມາໃຊ້ ເພື່ອໃຫ້ທຸກຄົນມີສ່ວນຮ່ວມໃນການຖືຮຸ້ນ ແລະ ແບ່ງປັນຜົນກຳໄລ. ປັດຈຸບັນ ມີຫຼາຍກວ່າ 30 ສະຫະກອນທີ່ເປີດໃຫ້ທັງຊາວບ້ານ ແລະ ຜູ້ປະກອບການຖືຮຸ້ນຮ່ວມກັນ ເຮັດໃຫ້ສາມາດຫຼຸດຄວາມຂັດແຍ້ງ ແລະ ສ້າງຊຸມຊົນທີ່ມີຜົນປະໂຫຍດຮ່ວມຢ່າງແທ້ຈິງ.
ບົດຮຽນຈາກ ບ້ານຢວນເຈຍ, ນະຄອນສຽນຢາງ ແຂວງສ່ານຊີຂອງຈີນ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ການຟື້ນຟູຊົນນະບົດບໍ່ໄດ້ຂຶ້ນກັບການມີຊັບພະຍາກອນຫຼາຍ ຫຼື ມີທີ່ຕັ້ງທີ່ໄດ້ປຽບເທົ່ານັ້ນ, ແຕ່ຂຶ້ນກັບວິໄສທັດຂອງຜູ້ນຳ, ການມີສ່ວນຮ່ວມຂອງປະຊາຊົນ, ການສ້າງນະວັດຕະກຳ ແລະ ການແບ່ງປັນຜົນປະໂຫຍດຢ່າງເປັນທຳ. ນີ້ຈຶ່ງເປັນເຫດຜົນທີ່ບ້ານດັ່ງກ່າວໄດ້ຮັບການຍົກຍ້ອງເປັນໜຶ່ງໃນຕົວແບບການຟື້ນຟູຊົນນະບົດທີ່ປະສົບຜົນສຳເລັດທີ່ສຸດຂອງຈີນ.

ການຟື້ນຟູຊົນນະບົດຂອງບ້ານດັ່ງກ່າວ ຖືເປັນບົດຮຽນອັນມີຄຸນຄ່າສຳລັບຫຼາຍປະເທດທີ່ກຳລັງຊອກຫາເສັ້ນທາງພັດທະນາຊົນນະບົດຢ່າງຍືນຍົງ ໃນນັ້ນ ລວມເຖິງ ສປປ ລາວ ທີ່ກໍາລັງເລັ່ງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຖິງຂັ້ນຍົກລະດັບວຽກງານແກ້ໄຂຊົນນະບົດຂຶ້ນເປັນວາລະແຫ່ງຊາດ ໂດຍສາມາດນຳມາປັບໃຊ້ໃນລາວໄດ້ຫຼາຍດ້ານ ເຊັ່ນ:
ປະການທີໜຶ່ງ: ບ້ານຢວນເຈຍ ໄດ້ປ່ຽນຈາກບ້ານກະສິກຳທີ່ທຸກຍາກມາເປັນບ້ານທ່ອງທ່ຽວໂດຍອາໄສຈຸດແຂງຂອງຕົນເອງ ຄື: ວັດທະນະທຳ, ອາຫານພື້ນເມືອງ, ສະຖາປັດຕະຍະກຳເກົ່າແກ່ ແລະ ວິຖີຊີວິດຊົນນະບົດ. ລາວສາມາດນຳແນວຄິດນີ້ໄປປັບໃຊ້ໂດຍພັດທະນາບ້ານທີ່ມີເອກະລັກ ເຊັ່ນ: ບ້ານຫັດຖະກຳ, ບ້ານວັດທະນະທຳ ຫຼື ບ້ານທ່ອງທ່ຽວທຳມະຊາດ ແທນການສ້າງສິ່ງໃໝ່ໂດຍຂາດເອກະລັກ.

ປະການທີສອງ: ບ້ານຢວນເຈຍ ເນັ້ນໃຫ້ຊາວບ້ານເປັນເຈົ້າຂອງ ແລະ ຜູ້ໄດ້ຮັບຜົນປະໂຫຍດຈາກການພັດທະນາ. ຊາວບ້ານຮ່ວມລົງທຶນ, ບໍລິຫານ ແລະ ແບ່ງປັນລາຍໄດ້ ເຮັດໃຫ້ຄົນໜຸ່ມສາວກັບຄືນບ້ານມາສ້າງອາຊີບ. ລາວສາມາດສົ່ງເສີມຮູບແບບສະຫະກອນ ຫຼື ວິສາຫະກິດຊຸມຊົນ ເພື່ອໃຫ້ຊາວບ້ານມີສ່ວນຮ່ວມຢ່າງແທ້ຈິງ.
ປະການທີສາມ: ບ້ານຢວນເຈຍ ສ້າງມູນຄ່າເພີ່ມໃຫ້ສິນຄ້າກະສິກຳ. ຜະລິດຕະພັນທ້ອງຖິ່ນຖືກແປຮູບ ແລະ ຈຳໜ່າຍໃຫ້ນັກທ່ອງທ່ຽວ, ພ້ອມສ້າງຍີ່ຫໍ້ຂອງບ້ານ. ສຳລັບລາວ ຜະລິດຕະພັນ ເຊັ່ນ: ກາເຟ, ຊາ, ເຂົ້າ, ຜ້າໄໝ, ງານຫັດຖະກຳ ແລະ ອາຫານພື້ນເມືອງ ກໍສາມາດພັດທະນາໃຫ້ກາຍເປັນສິນຄ້າທ່ອງທ່ຽວທີ່ສ້າງລາຍໄດ້ສູງ.

ສຸດທ້າຍແລ້ວ, ບົດຮຽນທີ່ສຳຄັນຈາກ ບ້ານຢວນເຈຍ ບໍ່ແມ່ນການລອກຮຽນແບບຮູບແບບການພັດທະນາ ແຕ່ແມ່ນການຍຶດເອົາຫຼັກການ “ນຳໃຊ້ຈຸດແຂງຂອງທ້ອງຖິ່ນ, ໃຫ້ປະຊາຊົນເປັນສູນກາງ ແລະ ສ້າງມູນຄ່າເພີ່ມຈາກວັດທະນະທຳ ແລະກະສິກຳ”. ຖ້າລາວສາມາດປັບໃຊ້ໃຫ້ແທດຕົວຈິງຂອງແຕ່ລະທ້ອງຖິ່ນໃນປະເທດຕົນ ກໍຈະຊ່ວຍສ້າງວຽກງານທຳ, ເພີ່ມລາຍໄດ້ໃຫ້ຊາວບ້ານ ແລະ ຊຸກຍູ້ການພັດທະນາຊົນນະບົດໃຫ້ຍືນຍົງໄດ້.ເຊັ່ນດຽວກັນ.


