ສະຖາບັນອາຊີວະສຶກສາ ແລະ ເຕັກນິກການລົດໄຟຊີອານ ຊ່ວຍສ້າງບຸກຄະລາກອນດ້ານລົດໄຟໃຫ້ຕ່າງປະເທດ, ລວມທັງລາວ

ວັນທີ 14 ກໍລະກົດ 2026, ຄະນະສື່ມວນຊົນຈີນ ແລະ ຕ່າງປະເທດ ຫຼາຍກວ່າ 30 ຄົນ ທີ່ເຂົ້າຮ່ວມກິດຈະກຳ “ສຳຜັດຄວາມສຸກໃນປະເທດຈີນ” ໄດ້ໄປຢ້ຽມຢາມສະຖາບັນອາຊີວະສຶກສາ ແລະ ເຕັກນິກການລົດໄຟ ນະຄອນຊີອານ, ແຂວງສ່ານຊີຂອງຈີນ. ສະຖາບັນດັ່ງກ່າວສ້າງຕັ້ງຂຶ້ນໃນປີ 1956 ເຊິ່ງເມື່ອກ່ອນເຄີຍເປັນໜຶ່ງໃນສິບໂຮງຮຽນສະເພາະທາງລະດັບມັດທະຍົມຕອນປາຍທີ່ສຳຄັນພາຍໃຕ້ກະຊວງລົດໄຟໃນອະດີດ. ມາຮອດປີ 2001 ໄດ້ຮັບການຍົກລະດັບໃຫ້ເປັນໜຶ່ງໃນສະຖາບັນວິຊາຊີບ ແລະ ເຕັກນິກຊັ້ນສູງເຕັມເວລາແຫ່ງທຳອິດໃນແຂວງສ່ານຊີ.

ປັດຈຸບັນ, ມີຄູອາຈານປະຈໍາ 813 ຄົນ ແລະ ນັກສຶກສາຫຼາຍກວ່າ 16,000 ຄົນ ໂດຍເປີດສອນ 43 ຫຼັກສູດອາຊີວະສຶກສາຊັ້ນສູງ, ລວມເຖິງການຄຸ້ມຄອງການດໍາເນີນງານການຈະລາຈອນທາງລົດໄຟ, ການດຳເນີນງານ ແລະ ການບຳລຸງຮັກສາຫົວລົດໄຟ, ແລະ ເຕັກໂນໂລຊີການກວດກາ ແລະ ການບຳລຸງຮັກສາ EMU.

ຫຼັກສູດຂອງສະຖາບັນ ກວມເອົາ 8 ສາຂາຫຼັກ ຄື: ການຂົນສົ່ງ, ການຜະລິດອຸປະກອນ, ເອເລັກໂຕຣນິກ ແລະ ຂໍ້ມູນຂ່າວສານ, ແລະ ພະລັງງານ, ໄຟຟ້າ ແລະ ວັດສະດຸ. ສະຖາບັນຍັງມີ 3 ກຸ່ມວິຊາຊີບຊັ້ນນໍາ ພາຍໃຕ້ “ແຜນພັດທະນາສອງສູງ (Double High Plan)” ຂອງແຂວງສ່ານຊີ ທີ່ເນັ້ນໃສ່ການສ້າງບຸກຄະລາກອນທີ່ຕອບສະໜອງອຸດສາຫະກໍາຂົນສົ່ງທາງລາງ.

ດ້ານການຮ່ວມມືສາກົນ, ສະຖາບັນໄດ້ຮ່ວມມືກັບຫຼາຍກວ່າ 10 ປະເທດ ແລະ ເຂດແຄ້ວນ, ລວມທັງ ຣັດເຊຍ, 5 ປະເທດໃນອາຊີກາງ ແລະ ໂກລົມບີ, ແລະ ໄດ້ເຂົ້າຮ່ວມອົງການຈັດຕັ້ງສາກົນ ແລະ ພັນທະມິດ 10 ແຫ່ງ. ພ້ອມທັງຝຶກອົບຮົມບຸກຄະລາກອນຫຼາຍກວ່າ 2.000 ຄົນ ໃຫ້ແກ່ໂຄງການຕ່າງໆ ເຊັ່ນ: ທາງລົດໄຟມອມບາຊາ-ໄນໂຣບີ ແລະ ລົດໄຟໃຕ້ດິນໂບໂກຕາໃນໂກລົມເບຍ. ນອກຈາກນີ້, ສະຖາບັນແຫ່ງນີ້ ໄດ້ຮັບນັກສຶກສາຕ່າງຊາດຫຼາຍກວ່າ 120 ຄົນ.
ສໍາລັບນັກສຶກສາລາວ, ອີງຕາມການໃຫ້ຂໍ້ມູນຈາກຄະນະຮັບຜິດຊອບຂອງສະຖາບັນດັ່ງກ່າວ ໃຫ້ຮູ້ວ່າ: ທາງສະຖາບັນໄດ້ຮັບນັກສຶກສາລາວເຊັ່ນດຽວກັນ, ເຊິ່ງປີນີ້ມີນັກສຶກສາລາວຮຽນຈົບ ແລະ ເດີນທາງກັບຄືນປະເທດ 11 ຄົນ ເຊິ່ງເຂົາເຈົ້າໄດ້ຮຽນໃນຮູບແບບ 1+3 (1 ປີຮຽນພາສາ ແລະ 3 ປີ ຮຽນວິຊາຊີບໃນຫຼາຍສາຂາທີ່ກ່ຽວຂ້ອງກັບລົດໄຟ). ນັກສຶກສາຈໍານວນນີ້ບໍ່ພຽງແຕ່ນຳເອົາໃບປະກາສະນິຍະບັດກັບມາ ແຕ່ຍັງນຳເອົາຄວາມຮູ້, ທັກສະ, ວິໄນ ແລະ ປະສົບການຈາກລະບົບລົດໄຟທີ່ທັນສະໄໝຂອງຈີນກັບມາພັດທະນາວຽກງານພາຍໃນປະເທດ. ນີ້ແມ່ນການລົງທຶນດ້ານຊັບພະຍາກອນມະນຸດທີ່ມີຄຸນຄ່າ ແລະ ຈະຊ່ວຍໃຫ້ລາວຄ່ອຍໆສາມາດບໍລິຫານ ແລະ ພັດທະນາລະບົບລົດໄຟດ້ວຍບຸກຄະລາກອນຂອງຕົນເອງໃນອະນາຄົດ.

ດ້ວຍຄວາມເຂັ້ມແຂງທາງວິຊາການ, ການຝຶກປະຕິບັດທີ່ເນັ້ນຄຸນນະພາບ ແລະ ການຮ່ວມມືສາກົນຢ່າງກວ້າງຂວາງ ຈຶ່ງເຮັດໃຫ້ສະຖາບັນອາຊີວະສຶກສາແລະເຕັກນິກການລົດໄຟ, ນະຄອນຊີອານ, ແຂວງສ່ານຊີ ກາຍເປັນສູນກາງການຜະລິດບຸກຄະລາກອນດ້ານລະບົບລາງທີ່ມີຄຸນນະພາບ ບໍ່ພຽງແຕ່ຮອງຮັບການພັດທະນາຂອງຈີນເທົ່ານັ້ນ ແຕ່ຍັງສົ່ງເສີມການພັດທະນາໂຄງການລົດໄຟໃນຫຼາຍປະເທດ ລວມທັງປະເທດທີ່ຮ່ວມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ.”


