ຈາກຊີອານສູ່ເອີຣົບ: ບົດຮຽນ ແລະ ໂອກາດຂອງລາວຈາກຄວາມສໍາເລັດຂອງສູນຮວບຮວມຂົນສົ່ງສິນຄ້າລົດໄຟດ່ວນ ຈີນ-ເອີຣົບ

ສື່ມວນຊົນຈີນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມກິດຈະກຳພາຍໃຕ້ຫົວຂໍ້ “ສຳຜັດຄວາມສຸກໃນປະເທດຈີນ” ໃນລະຫວ່າງວັນທີ 12-20 ກໍລະກົດ 2026 ໄດ້ໄປຢ້ຽມຢາມສູນຮວບຮວມຂົນສົ່ງສິນຄ້າລົດໄຟດ່ວນ ຈີນ-ເອີຣົບ ນະຄອນຊີອານ, ແຂວງສ່ານຊີ ເຊິ່ງເປັນໜຶ່ງໃນໂຄງການຍຸດທະສາດສໍາຄັນຂອງຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ ຫຼື BRI.”
ອີງຕາມຂໍ້ມູນຈາກຄະນະຮັບຜິດຊອບທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ນັບແຕ່ກໍ່ສ້າງສຳເລັດໃນປີ 2013 ສູນກາງຂົນສົ່ງແຫ່ງນີ້ໄດ້ສ້າງສະຖິຕິລະດັບປະເທດຫຼາຍຢ່າງ ເຊັ່ນ: ເປັນສູນກາງລົດໄຟແຫ່ງທຳອິດຂອງຈີນທີ່ຮອງຮັບທັງລະຫັດລົດໄຟພາຍໃນປະເທດ ແລະ ສາກົນ, ເປັນໜຶ່ງໃນສູນກາງໂລຈິສຕິກລະດັບຊາດທ່າທາງບົກແຫ່ງທໍາອິດ, ເປັນສະຖານີຂົນສົ່ງສິນຄ້າທາງບົກອັດຕະໂນມັດແຫ່ງທໍາອິດ, ບໍລິການຂົນສົ່ງສິນຄ້າລົດໄຟດ່ວນ ຈີນ-ເອີຣົບ ທີ່ດຳເນີນການເຕັມຮູບແບບຕາມຕາຕະລາງເວລາແຫ່ງທໍາອິດ, ເປັນລົດໄຟການຄ້າຂ້າມຊາຍແດນໂດຍສະເພາະຂະບວນທໍາອິດ ແລະ ສະຖານທີ່ທົດລອງແຫ່ງທຳອິດສຳລັບການຄືນພາສີສົ່ງອອກຢູ່ທ່າທາງບົກ.

ຊີອານ ຍັງກາຍເປັນເມືອງທຳອິດຂອງຈີນທີ່ມີຈຳນວນຖ້ຽວລົດໄຟດ່ວນຈີນ-ເອີຣົບ ປະຈຳປີ ເກີນ 5,000 ຖ້ຽວ ແລະ ຈໍານວນສະສົມເກີນ 30,000 ຖ້ຽວ. ຕົວຊີ້ວັດຫຼັກໄດ້ແກ່: ຈໍານວນຖ້ຽວລົດໄຟ, ປະລິມານສິນຄ້າ ແລະ ອັນຕາການບັນຈຸຕູ້ສິນຄ້າ ໄດ້ຄອງອັນດັບ 1 ຂອງຈີນເປັນເວລາ 7 ປີຕິດຕໍ່ກັນ. ປັດຈຸບັນສູນກາງຂົນສົ່ງແຫ່ງນີ້ ມີເສັ້ນທາງເດີນລົດໄຟ 59 ສາຍ, ມີສະຖານີຂົນສົ່ງສິນຄ້າທາງບົກອັດຕະໂນມັດໂດຍບໍ່ມີຄົນຄວບຄຸມແຫ່ງທໍາອິດຂອງປະເທດ ແລະ ສະຖານີສູນກາງຕູ້ສິນຄ້າທາງລົດໄຟແຫ່ງທໍາອິດຂອງປະເທດທີ່ມີ 3 ກຸ່ມ ແລະ 6 ສາຍ. ຂະນະທີ່ ຈຳນວນເສັ້ນທາງ ເຂົ້າ-ອອກຂອງຕູ້ສິນຄ້າສາກົນເພີ່ມຂຶ້ນເປັນ 18 ສາຍ.
ສູນຮວບຮວມການຂົນສົ່ງສິນຄ້າລົດໄຟດ່ວນ ຈີນ-ເອີຣົບ ນະຄອນຊີອານ ຍັງມີລະບົບທ່າຂົນ ສົ່ງທີ່ຄົບວົງຈອນ, ລວມທັງເຂດປອດພາສີຊີອານ, ທ່າລົດໄຟ ຊັ້ນ 1 ແລະ ອື່ນໆ. ນອກນີ້ ສະຖານີຂົນ ສົ່ງ ຊີອານ-ກາຊັກສະຖານ ໃນອັລມາຕີຂອງກາຊັກສະຖານ ເຊິ່ງເປັນໂຄງການລົງທຶນດ້ານການຂົນສົ່ງທາງລົດໄຟຕ່າງປະເທດແຫ່ງທຳອິດໃນບັນດາເມືອງທີ່ໃຫ້ບໍລິການລົດໄຟດ່ວນຈີນ-ເອີຣົບ ໄດ້ເປີດນໍາໃຊ້ໃນ ວັນທີ 10 ມິຖຸນາ 2025. ສ່ວນສະຖານີຂົນສົ່ງຕ່າງປະເທດໃນມົສກູຂອງຣັດເຊຍ ແລະ ບາກູ ຂອງອາແຊກໄບຊານ ກໍາລັງຢູ່ລະຫວ່າງການກໍ່ສ້າງ, ຂະນະທີ່ສະຖານີຂົນສົ່ງໃໝ່ໃນບູດາແປັສຂອງຮົງກາລີ ແລະ ສະຖານທີ່ອື່ນໆ ກຳລັງຢູ່ໃນລະຫວ່າງການວາງແຜນ.

ໃນປີ 2025, ລົດໄຟດ່ວນຈີນ-ເອີຣົບ (ຊີອານ) ໄດ້ຂົນສົ່ງສິນຄ້າຕົວຈິງຫຼາຍກວ່າ 6,000 ຖ້ຽວເປັນຄັ້ງທຳອິດ ໂດຍມີເຖິງ 6,037 ຖ້ຽວ, ເພີ່ມຂຶ້ນ 21,1% ເມື່ອທຽບໃສ່ປີ 2024, ສາມາດຂົນສົ່ງຕູ້ສິນຄ້າມາດຕະຖານ ໄດ້ 598,000 ຕູ້ ແລະ ນ້ຳໜັກສິນຄ້າລວມ 6,96 ລ້ານໂຕນ ເພີ່ມຂຶ້ນ 14,1% ແລະ 23,7% ຕາມລໍາດັບ ເມື່ອທຽບໃສ່ປີ 2024 ໂດຍມີຫຼາຍຕົວຊີ້ວັດຫຼັກທີ່ນໍາໜ້າຂອງປະເທດ.
ການພັດທະນາສູນຮວບຮວມການຂົນສົ່ງສິນຄ້າລົດໄຟດ່ວນ ຈີນ-ເອີຣົບ ນະຄອນຊີອານ ແຂວງສ່ານຊີ ໄດ້ຮັບຜົນສໍາເລດຢ່າງພົ້ນເດັ່ນ ສະທ້ອນໃຫ້ເຫັນວິໄສທັດຂອງຈີນໃນການສ້າງເຄືອຂ່າຍໂລຈິສຕິກສາກົນ ພາຍໃຕ້ BRI. ຈາກສູນຂົນສົ່ງແຫ່ງນີ້, ສິນຄ້າຈາກຈີນສາມາດຂົນສົ່ງໄປຍັງເອີຣົບ ແລະ ອາຊີກາງໄດ້ຢ່າງສະດວກວ່ອງໄວ, ຂະນະດຽວກັນ ສິນຄ້າຈາກປະເທດຕ່າງໆ ກໍສາມາດເຂົ້າສູ່ຕະ ຫຼາດຂະໜາດໃຫຍ່ຂອງຈີນຜ່ານສູນແຫ່ງນີ້ໄດ້ຢ່າງມີປະສິດທິພາບ.

ສໍາລັບປະເທດລາວ, ການພັດທະນາຂອງສູນກາງຂົນສົ່ງດັ່ງກ່າວ ມີຄວາມໝາຍສໍາຄັນເປັນຍິງເນື່ອງຈາກລາວ-ຈີນ ໄດ້ເຊື່ອມຕໍ່ກັນດ້ວຍລົດໄຟ ລາວ-ຈີນ ທີ່ເປັນໜຶ່ງໃນຕົວແບບສໍາຄັນພາຍໃຕ້ຂອບການຮ່ວມມື BRI. ສິນຄ້າຈາກລາວ ເຊັ່ນ: ຢາງພາລາ, ມັນຕົ້ນ, ກ້ວຍ, ແຮ່ທາດ ແລະ ອື່ນໆ ກໍສາ ມາດຂົນສົ່ງໄປຍັງໄປນະຄອນຊີອານ ໂດຍລົດໄຟລາວ-ຈີນ, ແລ້ວເຊື່ອມກັບລະບົບລົດໄຟຂອງຈີນທີ່ນະຄອນຄຸນໝິງ, ແລ້ວເຊື່ອມຕໍ່ໄປຍັງປະເທດໃນເອີຣົບໄດ້ໂດຍຜ່ານເຄືອຂ່າຍລົດໄຟດ່ວນຈີນ-ເອີຣົບ.
ນະຄອນຊີອານ ບໍ່ໄດ້ເປັນພຽງສູນຮວບຮວມຂົນສົ່ງຂອງຈີນ ເທົ່ານັ້ນ, ຍັງເປັນ “ປະຕູ” ທີ່ເຊື່ອມອາຊີ ກັບ ເອີຣົບ. ສໍາລັບລາວ, ນີ້ໝາຍເຖິງການມີຊ່ອງທາງໃໝ່ໃນການສົ່ງອອກ ໂດຍບໍ່ຈໍາເປັນຕ້ອງເພິ່ງພາການຂົນສົ່ງທາງທະເລພຽງຢ່າງດຽວ. ອີກດ້ານໜຶ່ງ ຄວາມສໍາເລັດຂອງນະຄອນຊີອານ ຍັງເປັນບົດຮຽນທີ່ສໍາຄັນໃຫ້ລາວໃນການພັດທະນາສູນໂລຈິສຕິກ, ຄັງສິນຄ້າ, ລະບົບດິຈິຕອນ ແລະ ບຸກຄະລາກອນດ້ານການຂົນສົ່ງ ເພື່ອໃຫ້ລາວສາມາດຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງບົກຕາມຍຸດທະສາດຂອງລັດຖະບານລາວ.

ອານາຄົດຂອງຄວາມຮ່ວມມື ລາວ-ຈີນ ຈະບໍ່ຢຸດຢູ່ພຽງການເຊື່ອມຕໍ່ດ້ວຍລົດໄຟ ແຕ່ຈະພັດ ທະນາໄປສູ່ການສ້າງເຄືອຂ່າຍການຄ້າ, ການລົງທຶນ ແລະ ໂລຈິສຕິກທີ່ທັນສະໄໝຍິ່ງຂຶ້ນ. ສູນຮວບ ຮວມການຂົນສົ່ງສິນຄ້າລົດໄຟດ່ວນ ຈີນ-ເອີຣົບ ນະຄອນຊີອານ, ແຂວງສ່ານຊີ ຈຶ່ງບໍ່ແມ່ນພຽງແຕ່ປະຕູຂອງຈີນສູ່ເອີຣົບ, ຍັງເປັນໜຶ່ງໃນປະຕູສໍາຄັນທີ່ຈະນໍາພາລາວເຊື່ອມຕໍ່ກັບຕະຫຼາດໂລກຜ່ານ BRI ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ອີກດ້ວຍ.


