ຈີນໃຫ້ຄວາມສໍາຄັນເປັນພິເສດຕໍ່ການປັບປຸງສິ່ງແວດລ້ອມທໍາມະຊາດ ເຮັດໃຫ້ໃນທົດສະວັດທີ່ຜ່ານມາ, ຈີນໄດ້ກາຍເປັນກຳລັງສໍາຄັນໃນການຫັນປ່ຽນສີຂຽວໃຫ້ແກ່ໂລກ. ປັດຈຸບັນ ຫຼາຍບ້ານຂອງຈີນໄດ້ກາຍເປັນບ້ານດີເດັ່ນລະດັບຊາດໃນການຟື້ນຟູທໍາມະຊາດ, ຄວບຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ.

ໜຶ່ງໃນນັ້ນແມ່ນ ບ້ານນານໂກວ, ເມືອງອູ້ສີ, ແຂວງສ່ານຊີ ເຊິ່ງເມື່ອກ່ອນເນື້ອທີ່ພາຍໃນບ້ານແຫ່ງນີ້ເປັນພູດິນເຫຼືອງທີ່ແຫ້ງແລ້ງ, ເສື່ອມໂຊມຢ່າງຮຸນແຮງ, ດິນຖືກເຊາະເຈື່ອນ ແລະ ໃຫ້ຜົນຜະລິດໃນການປູກຝັງຕໍ່າຫຼາຍ ເຮັດໃຫ້ປະຊາຊົນດໍາລົງຊີວິດດ້ວຍຄວາມລໍາບາກ. ແຕ່ມາຮອດທຸກມື້ນີ້ ບ້ານດັ່ງກ່າວ ໄດ້ປ່ຽນໂສມໜ້າໃໝ່ຈາກໜ້າມືເປັນຫຼັງມືຢ່າງສິ້ນເຊີງ. ພູດິນເຫຼືອງທີ່ເຄີຍເສື່ອມໂຊມໄດ້ກາຍມາເປັນປ່າໄມ້ຂຽວອຸ່ມທີ່ປົກຄຸມພື້ນທີ່ກວ້າງໃຫຍ່, ພ້ອມທັງອ່າງເກັບນ້ຳທີ່ສະອາດ ແລະ ກາຍເປັນແຫຼ່ງທ່ອງທ່ຽວທາງນິເວດທີ່ສໍາຄັນຂອງທ້ອງຖິ່ນ.

ຄວາມສຳເລັດນີ້ບໍ່ໄດ້ເກີດຂຶ້ນພາຍໃນຊົ່ວຄໍ່າຄືນ ຫຼື ໃນເວລາອັນສັ້ນ. ນັບຕັ້ງແຕ່ປີ 1998 ຈີນໄດ້ເລີ່ມໂຄງການ “ປ່ຽນພື້ນທີ່ເຮັດນາໃຫ້ກັບຄືນໄປເປັນປ່າໄມ້ ແລະ ທົ່ງຫຍ້າ” ໂດຍໃຫ້ຄວາມສຳຄັນທັງການຟື້ນຟູທຳມະຊາດ. ຜ່ານການປູກໄມ້ໃຫ້ເປັນປ່າ ແລະ ການອະນຸລັກປ່າຢ່າງຕໍ່ເນື່ອງກວ່າ 20 ປີ, ບ້ານນານໂກວສາມາດຟື້ນຟູພື້ນເນື້ອຫຼາຍກວ່າ 20,000 ມູ (ປະມານ 1,300 ກວ່າເຮັກຕາ)ໃຫ້ກັບຄືນມາເປັນປ່າ, ແລະ ອັດຕາການປົກຫຸ້ມຂອງປ່າ ແລະ ທົ່ງຫຍ້າໃນເມືອງອູ້ສີ ເພີ່ມຈາກ 19,6% ໃນປີ 1997 ເປັນ 72,9% ໃນປັດຈຸບັນ. ຂະນະທີ່ອັດຕາການປົກຫຸ້ມຂອງປ່າໄມ້ ແລະທົ່ງຫຍ້າຂອງບ້ານນານໂກວ ກວມເຖິງ 92%

ສິ່ງທີ່ໜ້າສົນໃຈຄື ການປູກໄມ້ໃຫ້ເປັນປ່າບໍ່ແມ່ນເປົ້າໝາຍສຸດທ້າຍ, ແຕ່ເປັນຈຸດເລີ່ມຕົ້ນຂອງການພັດທະນາ. ໃນປີ 2018 ບ້ານນານໂກວ ໄດ້ນຳຕົ້ນທຶນທາງນິເວດມາພັດທະນາເປັນພື້ນຖານສ້າງເສດຖະກິດ ໂດຍໄດ້ພັດທະນາສວນໝາກໄມ້, ປູກພືດ ແລະ ລ້ຽງສັດຢູ່ກ້ອງປ່າ, ພັດທະນາການທ່ອງທ່ຽວຊົນນະບົດລະດັບ 3A, ກິດຈະກຳລ່ອງເຮືອ, ເກັບໝາກໄມ້ ແລະ ການຮຽນຮູ້ນອກຫ້ອງຮຽນ ເຮັດໃຫ້ປະຊາຊົນມີລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນຢ່າງຕໍ່ເນື່ອງ ເຊິ່ງນີ້ຖືເປັນອີກໜຶ່ງຕົວຢ່າງສໍາຄັນທີ່ສະແດງໃຫ້ເຫັນວ່າ: ແນວຄິດ “ພູຂຽວນ້ຳໃສກໍກາຍເປັນພູເງິນພູຄໍາ” ສາມາດກາຍເປັນຄວາມຈິງໄດ້, ທັງສະແດງໃຫ້ເຫັນວ່າ ນອກຈາກການເອົາໃຈໃສ່ຢ່າງຈິງຈັງຂອງພາກລັດ, ການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຫ້າວຫັນຂອງທ້ອງຖິ່ນກໍສໍາຄັນທີ່ສຸດ.

ສຳລັບ ສປປ ລາວ, ບົດຮຽນຈາກບ້ານນານໂກວ ມີຄຸນຄ່າຢ່າງຍິ່ງ. ລາວເປັນປະເທດທີ່ອຸ ດົມດ້ວຍຊັບພະຍາກອນປ່າໄມ້ ແລະ ຄວາມຫຼາກຫຼາຍທາງຊີວະນາໆ ພັນ ເຊິ່ງລັດຖະບານລາວໄດ້ວາງຄາດໝາຍຟື້ນຟູປ່າໄມ້ໃຫ້ກວມ 70% ຂອງເນື້ອທີ່ທົ່ວປະເທດ, ແຕ່ກໍຍັງປະເຊີນກັບບັນຫາການບຸກລຸກປ່າ, ໄຟໄໝ້ປ່າ ແລະ ການໃຊ້ປະໂຫຍດທີ່ດິນຢ່າງບໍ່ຍືນຍົງ. ການອະນຸລັກປ່າຈຶ່ງບໍ່ຄວນເປັນພາລະຂອງພາກລັດພຽງຝ່າຍດຽວ, ແຕ່ຕ້ອງເປັນການມີສ່ວນຮ່ວມຂອງປະຊາຊົນ ກໍຄືຊຸມຊົນ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ.
ລາວສາມາດນຳແນວຄິດຂອງຈີນມາປັບໃຊ້ ໂດຍເຊື່ອມໂຍງການຟື້ນຟູປ່າໄມ້ກັບການສ້າງລາຍໄດ້ໃຫ້ປະຊາຊົນ ເຊັ່ນ: ການທ່ອງທ່ຽວທາງທຳມະຊາດ, ການປູກພືດເສດຖະກິດຄວບຄູ່ກັບການອະນຸລັກປ່າ, ການສ້າງກົນໄກໃຫ້ຊຸມຊົນໄດ້ຮັບຜົນປະໂຫຍດຈາກການຮັກສາປ່າ. ເມື່ອຊາວບ້ານເຫັນວ່າ: ປ່າໄມ້ສາມາດສ້າງລາຍໄດ້ ແລະ ຍົກລະດັບຄຸນນະພາບຊີວິດ, ເຂົາເຈົ້າຈະກາຍເປັນຜູ້ປົກປ້ອງປ່າທີ່ດີທີ່ສຸດ.

ກໍລະນີຂອງບ້ານນານໂກວ, ເມືອງອູ້ສີ, ແຂວງສ່ານຊີຂອງຈີນ ພິສູດໃຫ້ເຫັນວ່າ: ການຟື້ນຟູທຳມະຊາດຕ້ອງອາໄສວິໄສທັດໄລຍະຍາວ, ນະໂຍບາຍທີ່ຕໍ່ເນື່ອງ ແລະ ການມີສ່ວນຮ່ວມຂອງທຸກຝ່າຍ. ບົດຮຽນນີ້ບໍ່ພຽງແຕ່ເປັນຄວາມສຳເລັດຂອງຈີນ, ຍັງເປັນແນວທາງທີ່ລາວສາມາດນຳມາສຶກສາ ແລະ ປັບໃຊ້ໃຫ້ເໝາະສົມກັບສະພາບຂອງຕົນ ເພື່ອຮັກສາຜືນປ່າໃຫ້ຄົງຢູ່ຄູ່ປະເທດ ແລະ ສົ່ງ ຕໍ່ຊັບພະຍາກອນອັນລ້ຳຄ່ານີ້ໃຫ້ຄົນຮຸ່ນຕໍ່ໄປ.


