ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳ ຫສນຍ ພົບປະກັບການນຳແຂວງຄຳມ່ວນ

Aug 5, 2026

ໃນຕອນເຊົ້າວັນທີ 05 ສິງຫາ 2026, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ນຳພາຄະນະຮັບຜິດຊອບຝຶກອົບຮົມ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານໂຄສະນາປະຊາສຳພັນ ໃຫ້ແກ່ພະນັກງານຫ້ອງວ່າການ 8 ແຂວງ (ພາກກາງ ແລະ ພາກໃຕ້)” ເຂົ້າພົບປະກັບທ່ານ ສົມສະອາດ ອຸ່ນສີດາ, ປະທານຄະນະກໍາມະການປົກຄອງແຂວງຄຳມ່ວນ.

ທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ໄດ້ແຈ້ງຈຸດປະສົງ ຂອງການເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ ເພື່ອຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານໂຄສະນາປະຊາສຳພັນ ໃຫ້ພະນັກງານຫ້ອງວ່າການ 8 ແຂວງ ຄື: ແຂວງຄໍາມ່ວນ, ແຂວງໄຊສົມບູນ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ, ແຂວງຈຳປາສັກ ແລະ ແຂວງອັດຕະປື ລວມຫຼາຍກວ່າ 50 ທ່ານ; ທັງສືບຕໍ່ສ້າງຈຸດປະສານງານ, ການພົວພັນ, ການແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານໂຄສະນາປະຊາສຳພັນ ລະຫວ່າງ ຫສນຍ ກັບຫ້ອງວ່າການບັນດາແຂວງ ໃຫ້ມີຄວາມກົມກຽວ, ວ່ອງໄວ ແລະ ທັນການຫຼາຍຂຶ້ນ.


ທ່ານ ປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະ ທີ່ໄດ້ເລືອກແຂວງຄຳມ່ວນ ເປັນສະຖານທີ່ຈັດຝຶກອົບຮົມ ເຊິ່ງເປັນເງື່ອນໄຂອັນດີ ເຮັດໃຫ້ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ ພາຍໃນແຂວງຄຳມ່ວນ ຈຳນວນຫຼາຍ ໄດ້ເຂົ້າຮ່ວມ ແລະ ນຳເອົາບົດຮຽນ ໄປໝູນໃຊ້ໃນວຽກງານຕົວຈິງ ມີປະສິດທິພາບ ແລະ ປະສິດທິຜົນ.
ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ໄດ້ໃຫ້ກຽດເປັນປະທານ ແລະ ກ່າວເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານໂຄສະນາປະຊາສຳພັນ ໃຫ້ພະນັກງານຫ້ອງວ່າການ 8 ແຂວງ ພາກກາງ ແລະ ພາກໃຕ້ ໂດຍໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງວຽກງານໂຄສະນາປະຊາສຳພັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງ ຮຽກຮ້ອງນັກສໍາມະນາກອນທີ່ເຂົ້າຮ່ວມ ຈົ່ງພ້ອມກັນຕັ້ງໃຈຮັບຟັງການນຳສະເໜີ ແລະ ແລກປ່ຽນບົດຮຽນ ຕໍ່ບັນດາເນື້ອໃນ ທີ່ວິທະຍາກອນ ໄດ້ນຳມາສະເໜີຄັ້ງນີ້ ເພື່ອເກັບກ່ຽວເອົາບົດຮຽນ ໄປໝູນໃຊ້ໃນຂົງເຂດວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະແມ່ນ ບາງບົດຮຽນ ກ່ຽວກັບການຕິດຕາມ, ສັງລວມ ແລະ ແກ້ໄຂຫາງສຽງບໍ່ດີໃນສັງຄົມ; ບົດຮຽນ ກ່ຽວກັບການປະຕິບັດວຽກງານໂຄສະນາເຜີຍແຜ່ ຮັບໃຊ້ການນຳ; ການກະກຽມຄວາມພ້ອມ ໃຫ້ແກ່ການຫັນເປັນດີຈີຕອນພາກລັດ: ແລະ ຄວາມປອດໄພທາງໄຊເບີ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.