ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ນາຍົກລັດຖະມົນຕີ ຕ້ອນຮັບ ສະຫາຍຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ

Aug 6, 2026

​​​ ໃນຕອນເຊົ້າວັນທີ 06 ສິງຫາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ພົນເອກ ຫງວຽນ ຈ້ອງ ເຫງ້ຍ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.
​​​ ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ພ້ອມດ້ວຍຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ,​ ຫວຽດນາມ-ລາວ, ພ້ອມທັງ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ, ກອງປະຊຸມປະຖົມມະເລິກຂອງສະພາແຫ່ງຊາດ ຊຸດທີ 16 ແລະ ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍ ການນໍາຂັ້ນສູງຂອງຫວຽດນາມ ທີ່ໄດ້ຮັບການເລືອກຕັ້ງໃນສະໄໝ 2026-2031; ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືດ້ານການເມືອງ ລະຫວ່າງສອງກອງທັບ ທີ່ໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນ, ເຊິ່ງໄດ້ຊ່ວຍສຶກສາອົບຮົມ, ແລກປ່ຽນບົດຮຽນ, ກໍ່ສ້າງ-ບຳລຸງພະນັກງານ, ການກໍ່ສ້າງໂຄງລ່າງພື້ນຖານ, ທ້ອນໂຮມ ແລະ ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະ ການປະກາດຮັບຮອງເສັ້ນທາງສາຍພູຫຼວງ-ໂຮ່ຈີມິນ ເບື້ອງດິນແດນລາວ ເປັນຮ່ອງຮອຍປະຫວັດສາດແຫ່ງຊາດ. ພ້ອມນີ້, ສະຫາຍ ໄດ້ສະເໜີໃຫ້ສອງກອງທັບ ສືບຕໍ່ເພີ່ມທະວີແລກປ່ຽນບົດຮຽນປະສົບການຮ່ວມກັນ ທັງເປັນການສືບຕໍ່ຈັດຕັ້ງປະຕິບັດບັນດາຕາມການຕົກລົງ ຂອງການນໍາສອງປະເທດ ກໍຄື ສອງກອງທັບ ໃຫ້ນັບມື້ມີຜົນສໍາເລັດຕາມແຜນການທີ່ກໍໍານົດໄວ້. ໃນຕອນທ້າຍ ໄດ້ສະແດງຄວາມຂອບໃຈ ພັກ-ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ, ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ໄປຍັງສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕື່ມອີກ.


ໂອກາດດຽວກັນ, ສະຫາຍ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຄັ້ງນີ້; ພ້ອມທັງ ລາຍງານກ່ຽວກັບຜົນສຳເລັດຂອງການພົບປະເຮັດວຽກຢ່າງເປັນທາງການ ຮ່ວມກັບ ກະຊວງປ້ອງກັນປະເທດ ຂອງລາວ, ການແລກປ່ຽນບົດຮຽນ ແລະ ທິດທາງການຮ່ວມມືວຽກງານພັກ-ວຽກງານການເມືອງ, ໂດຍໄດ້ສະແດງຄວາມໝັ້ນໝາຍ ທີ່ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດ ກັບກອງທັບປະຊາຊົນລາວ ແລະ ລັດຖະບານລາວ, ສືບຕໍ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ປະສານສົມທົບຈັດຕັ້ງຜັນຂະຫຍາຍບັນດາອະນຸສັນຍາ, ແຜນການຮ່ວມມື ແລະ ເນື້ອໃນທິດຊີ້ນຳ ຂອງສະຫາຍ ນາຍົກລັດຖະມົນຕີ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຮູບປະທຳ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບເສີມຂະຫຍາຍ ແລະ ແຕກດອກອອກຜົນ ຢ່າງບໍ່ຢຸດຢັ້ງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ