ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊີວະປະຫວັດຫຍໍ້ ສະຫາຍ ໄຊສົມພອນ ພົມວິຫານ

Aug 9, 2026

ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ; ເປັນບຸດ ຂອງ ປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ
ໃນຄອບຄົວພະນັກງານປະຕິວັດ, ມີອ້າຍເອື້ອຍນ້ອງຮ່ວມກັນ 5 ຄົນ, ຊາຍ 05 ຄົນ; ສະຫາຍ ໄດ້ສ້າງຄອບຄົວກັບ ສະຫາຍ ດຣ. ນາງ ວິພາວັນ ພົມວິຫານ, ມີລູກນຳກັນ 02 ຄົນ, ຊາຍ 01 ຄົນ ແລະ ຍິງ
01 ຄົນ; ປັດຈຸບັນ ຢູ່ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ນັບແຕ່ 06 ປີ ສະຫາຍໄດ້ຈາກຄອບຄົວ ໄປຮຽນຢູ່ ຊັ້ນປະຖົມ ແລະ ມັດທະຍົມຢູ ່ ສສ ຫວຽດນາມ ແລະ ສປ ຈີນ.
– ປີ 1962-1970
– ປີ 1970-1973
– ປີ 1974-1976
– ປີ 1977-1983
– ປີ 1983-1984
– ປີ 1984-1987
– ປີ 1987-1989
–  ປີ 1989-1991
– ປີ 1991-1993
– ປີ 1993-1995
– ປີ 1995-1997
– ປີ 1998-2001
ເປັນນັກຮຽນຢູ່ ໂຮງຮຽນ ບັກຢາງ ສສ ຫວຽດນາມ ແລະ ໂຮງຮຽນນານນິງ, ແຂວງກວາງຊີ ສປ ຈີນ.
ເຂົ້າຮຽນໂຮງຮຽນອຸດົມສຶກສາ ຢູ່ຮ່າບັກ ສສ ຫວຽດນາມ.
ເຂົ້າຮຽນໂຮງຮຽນການທະຫານທີ່ເມືອງວຽງໄຊ ແຂວງຫົວພັນ.
ສຶກສາຢູ່ມະຫາວິທະຍາໄລແຫ່ງລັດ ມົດສະກູ ສະຫະພາບໂຊວຽດ(ສະຫະພັນ ຣັດເຊຍ ປັດຈຸບັນ).
ເປັນອາຈານສອນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນະຄອນຫຼວງວຽງຈັນ.
ຄົ້ນຄວ້າ ແລະ ປ້ອງກັນສໍາເລັດປະລິນຍາເອກ ຝ່າຍເສດຖະສາດການເມືອງ ທີ່ສະພາບັນດິດວິທະຍາສາດ ສັງຄົມແຫ່ງລັດ ມົດສະກູ ສະຫະພາບໂຊວຽດ.
ເຮັດວຽກຢູ່ຫ້ອງວ່າການແຂວງສະຫວັນນະເຂດ. ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ທັງເປັນຫົວໜ້າພະແນກການຄ້າ ແລະ ພົວພັນເສດຖະກິດກັບຕ່າງປະເທດ.
ເປັນກຳມະການສູນກາງພັກ ສະໄໝທີ V ເປັນຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ.
ເປັນເລຂາພັກແຂວງ, ເປັນເຈົ້າແຂວງສະຫວັນນະເຂດ. ກຳມະການສູນກາງພັກ ສະໄໝທີ VI, ເປັນລັດຖະມົນຕີວ່າການກະຊວງການເງິນ.
ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IV, ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
– ປີ 2001-2006
– ປິ 2006-2010
– ປີ 2011-2015
– ເດືອນ1-4/2016
– ເດືອນ 6/2016-2020
– ເດືອນ 1/2021
ເປັນກຳມະການສູນກາງພັກ ສະໄໝທີ VII, ເປັນສະມາຊິກສະພາແຫ່ງຊາດ, ເປັນປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ V, ຮອງປະທານລັດຖະສະພາສາກົນ ແຫ່ງ ສປປ ລາວ.
ເປັນກຳມະການສູນກາງພັກ ສະໄໝທີ VIII, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ, ປະທານກຳມະທິການຕ່າງປະເທດ
ເປັນກຳມະການສູນກາງພັກ ສະໄໝທີ IX, ເລຂາຄະນະພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VII, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ.
ເປັນກຳມະການສູນກາງພັກ ສະໄໝທີ X ແລະ ເປັນກຳມະການກົມການເມືອງສູນກາງພັກ, ເລຂາຄະນະ ພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ.
ເປັນກຳມະການສູນກາງພັກ ສະໄໝທີ X ແລະ ເປັນກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII.
ເປັນກຳມະການສູນກາງພັກ ສະໄໝທີ XI ຂອງພັກ, ກຳມະການກົມການເມືອງສູນກາງພັກ, ສະມາຊິກ ສະພາແຫ່ງຊາດ ຊຸດທີVIII, ປະທານສູນກາງແນວລາວສ້າງຊາດ.
– ເດືອນ 3/2021-12/2025 ເປັນກຳມະການສູນກາງພັກ ສະໄໝທີ XI, ກຳມະການກົມການເມືອງສູນກາງພັກ ສະໄໝທີ XI, ປະທານສະພາແຫ່ງຊາດ ຊຸດທີ IX.
– ເດືອນ 1/2026
– 3/2026 ເຖິງປັດຈຸບັນ
ເປັນກຳມະການສູນກາງພັກ ສະໄໝທີ XII, ກຳມະການກົມການເມືອງສູນກາງພັກ ສະໄໝທີ XII. ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X, ໄດ້ຮັບເລືອກຕັ້ງເປັນ ປະທານສະພາແຫ່ງຊາດ ຊຸດທີ X.