ເພື່ອສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກອັນສຸດຊຶ້ງ ເຖິງ ສະຫາຍ ໄຊສົມພອນ ພົມວິຫານ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ຄະນະຮັບຜິດຊອບພິທີ ຊາປະນະກິດສົບລະດັບຊາດ ອອກລະບຽບການໄວ້ທຸກ ດັ່ງນີ້:
1. ໃຫ້ຈັດຕັ້ງພິທີໄວ້ທຸກໃນທົ່ວປະເທດ ເປັນເວລາ 5 ວັນ ນັບແຕ່ວັນທີ 8 ສິງຫາ 2026 ເຖິງວັນທີ 12 ສິງຫາ 2026. ຕະຫຼອດໄລຍະເວລາໄວ້ທຸກ ໃຫ້ງົດທຸກກິດຈະກຳ ກ່ຽວກັບ ການຈັດງານລ້ຽງ, ການແຂ່ງຂັນກິລາ-ສິລະປະ ແລະ ການບັນເທິງ ທຸກປະເພດ.
2. ໃຫ້ອົງການຈັດຕັ້ງຕ່າງໆ ຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຄະນະພັກ-ອົງການປົກຄອງທ້ອງຖິ່ນ, ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຕ່າງປະເທດ ເອົາທຸງຊາດ ແລະ ທຸງພັກ ລົງເຄິ່ງເສົາ ນັບແຕ່ວັນທີ 8 ສິງຫາ 2026 ເຖິງວັນທີ 12 ສິງຫາ 2026. ໃຫ້ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ກະກຽມ
ສະຖານທີ່ ຈັດຕັ້ງໄວ້ອາໄລ, ເປີດປຶ້ມໄວ້ອາໄລ ຢູ່ສຳນັກງານ ຂອງຕົນ.
3. ນະຄອນຫຼວງວຽງຈັນ ຈະໄດ້ຈັດຕັ້ງພິທີວາງພວງມາລາໄວ້ອາໄລ ເປັນເວລາ 3 ວັນ, ເລີ່ມແຕ່ວັນທີ 9 ສິງຫາ 2026 ເຖິງວັນທີ 11 ສິງຫາ 2026; ຕອນເຊົ້າເລີ່ມແຕ່ເວລາ 8:30 ໂມງ ເຖິງ 12:00 ໂມງ, ຕອນບ່າຍ ເລີ່ມແຕ່ເວລາ 14:00 ໂມງ ເຖິງ 17:00 ໂມງ. ບັນດາກະຊວງ, ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ບັນດາແຂວງ, ອົງການຈັດຕັ້ງສັງຄົມ, ຫົວໜ່ວຍຮາກຖານ ຕະຫຼອດເຖິງພີ່ນ້ອງປະຊາຊົນ, ຍາດມິດ ທີ່ຢູ່ໃກ້ ແລະ ໄກ ຈົງຈັດຕັ້ງຄະນະເຂົ້າວາງພວງມາລາໄວ້ອາໄລ ຕາມວັນເວລາ ທີ່ກຳນົດໄວ້.
4. ພິທີຊາປະນະກິດສົບ ລະດັບຊາດ ຈະໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 12 ສິງຫາ 2026 ເລີ່ມແຕ່ເວລາ 13:00 ໂມງ ເປັນຕົ້ນໄປ ທີ່ ສະໜາມຫຼວງ (ເດີ່ນພະທາດຫຼວງນະຄອນຫຼວງວຽງຈັນ).
ຄະນະຮັບຜິດຊອບພິທີຊາປະນະກິດສົບລະດັບຊາດ
ລະບຽບການໄວ້ທຸກລະດັບຊາດ

