ວສລ ຈະສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກ ໃຫ້ມີຄຸນນະພາບສູງໄປສູ່ລະບົບດິຈິຕອນ ຢ່າງສົມບູນ
—————————
ໂດຍ: ວັນເພັງ
ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ). ທ່ານ ນາງ ສິມມະນີ ແກ້ວແກ່ນ ຜູ້ອຳນວຍການໃຫຍ່ ວສລ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ ທີ່ ວສລ ໂດຍໄດ້ຍົກໃຫ້ເຫັນບົດບາດສໍາຄັນຂອງສື່ມວນຊົນ ສື່ມວນຊົນເປັນອາວຸດອັນແຫຼມຄົມ ທີ່ໄດ້ປະກອບສ່ວນຢ່າງສຳຄັນໃຫຍ່ຫຼວງເຂົ້າໃນໄຊຊະນະລວມຂອງພາລະກິດປະຕິວັດໃນແຕ່ລະໄລຍະຂອງຊາດຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ; ຍົກໃຫ້ເຫັນວຽກງານອັນພົ້ນເດັ່ນ ວສລ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະໃນໄລຍະມໍ່ໆນີ້ ແມ່ນໄດ້ໂຄສະນາຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກ (ຄັ້ງທີ XI, XII), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (ຄັ້ງທີ IX, X), ວຽກງານຈຸດສຸມຂອງສະພາແຫ່ງຊາດ ແລະ ລັດຖະບານຊຸກຍູ້ການຜະລິດເປັນສິນຄ້າວຽກດີຄົນເດັ່ນ ແລະ ການສົ່ງເສີມຜະລິດຕະພັນພາຍໃນ. ພ້ອມນັ້ນ, ຍັງໄດ້ສ່ອງແສງເຫດການ ແລະ ວັນສໍາຄັນຕ່າງໆຢ່າງກວ້າງຂວາງ. ດ້ານການອອກອາກາດ ວສລ ຮັບຜິດຊອບ 5 ຄື້ນ, ຜະລິດລາຍການເອງ 107 ລາຍການ, ຄູ່ຮ່ວມງານ 23 ລາຍການ, ລວມອອກອາກາດ 50 ຊົ່ວໂມງ/ມື້. ພວກເຮົາໄດ້ຫັນປ່ຽນຮູບແບບໃຫ້ມີພາບຫຼາຍຂຶ້ນ, ຜະລິດຄລິບສັ້ນ ແລະ ໄລ້ສົດຜ່ານ Facebook Page ຂອງ ວສລ ຊຶ່ງມີຜູ້ຕິດຕາມຫຼາຍກວ່າ 177,000 ຄົນ ຊຶ່ງລາຍການທີ່ນິຍົມຫຼາຍມີ: ລາຍການພາກຂ່າວທົ່ວໄປ, ຂ່າວຮອບບ້ານຜ່ານເມືອງ, ຂ່າວຕາມເຫດການມີພາບ ແລະ ໂດຍສະເພາະ “ລາຍການຂັບຂີ່ປອດໄພ” ທີ່ຊ່ວຍໃຫ້ຂໍ້ມູນການສັນຈອນ ແລະ ຫຼຸດຜ່ອນອຸບັດເຫດ ເວົ້າລວມແລ້ວ ວສລ ຍັງແມ່ນພາຫະນະສື່ມວນຊົນທີ່ໃຫ້ຂໍ້ມູນວ່ອງໄວ ທັນເຫດການ ແລະ ກວມເອົາພື້ນທີ່ສ່ວນໃຫຍ່ຂອງປະເທດ.

ເພື່ອປັບປຸງພັດທະນາວຽກງານການກະຈາຍສຽງໃຫ້ຍືນຍົງ ວສລ ຈຳເປັນຕ້ອງປັບປຸງປ່ຽນແປງຕາມຄຳຂວັນທີ່ວ່າ: “ສ້າງບຸກຄະລາກອນ ໃໝ່ຫັນສູ່ເຕັກນິກທັນສະໄໝ, ເນື້ອໃນແຫຼມຄົມວ່ອງໄວ, ປັບປຸງກົນໄກບໍລິການຂະຫຍາຍການຮ່ວມມື” ໂດຍສຸມໃສ່ທິດທາງຄື: ສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກວິທະຍຸໃຫ້ມີຄຸນນະພາບສູງເປັນລະບົບຄົບຊຸດ ເພື່ອເຊື່ອມໂຍງກັບສາກົນ, ຫັນຈາກລະບົບອານາລັອກ ໄປສູ່ລະບົບດີຈີຕອນ ຢ່າງສົມບູນ ເພື່ອກະຈາຍສຽງໃຫ້ກວມພື້ນທີ່ 95% ຂອງປະເທດ ແລະ ສູ້ຊົນໃຫ້ໄດ້ 100% ໃນປີ 2030, ຍົກສູງຄຸນນະພາບເນື້ອໃນ ຮອດປີ 2030 ປັບປຸງເນື້ອໃນຂ່າວ ແລະ ລາຍການໃຫ້ແຫຼມຄົມ, ວ່ອງໄວ, ມີຫຼາຍຮູບແບບ (ລວມທັງວິທະຍຸມີພາບ) ເພື່ອດຶງດູດຜູ້ຟັງ-ຜູ້ຊົມ ແລະ ເປັນແຫຼ່ງຕອບໂຕ້ຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີຢ່າງມີປະສິດທິພາບ, ປັບປຸງລະບົບອຸປະກອນດ້ານສຽງ ເຂົ້າສູ່ລະບົບດີຈີຕອນຢ່າງສົມບູນແບບ ໃນປັດຈຸບັນ. ສະນັ້ນ, ຮຽກຮ້ອງໃຫ້ສື່ມວນຊົນແຕ່ລະອົງການມີຄວາມໜັກແໜ້ນເຂັ້ມແຂງ ກ້າວເຂົ້າສູ່ຄຸນນະພາບໃໝ່ ວ່ອງໄວ ທັນສະໄໝ ແລະ ໜ້າເຊື່ອຖືນໍາໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ເຂົ້າໃນການຜະລິດຂ່າວ ແລະ ວິເຄາະຂໍ້ມູນ, ພັດທະນາເນື້ອຫາໃຫ້ມີຄວາມສ້າງສັນ ແລະ ເຂົ້າເຖິງຄົນລຸ້ນໃໝ່, ຜ່ານວີດີໂອສັ້ນ, ສາລະຄະດີພອດແຄສ (Podcast) ຫຼື ການນຳສະເໜີແບບດີຈີຕອນ. ຄຽງຄູ່ກັນນັ້ນ, ຕ້ອງພັດທະນາບຸກຄະລາກອນນັກຂ່າວຮຸ່ນໃໝ່ໃຫ້ມີທັກສະຮອບດ້ານ ທັງດ້ານວິຊາຊີບ, ເຕັກໂນໂລຊີ, ພາສາຕ່າງປະເທດ ແລະ ຈັນຍາບັນວິຊາຊີບ.

ໃນໂອກາດວັນທີ່ມີຄວາມໝາຍສໍາຄັນນີ້, ທ່ານ ນາງ ສິມມະນີ ແກ້ວແກ່ນ ໄດ້ສະແດງຄວາມກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພັກ-ລັດ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳຮອບດ້ານ ພ້ອມທັງຂອບໃຈເພື່ອນຮ່ວມງານທຸກພາກສ່ວນ ແລະ ຜູ້ຟັງ-ຜູ້ຊົມ ທຸກທ່ານທີ່ໄດ້ສະໜັບສະໜູນ ວສລ ຕະຫຼອດມາ. ທ່ານ ຍັງໄດ້ຢັ້ງຢືນວ່າ ວສລ ຈະສືບຕໍ່ສຸມໃສ່ພັດທະນາຕົນເອງຢ່າງຮອບດ້ານ ເພື່ອໃຫ້ກາຍເປັນສື່ທີ່ທັນສະໄໝ, ສະໜອງຂໍ້ມູນຂ່າວສານວ່ອງໄວ ແລະ ເປັນປະໂຫຍດແກ່ສັງຄົມ. ຜູ້ອຳນວຍການໃຫຍ່ ວສລ ຍັງໄດ້ຖືໂອກາດນີ້ ອວຍພອນໄຊອັນປະເສີດແກ່ການນຳພັກ-ລັດ, ເພື່ອນຮ່ວມງານ, ບໍລິສັດ, ຫ້າງຮ້ານ ແລະ ຜູ້ຟັງ-ຜູ້ຊົມທຸກທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ຊີວິດຄອບຄົວທຸກປະການ.


