ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງບໍ່ແກ້ວ

Aug 20, 2026

ໃນຕອນບ່າຍ ວັນທີ 19 ສິງຫາ 2026 ທີ່ສະໂມສອນໃຫຍ່ຂອງແຂວງ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງບໍ່ແກ້ວ ໂດຍນຳພາເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ, ປະທານຄະນະກໍາມະການປົກຄອງແຂວງ.

ທ່ານ ປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2026 ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຼາຍຕົວ ໃນລະດັບ 5.1%, ການເກັບລາຍຮັບເຂົ້າງົບປະມານ ໄດ້ 63% ຂອງແຜນການປີ, ການປະຕິບັດແຜນລາຍຈ່າຍ ໄດ້ 36% ຂອງແຜນການປີ, ການຜະລິດພືດ-ຜັກ ແລະ ສະບຽງອາຫານ ສາມາດກຸ້ມພາຍໃນແຂວງ; ການກໍ່ສ້າງ-ປັບປຸງເສັ້ນທາງສາຍຕ່າງໆ ແລະ ກັນຕະຝັ່ງເຈື່ອນແຕ່ລະຈຸດ ລ້ວນແຕ່ມີຄວາມຄືບໜ້າເປັນກ້າວໆ; ໄດ້ເອົາໃຈໃສ່ ພັດທະນາ-ປັບປຸງຄຸນນະພາບການສຶກສາ ແລະ ການບໍລິການສາທາລະນະສຸກ ໃຫ້ດີຂຶ້ນ, ທັງໄດ້ພັດທະນາ​ບັນ​ດາ​ແຫຼ່ງທ່ອງທ່ຽວ​ໃນ​ທົ່ວ​ແຂວງ ເພື່ອດຶງດູດນັກທ່ອງທ່ຽວ; ສໍາເລັດການປະກາດສ້າງຕັ້ງຕາແສງພາຍໃນແຂວງ ທັງໝົດ 23 ຕາແສງ, ພ້ອມທັງ ລົງຊຸກຍູ້ສ້າງຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງ, ເພີ່ມບົດບາດການນໍາພາຂອງຄະນະກໍາມະການປົກຄອງຕາແສງ ແລະ ສໍາເລັດການມອບ-ຮັບອຸປະກອນ-ງົບປະມານ ທີ່ສູນກາງປະກອບໃຫ້ຕາແສງຕ່າງໆ.


ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງ ແກ້ໄຂບັນດາປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳແຕ່ລະຂັ້ນ ແລະ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ; ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍສະເພາະ 6 ທິດທາງລວມ, 4 ມາດຕະການ ແລະ 14 ມາດຕະການເພີ່ມເຕີມ ທີ່ສະພາແຫ່ງຊາດໄດ້ຮັບຮອງ ໃຫ້ມີຄືບໜ້າ ແລະ ໄດ້ຮັບຜົນສໍາເລັດ; ຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ເປັນຂະບວນການ ແລະ ຫັນປ່ຽນຢ່າງແຂງແຮງ; ສຸມໃສ່ຫັນການຈັດເກັບລາຍຮັບເປັນທັນສະໄໝ, ຈັດເກັບລາຍຮັບເຂົ້າງົບປະມານ ຈາກຖານທີ່ມີແລ້ວ ໃຫ້ຄົບຖ້ວນ ແລະ ຂະຫຍາຍຖານລາຍຮັບໃໝ່ ໃຫ້ມີຄວາມໝັ້ນຄົງ; ເອົາໃຈໃສ່ຄຸ້ມຄອງເຂດເສດຖະ ກິດພິເສດ-ເຂດອຸດສາຫະກຳຕ່າງໆ ໃຫ້ເຄື່ອນໄຫວຢ່າງມີປະສິດທິຜົນ, ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ ບົນຈິດໃຈປະຢັດ; ຍົກສູງປະສິດທິພາບ-ປະສິດທິຜົນຂອງການລົງທຶນພັດທະນາພື້ນຖານໂຄງລ່າງ ໂດຍກວດກາຄືນ ບັນດາໂຄງການທີ່ເຊັນສັນຍາໄປແລ້ວ ຫາກບໍ່ມີຄວາມຄືບໜ້າ ຕ້ອງໄດ້ເລັ່ງກ່າວເຕືອນ ແລະ ກ້າວໄປເຖິງການແຈ້ງຖອນໂຄງການ; ເຂັ້ມງວດຄຸ້ມຄອງການຂຸດຄົ້ນແຮ່ທາດ ຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ, ຫາກບ່ອນໃດມີການລະເລີຍ-ເມີນເສີຍ ຕໍ່ໜ້າທີ່ ແມ່ນໃຫ້ອົງການກວດກາແຫ່ງລັດ ກວດກາ ແລະ ມີມາດຕະການຢ່າງເດັດຂາດ; ເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນ ທຸກຊັ້ນ-ທຸກສາຍ ໃຫ້ໄດ້ຮັບຜົນດີ, ແກ້ໄຂການປະລະການຮຽນ ແລະ ກຽມຄວາມພ້ອມ ໃຫ້ແກ່ການນໍາໃຊ້ຫຼັກສູດສາມັນສຶກສາໃໝ່ 6+3+3; ເຝົ້າລະວັງພະຍາດຕາມລະດູການ; ສົ່ງເສີມການຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ, ຄຸ້ມຄອງແຮງງານຕ່າງດ້າວ ໃຫ້ເຂົ້າສູ່ລະບົບ; ສືບຕໍ່ພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງການລົງທຶນ ແລະ ການຊ່ວຍເຫຼືອ, ພ້ອມທັງ ຕິດຕາມແກ້ໄຂບັນຫາຫຼໍ່ແຫຼມຕ່າງໆ ຕາມເຂດຊາຍແດນ ໃຫ້ສືບຕໍ່ມີຄວາມສະຫງົບ-ປອດໄພ.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຕິດຕາມຊຸກຍູ້ ການບໍລິການ, ການກວດກາຄົນ-ສິນຄ້າ ເຂົ້າ-ອອກເມືອງ ແລະ ການປັບປຸງໂຄງລ່າງພື້ນຖານດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ຕື່ມອີກ.


ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.