ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ຊຸກຍູ້ການແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ ຢູ່ເມືອງກະລຶມ

Aug 22, 2026

ໃນຕອນເຊົ້າວັນທີ 22 ສິງຫາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ມອບເຄື່ອງຊ່ວຍເຫຼືອ ແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ ໂດຍສະເພາະ ນໍ້າຖ້ວມ-ນໍ້າໄຫຼຊຸ ຢູ່ເມືອງກະລຶມ, ແຂວງເຊກອງ ໂດຍມີທ່ານ ຂັນຕີ ສິລິວົງສາ, ປະທານຄະນະກຳມະການປົກຄອງແຂວງເຊກອງ, ພ້ອມດ້ວຍການນໍາ ແລະ ພະນັກງານຫຼັກແຫຼ່ງເມືອງກະລຶມ ໃຫ້ການຕ້ອນຮັບ.

ທ່ານ ສາຍຄຳ ແກ້ວບຸນປານ ເລຂາພັກເມືອງກະລຶມ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນເສຍຫາຍ ຈາກໄພພິບັດທຳມະຊາດ ຢູ່ພາຍໃນເມືອງກະລຶມ ໃນເດືອນສິງຫາ 2026 ແມ່ນໄດ້ເສຍຫາຍຫຼາຍສົມຄວນ ໂດຍສະເພາະ ເສັ້ນທາງ-ຂົວ, ລະບົບຊົນລະປະທານ, ພື້ນທີ່ທຳການຜະລິດ, ໜອງປາ, ສັດລ້ຽງ, ໂຮງຮຽນ, ສຸກສາລາ ແລະ ອື່ນໆ ຖືກນໍ້າໄຫຼຊຸ-ໄຫຼເຊາະ-ໄຫຼຖ້ວມ, ດິນເຈື່ອນທັບ-ຖົມ, ປັດຈຸບັນ ພາກສ່ວນກ່ຽວຂ້ອງ ກຳລັງເກັບກຳຂໍ້ມູນ ແລະ ປະເມີນຜົນເສຍຫາຍດັ່ງກ່າວ.


ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ເປັນຫ່ວງເປັນໄຍ ຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ໂດຍສະເພາະ ຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພ້ອມທັງ ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງດ້ານ ເປັນຕົ້ນ ໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ທຸກໜ່ວຍງານທີ່ກ່ຽວຂ້ອງ ສືບຕໍ່ສຸມທຸກກຳລັງແຮງເຂົ້າໃນການຊ່ວຍເຫຼືອ ແລະ ເບິ່ງແຍງຜູ້ປະສົບໄພ ຄວບຄູ່ກັບການເຝົ້າລະວັງ ແລະ ຕິດຕາມປະຊາຊົນທີ່ອາໄສຢູ່ໃນເຂດສ່ຽງ, ພ້ອມທັງ ເລັ່ງຟື້ນຟູຜົນກະທົບ ໃນໄລຍະຜ່ານມາ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ປະຊາຊົນຕ້ອງເພີ່ມຄວາມລະມັດລະວັງ, ເບິ່ງແຍງລູກຫຼານ ແລະ ຕິດຕາມຂ່າວສານກ່ຽວກັບສະພາບອາກາດ ແລະ ລະດັບນ້ຳຢ່າງໃກ້ຊິດ. ຫາກມີສັນຍານຄວາມສ່ຽງ ເຈົ້າໜ້າທີ່ຕ້ອງຮີບຮ້ອນເຂົ້າຊ່ວຍເຫຼືອ ແລະ ຍົກຍ້າຍປະຊາຊົນໄປສູ່ບ່ອນປອດໄພ; ໃຫ້ຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເລັ່ງສ້າງແຜນປ້ອງກັນ, ແຜນຮັບມື ແລະ ແຜນຟື້ນຟູພາຍຫຼັງໄພພິບັດ ຢ່າງຮີບດ່ວນ ໂດຍຕ້ອງມີການວາງແຜນໜ້າວຽກ, ກຳລັງຄົນ ແລະ ງົບປະມານຢ່າງລະອຽດ ເພື່ອໃຫ້ການຟື້ນຟູເປັນໄປຢ່າງມີປະສິດທິຜົນ; ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປ້ອງກັນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທາງສັງຄົມ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ; ສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ລູກຫຼານ ແລະ ປະຊາຊົນ ສາມາດເຂົ້າເຖິງການສຶກສາ ແລະ ການບໍລິການສາທາລະນະສຸກ ໄດ້ຢ່າງທົ່ວເຖິງ; ສືບຕໍ່ພັດທະນາຊົນນະບົດ, ຈັດສັນທີ່ຢູ່ອາໄສ, ຈັດສັນອາຊີບ ກໍ່ຄືແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ມີຊີວິດການເປັນຢູ່ ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ; ໃຫ້ທ້ອງຖິ່ນຕ່າງໆ ເປັນເຈົ້າການ ແລະ ມີສ່ວນຮ່ວມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ປັບປຸງສ້ອມແປງເສັ້ນທາງ ໃນທ້ອງຖິ່ນຂອງຕົນ ໃຫ້ຫຼາຍຂຶ້ນ.


ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບເງິນ, ເຄື່ອງອຸປະໂພກ-ບໍລິໂພກ, ຢາ ແລະ ອຸປະກອນການແພດ ຈຳນວນໜຶ່ງ ໃຫ້ແກ່ອົງການປົກຄອງແຂວງເຊກອງ ແລະ ເມືອງກະລຶມ ເພື່ອນຳໄປຊ່ວຍເຫຼືອປະຊາຊົນ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດທຳມະຊາດ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.