ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ມອບເຄື່ອງຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ຢູ່ຕາແສງຄັນເກີງ

Aug 23, 2026

ໃນຕອນແລງ ວັນທີ 22 ສິງຫາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາເບິ່ງສະພາບພື້ນທີ່ນໍ້າຖ້ວມ, ຢ້ຽມຢາມຖາມຂ່າວ, ພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບ ຢູ່ຕາແສງຄັນເກີງ, ນະຄອນປາກເຊ, ແຂວງຈໍາປາສັກ ໂດຍມີທ່ານ ອາລຸນໄຊ ສູນນະລາດ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຄະນະນຳຂອງ ແຂວງ, ນະຄອນປາກເຊ ແລະ ປະຊາຊົນທີ່ຖືກຜົນກະທົບ ໃຫ້ການຕ້ອນຮັບ.


ທ່ານ ຄຳສະຫວາດ ສຸດທະວົງ, ປະທານຄະນະກໍາມະການປົກຄອງຕາແສງຄັນເກີງ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ຕາແສງດັ່ງກ່າວ ເຫັນວ່າ ມີບ້ານຖືກຜົນກະທົບ 13 ບ້ານ, 637 ຫຼັງຄາເຮືອນ, 3,104 ຄົນ, ເນື້ອທີ່ນາ 137 ເຮັກຕາ, ໜອງປາ 38 ໜອງ, ເສັ້ນທາງ 5 ເສັ້ນ, ວັດ 1 ແຫ່ງ, ມີປະຊາຊົນຍ້າຍໄປຢູ່ຈຸດພັກຊົ່ວຄາວ 14 ຄອບຄົວ, ຈໍານວນ 60 ຄົນ. ນອກນັ້ນ ຍັງມີສັດໃຫຍ່ ແລະ ສັດປີກ ຈໍານວນໜຶ່ງ. ຈາກຜົນກະທົບດັ່ງກ່າວ, ປະຊາຊົນໄດ້ຮັບການຊ່ວຍເຫຼືອເບື້ອງຕົ້ນແລ້ວ ເປັນເງິນເກືອບ 60 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ.


ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍສະແດງຄວາມຊົມເຊີຍ ຕໍ່ອົງການປົກຄອງທຸກຂັ້ນ ທີ່ໃຫ້ເບິ່ງແຍງຊ່ວຍເຫຼືອປະຊາຊົນ ໄດ້ວ່ອງໄວ ແລະ ທັນການ, ທັງສະແດງຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບ. ອັນສໍາຄັນ ແມ່ນໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ມີສະຕິ ແລະ ປົກປັກຮັກສາຊັບສິນທີ່ມີຄ່າຂອງຕົນໃຫ້ດີ, ພ້ອມທັງ ມີການຈັດຕັ້ງເວນຍາມຄັກແນ່; ໃຫ້ມີຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະ ໃນເວລາພົບຄວາມຫຍຸ້ງຍາກ ຍິ່ງຕ້ອງໄດ້ເພີ່ມທະວີຫຼາຍຂຶ້ນ; ພ້ອມກັນເອົາໃຈໃສ່ຮັກສາສຸຂະອານາໄມ ຢູ່ຈຸດພັກຊົ່ວຄາວ, ພ້ອມກັນນັ້ນ ໃຫ້ແພດ-ໝໍ ຕິດຕາມເບິ່ງແຍງສຸຂະພາບຂອງປະຊາຊົນ ຢ່າງໃກ້ຊິດ; ສືບຕໍ່ຕິດຕາມ ແລະ ໃຫ້ການຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກຕ່າງໆ ຂອງປະຊາຊົນ; ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ແລະ ລະດັບນໍ້າ ຢ່າງໃກ້ຊິດ, ທັງກະກຽມຄວາມພ້ອມຮັບມື ຕໍ່ຄວາມສ່ຽງຕ່າງໆ ທີ່ອາດເກີດຂຶ້ນ ຢ່າງທັນການ.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບເງິນ, ເຄື່ອງອຸປະໂພກ-ບໍລິໂພກ, ຢາ ແລະ ອຸປະກອນການແພດຈຳນວນໜຶ່ງ ໃຫ້ແກ່ອົງການປົກຄອງແຂວງຈຳປາສັກ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກຂອງປະຊາຊົນ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດນໍ້າຖ້ວມ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.