ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ນໍາພາຄະນະ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ຢູ່ ເມືອງນານ.

Aug 23, 2026

ໃນຕອນເຊົ້າວັນທີ 23 ສິງຫາ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 19 ສິງຫາ 2026ຜ່ານມາ ຈຳນວນ 5 ບ້ານ ຢູ່ເມືອງນານ ແຂວງ ຫຼວງພະບາງ ໃນນັ້ນ 2 ບ້ານ ໄດ້ຖືກນໍ້າຖ້ວມເຮືອນມີ: ບ້ານສີບຸນເຮືອງ, ບ້ານນາເລົາ; ບ້ານທີ່ມີດິນເຈື່ອນ ມີ 3 ບ້ານ: ບ້ານ ໂພນໄຊ, ບ້ານນາເມືອງໃຫຍ່ ແລະ ບ້ານ ກາງ, ໂດຍມີ ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍການນໍາຂັ້ນແຂວງ ແລະ ພະນັກງານຫຼັກແຫຼ່ງເມືອງນານ ໃຫ້ການຕ້ອນຮັບ.

ທ່ານ ໄຊນະຄອນ ສຸດທິດາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງນານ ໄດ້ຕາງໜ້າໃຫ້ກັບການນໍາເມືອງນານ ກ່າວຕ້ອນຮັບ ພ້ອມທັງລາຍງານເຫດການນ້ຳຖ້ວມຄັ້ງນີ້ ວ່າ: ເຫດເກີດຂຶ້ນໃນເວລາປະມານ 2 ໂມງເຊົ້າ ຂອງວັນທີ 19 ສິງຫາ 2026 ເນື່ອງຈາກຝົນຕົກໜັກ ເຮັດໃຫ້ນ້ຳນານເພີ່ມສູງຂຶ້ນຢ່າງໄວວາ ແລະ ໄຫຼເຂົ້າຖ້ວມເຮືອນຂອງປະຊາຊົນ, ຕາມການເກັບກຳຂໍ້ມູນເບື້ອງຕົ້ນລະບຸວ່າ ມີຄອບຄົວຖືກຜົນກະທົບລວມ 122 ຄອບຄົວ, ປະຊາກອນ 574 ຄົນ, ເປັນຍິງ 244 ຄົນ, ໃນນັ້ນ, ບ້ານນາເລົາ ມີ 5 ຄອບຄົວ ໄດ້ຮັບຜົນເສຍຫາຍ, ສ່ວນບ້ານສີບຸນເຮືອງ 30 ຄອບຄົວ. ສຳລັບດ້ານກະສິກຳ ມີເນື້ອທີ່ນາເສຍຫາຍຫຼາຍກວ່າ 14 ເຮັກຕາ ແລະ ເນື້ອທີ່ສວນມັນຕົ້ນເສຍຫາຍ ຫຼາຍກວ່າ 1 ເຮັກຕາ, ສ່ວນເນື້ອທີ່ນາທີ່ຖືກຜົນກະທົບລວມທັງໝົດ ພວມຢູ່ໃນຂັ້ນຕອນສຳຫຼວດ ແລະ ສັງລວມຂໍ້ມູນ.

ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ເປັນຫ່ວງເປັນໃຍ ຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ໂດຍສະເພາະ ຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພ້ອມທັງເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງດ້ານ ເປັນຕົ້ນ ໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ທຸກໜ່ວຍງານທີ່ກ່ຽວຂ້ອງ ສືບຕໍ່ສຸມທຸກກຳລັງແຮງເຂົ້າໃນການຊ່ວຍເຫຼືອ ແລະ ເບິ່ງແຍງຜູ້ປະສົບໄພ ຄວບຄູ່ກັບການເຝົ້າລະວັງ ແລະ ຕິດຕາມປະຊາຊົນທີ່ອາໄສຢູ່ໃນເຂດສ່ຽງ, ພ້ອມທັງເລັ່ງຟື້ນຟູຜົນກະທົບໃນໄລຍະຜ່ານມາ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ປະຊາຊົນຕ້ອງເພີ່ມຄວາມລະມັດລະວັງ, ເບິ່ງແຍງລູກຫລານ ແລະ ຕິດຕາມຂ່າວສານກ່ຽວກັບສະພາບອາກາດ ຢ່າງເປັນປົກກະຕິ, ຄວບຄູ່ກັບການເອົາໃຈໃສ່ດ້ານສຸຂະອະນາໄມ, ນ້ຳສະອາດ ແລະ ການປ້ອງກັນພະຍາດລະບາດ ທີ່ອາດເກີດຂຶ້ນພາຍຫຼັງນ້ຳຖ້ວມ.

ຫຼັງຈາກນັ້ນ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 293 ລ້ານກີບ , ໃຫ້ແກ່ອົງການປົກຄອງເມືອງນານ ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນ ແກ້ໄຂຜົນກະທົບ ຈາກໄພພິບັດທຳມະຊາດ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ. ໃນໂອກາດທ່ານ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວທີ່ເມືອງນານນີ້, ການນໍາຂອງເມືອງໄດ້ນໍາພາຄະນະລົງເບິ່ງສະຖານທີ່ ທີ່ຖືກຜົນກະທົບຢູ່ ສອງບ້ານຄື: ບ້ານ ສີບຸນເຮືອງ ແລະ ບ້ານ ນາເລົາ ຕື່ມອີກ.

ພາບ-ຂ່າວ: ທະນູສິນ ອິດທິພົນ