ໃນຕອນບ່າຍຂອງວັນທີ 23 ສິງຫາ 2026 ນີ້ ພາຍຫຼັງສຳເລັດການເຄື່ອນໄຫວມອບເຄື່ອງບັນເທົາທຸກໃຫ້ກັບເມືອງນານແລ້ວ, ທ່ານ ຄໍາພັນ ເຜີຍຍະວົງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຮອງປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຫ້ອງການຄະນະໂຄສະນາອົບຮົມ ເມືອງນານ, ແຂວງຫຼວງພະບາງ.

ໃນໂອກາດດັ່ງກ່າວ, ຫົວໜ້າຫ້ອງການຄະນະໂຄສະນາອົບຮົມເມືອງນານ ພ້ອມດ້ວຍພະນັກງານ ໄດ້ໃຫ້ກຽດຕ້ອນຮັບທ່ານ ຄໍາພັນ ເຜີຍຍະວົງ ແລະ ຄະນະ ດ້ວຍຄວາມອົບອຸ່ນ. ການຢ້ຽມຢາມໃນຄັ້ງນີ້ ເປັນໂອກາດອັນດີໃນການພົບປະ, ຢ້ຽມຢາມ ແລະ ຮັບຟັງສະພາບການດຳເນີນວຽກງານຂອງຄະນະໂຄສະນາອົບຮົມຢູ່ຂັ້ນທ້ອງຖິ່ນ, ພ້ອມທັງເປັນການເສີມສ້າງສາຍພົວພັນ, ຄວາມໃກ້ຊິດ ແລະ ການປະສານສົມທົບວຽກງານລະຫວ່າງຂັ້ນສູນກາງກັບຂັ້ນທ້ອງຖິ່ນ.

ໃນໂອກາດດັ່ງກ່າວ ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມອບເງິນຈໍານວນໜຶ່ງໃຫ້ກັບຫ້ອງການຄະນະໂຄສະນາອົບຮົມເມືອງນານ ເພື່ອຮັບໃຊ້ເຂົ້າໃນວຽກງານຂອງຕົນໃຫ້ໄດ້ຮັບຜົນດີ. ທັງນີ້, ການລົງຢ້ຽມຢາມຍັງສະທ້ອນໃຫ້ເຫັນເຖິງຄວາມໃສ່ໃຈຕໍ່ວຽກງານໂຄສະນາອົບຮົມ, ການເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ ແລະ ວຽກງານອື່ນໆຢູ່ຂັ້ນຮາກຖານ ໃຫ້ມີຄວາມເຂັ້ມແຂງ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຕອບສະໜອງວຽກງານການເມືອງໃນແຕ່ລະໄລຍະ.
ພາບ-ຂ່າວ: ທະນູສິນ ອິດທິພົນ


