ຜົນຄໍາຕັດສິນຂອງສານ ຂອງ ລັດຖະບານກາງ ສະຫະລັດ ອາເມລິກາ ກ່ຽວກັບ ມາດຕະການວີຊາ ຕໍ່ 75 ປະເທດ
ໃນວັນທີ 21 ສິງຫາ 2026 ຜ່ານມາ, ຜູ້ພິພາກສາສານລັດຖະບານກາງ ສະຫະລັດ ອາເມລິກາ (Federal Judge) ຂອງ ນະຄອນນິວຢອກ ໄດ້ມີຄໍາຕັດສິນໃຫ້ຍົກເລີກຄໍາສັ່ງທາງບໍລິຫານ ຂອງ ປະທານາທິບໍດີ ໂດນັ້ນ ທຣໍາ ທີ່ສັ່ງໂຈະການພິຈາລະນາອອກວີຊາ ສໍາລັບ ຜູ້ຍົກຍ້າຍຖິ່ນຖານ ຫຼື ອາໄສຢູ່ຢ່າງຖາວອນ (Immigrant Visa) ຕໍ່ພົນລະເມືອງ 75 ປະເທດ (ລວມທັງ ສປປ ລາວ) ໂດຍລະບຸວ່າ ນະໂຍບາຍດັ່ງກ່າວເປັນການກະທໍາທີ່ຂັດຕໍ່ກົດໝາຍ, ເປັນການໃຊ້ອໍານາດເກີນຂອບເຂດ ຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລະເມີດກົດໝາຍ ວ່າດ້ວຍ ການເຂົ້າ-ອອກເມືອງ ຂອງ ສະຫະລັດ ອາເມລິກາ.
ນະໂຍບາຍຈໍາກັດ ວີຊາ ດັ່ງກ່າວແມ່ນ ລັດຖະບານ ສ.ອາເມລິກາ ໄດ້ປະກາດໃຊ້ແຕ່ວັນທີ 01 ມັງກອນ 2026 ເປັນຕົ້ນມາ, ເຊິ່ງສົ່ງຜົນກະທົບຕໍ່ຜູ້ສະໝັກຂໍວີຊາຈາກຫຼາຍປະເທດ ຢູ່ ອາເມຣິກາລາຕິນ, ອາຊີໃຕ້, ອາຊຽນ (ໄທ, ມຽນມາ, ກຳປູເຈຍ, ລາວ) ແລະ ອີກຫຼາຍປະເທດ ຢູ່ ອາຟຣິກາ ແລະ ຕາເວັນອອກກາງ ໂດຍອ້າງເຫດຜົນວ່າ ພົນລະເມືອງຂອງບັນດາປະເທດເຫຼົ່ານັ້ນ ທີ່ຈະເຂົ້າມາອາໄສຢູ່ຢ່າງຖາວອນ ອາດຈະກາຍເປັນພາລະ ແລະ ມາສວຍໃຊ້ສະຫວັດດີການຂອງລັດ (Public Charge) ຊຶ່ງຈະເປັນການສິ້ນເປືອງງົບປະມານ. ປັດຈຸບັນ, ກະຊວງການຕ່າງປະເທດ ສ.ອາເມລິກາ ຍັງບໍ່ທັນສະແດງທັດສະນະທາງການ ແລະ ຍັງບໍ່ໄດ້ເປີດເຜີຍວ່າ ຈະຍື່ນຄໍາອຸທອນ ຕໍ່ຄໍາຕັດສິນດັ່ງກ່າວ ຫຼື ບໍ່?
ຄໍາຕັດສິນ ຂອງ ສານລັດຖະບານກາງ ສ.ອາເມລິກາ ໃນຄັ້ງນີ້ ບໍ່ແມ່ນການອະນຸມັດວີຊາໃຫ້ແກ່ທຸກຄົນ ຈາກ 75 ປະເທດ ໂດຍອັດຕະໂນມັດ, ແຕ່ເປັນການສັ່ງໃຫ້ຍົກເລີກນະໂຍບາຍການປະເມີນແບບກວມລວມ ຕາມສັນຊາດ ຊຶ່ງການພິຈາລະນາຍັງຕ້ອງໄດ້ຜ່ານການປະເມີນເປັນລາຍບຸກຄົນ ໂດຍເຈົ້າໜ້າທີ່ກົງສຸນ ຕາມລະບຽບການ ຂອງ ສ.ອາເມລິກາ. ພ້ອມດຽວກັນນີ້, ສຳລັບ ວີຊາຜູ້ຍົກຍ້າຍຖິ່ນຖານ ຫຼື ອາໄສຢູ່ຢ່າງຖາວອນ (Immigrant Visa) ທີ່ກວມເອົາ ວີຊາສຳລັບພີ່ນ້ອງໃກ້ຊິດ (ຜົວ, ເມຍ, ລູກ, ພໍ່, ແມ່, ແລະ ອື່ນໆ) ຂອງ ພົນລະເມືອງ ສ.ອາເມລິກາ (Citizen) ຫຼື ຜູ້ອາໄສຢູ່ຢ່າງຖາວອນ (ຜູ້ຖືບັດຂຽວ/Green Card), ວີຊາແຮງງານ, ນັກຊ່ຽວຊານ, ນັກລົງທຶນ ແລະ ນັກທຸລະກິດ ແມ່ນສາມາດຍື່ນຄໍາຮ້ອງຂໍວີຊາໄດ້ ພາຍຫຼັງທີ່ມີຄຳຕັດສິນຂອງສານ. ແຕ່ເນື່ອງຈາກຍັງບໍ່ທັນມີທັດສະນະທາງການ ຈາກ ລັດຖະບານ ອາເມລິກາ ຈຶ່ງຍັງບໍ່ທັນມີຄວາມຈະແຈ້ງວ່າຄໍາຕັດສິນນີ້ ໃຊ້ໄດ້ຢ່າງເດັດຂາດແລ້ວບໍ່ ລວມທັງ ສປປ ລາວ ທີ່ນອນຢູ່ໃນ 19 ປະເທດ ທີ່ເຄີຍຖືກຈໍາກັດວີຊາ ເຕັມຮູບແບບ (Full Travel Ban) ກ່ອນໜ້ານີ້ ຫຼື ບໍ່? ສໍາລັບວີຊາເຂົ້າເມືອງຊົ່ວຄາວ (Non-Immigrant Visa) ເຊັ່ນ: ວີຊາ ຢ້ຽມຢາມ, ທ່ອງທ່ຽວ, ນັກຮຽນ/ນັກສຶກສາ ແລະ ໂຄງການແລກປ່ຽນນັ້ນ, ສປປ ລາວ ຍັງຖືກຈໍາກັດ ຢ່າງເຕັມຮູບແບບ (Fully Restricted) ນັບແຕ່ຕົ້ນປີ 2026 ເປັນຕົ້ນມາ.
ສະນັ້ນ, ພໍ່ແມ່ປະຊາຊົນລາວຄວນມີສະຕິ ແລະ ຄວນສືບຕໍ່ຕິດຕາມການແຈ້ງຢ່າງເປັນທາງການຂອງ ກະຊວງການຕ່າງປະເທດອາເມລິກາ ກ່ຽວກັບ ບັນຫາດັ່ງກ່າວ.

