ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຢູ່ຄະນະໂຄສະນາອົບຮົມູນກາງພັກ ໃນຕອນເຊົ້າ ຂອງວັນທີ 28 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຄອສພ, ພາຍໃຕ້ການເປັນປະທານ ສະຫາຍ ສາຄອນ ພົມມະລາດ ຄະນະປະຈຳພັກ, ປະທານກວດກາພັກ, ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ-ຮອງກົມ, ວິທະຍາກອນ ພ້ອມດ້ວຍສໍາມະນາກອນ ທີ່ເຮັດວຽກງານກວດກາ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ ຈໍານວນ 29 ທ່ານ, ຍິງ 8 ທ່ານ.

ພິທີປິດຊຸດຝຶກອົບຮົມຄັ້ງນີ້ ມີສະຫາຍ ສາຄອນ ພົມມະລາດ ຄະນະປະຈຳພັກ, ປະທານກວດກາ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະຮັບຜິດຊອບ, ວິທະຍາກອນຈາກຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ, ຕົວແທນຄະນະພັກຮາກຖານ, ໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ແລະ ນັກສຳມະນາກອນເຂົ້າຮ່ວມ ຈໍານວນ 29 ທ່ານ, ຍິງ 8 ທ່ານ. ຊຸດຝຶກອົບຮົມຄັ້ງນີ້ ໄດ້ປິດລົງຢ່າງເປັນທາງການ ຫຼັງຈາກດຳເນີນການຄົ້ນຄວ້າ, ຮ່ຳຮຽນ ແລະ ແລກປ່ຽນບົດຮຽນເປັນເວລາກວ່າ 10 ວັນ, ນັບແຕ່ວັນທີ 18-28 ສິງຫາ 2026.

ໃນໂອກາດນີ້, ສະຫາຍ ສາຄອນ ພົມມະລາດ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ນັກສຳມະນາກອນທີ່ມີຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ແລະ ປະຕິບັດລະບຽບການຢ່າງເຂັ້ມງວດ, ຈົນເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ປະສົບຜົນສຳເລັດຕາມຄາດໝາຍ. ພ້ອມນີ້ ຍັງໄດ້ສະແດງຄວາມຂອບໃຈຕໍ່ບັນດາວິທະຍາກອນ ທີ່ໄດ້ອຸທິດເຫື່ອແຮງ, ຄວາມຮູ້, ສະຕິປັນຍາ ແລະ ປະສົບການ ມາຖ່າຍທອດໃຫ້ແກ່ຜູ້ເຂົ້າຝຶກອົບຮົມ.
ຕະຫຼອດໄລຍະການຝຶກອົບຮົມ, ນັກສຳມະນາກອນໄດ້ຄົ້ນຄວ້າບົດຮຽນພື້ນຖານທີ່ສຳຄັນ 10 ບົດ ເຊັ່ນ: ຄວາມຮູ້ພື້ນຖານວຽກງານກວດກາພັກ; ການກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ; ການສ້າງເອກະສານ ແລະ ສຳນວນວຽກງານກວດກາ; ຈິດຕະສາດໃນວຽກງານກວດກາ; ລະບຽບວິໄນ; ການສືບສວນ-ສອບສວນ; ການຄົ້ນຄວ້າແກ້ໄຂຄຳຮ້ອງທຸກ; ການສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ; ວຽກງານກວດກາລັດ; ແລະ ການຕິດຕາມກວດກາໂຄງການລົງທຶນຂອງລັດແຕ່ຫົວທີ. ນອກຈາກການຟັງການບັນຍາຍແລ້ວ, ນັກສຳມະນາກອນຍັງໄດ້ຄົ້ນຄວ້າເປັນກຸ່ມ, ແລກປ່ຽນບົດຮຽນ ແລະ ແກ້ຂໍ້ຂ້ອງໃຈຮ່ວມກັນ, ເຮັດໃຫ້ການຮຽນຮູ້ບໍ່ຈຳກັດຢູ່ພຽງການຈື່ຈຳ ຫຼື ຮັບຮູ້ເທົ່ານັ້ນ, ແຕ່ເນັ້ນໜັກໃຫ້ສາມາດນຳຄວາມຮູ້ໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງ.

ສຳລັບທິດທາງຕໍ່ໜ້າ, ທ່ານ ສາຄອນ ພົມມະລາດ ຍັງໄດ້ເນັ້ນ 4 ດ້ານສຳຄັນ ຄື: ໜຶ່ງ, ໝູນໃຊ້ຄວາມຮູ້ທີ່ໄດ້ຝຶກອົບຮົມໃຫ້ກາຍເປັນແບບແຜນວິທີເຮັດວຽກທີ່ສອດຄ່ອງ; ສອງ, ຍຶດໝັ້ນລັກສະນະ “ປ້ອງກັນ ແລະ ສ້າງ” ເປັນຕົ້ນຕໍ; ສາມ, ຝຶກຝົນຮັກສາຄຸນສົມບັດ, ຈັນຍາບັນ ແລະ ຄວາມກ້າຫານຂອງຜູ້ເຮັດວຽກກວດກາ; ແລະ ສີ່, ເພີ່ມທະວີການກວດກາ, ຕິດຕາມການຈັດຕັ້ງຜົນຂະຫຍາຍມະຕິ ແລະ ແນວທາງຂອງພັກ.
ພ້ອມນີ້, ສະຫາຍໄດ້ເນັ້ນວ່າ ວຽກງານກວດກາແມ່ນອົງປະກອບສຳຄັນທີ່ຂາດບໍ່ໄດ້ໃນການນຳພາຂອງພັກ ໂດຍການກວດກາບໍ່ແມ່ນການ “ຈັບຜິດ” ຫຼື “ຊອກຫາເລື່ອງ”, ແຕ່ແມ່ນການກວດຄົນ, ກວດວຽກ, ກວດລະບຽບ ແລະ ກວດຄວາມຮັບຜິດຊອບ ເພື່ອສ້າງ, ແກ້ໄຂ, ປ້ອງກັນ ແລະ ເຮັດໃຫ້ອົງການພັກມີຄວາມໂປ່ງໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
ໃນພິທີດັ່ງກ່າວຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ແລະ ປະກາດປິດຊຸດຝຶກອົບຮົມວຽກງານກວດກາ ປະຈຳປີ 2026 ຢ່າງເປັນທາງການ.


