ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດປະທານ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເດີນທາງລົງເຄື່ອນໄຫວຕິດຕາມເບິ່ງສະພາບນໍ້າຖ້ວມຢູ່ ແຂວງຫຼວງນໍ້າທາ

Aug 31, 2026

ວັນທີ 31 ສິງຫາ 2026 ທ່ານ ພົນເອກ ຄຳລຽງ ອຸທະໄກສອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນປະທານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເດີນທາງລົງເຄື່ອນໄຫວຕິດຕາມ ເບິ່ງສະພາບນໍ້າຖ້ວມ ແລະ ໃຫ້ທິດຊີ້ນຳການແກ້ໄຂໄພພິບັດຢູ່ ແຂວງຫຼວງນໍ້າທາ, ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ຢູ່ທີສະໝາມບິນ ກອງບັນຊາການທະຫານແຂວງຫຼວງນໍ້າທາ. ໂອກາດນີ້ດັ່ງກາວ ພົນໂທ ທ່ານ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍ່ໄດ້ການລາຍງານສະພາບນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ໃຫ້ທ່ານ ຮອງນາຍົກລັດຖະມົນຕີຊາບ, ເຊິ່ງທ່ານໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ພ້ອມດ້ວຍຄະນະໃນຄັ້ງນີ້ ແມ່ນສະແດງເຖິງຄວາມເປັນຫ່ວງເປັນໃຍຂອງຂັ້ນເທິງ, ກໍ່ຄືຄວາມເປັນຫ່ວງເປັນໃຍຂອງ ທ່ານເອງ ຕໍ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 28-30 ສິງຫາ ໄດ້ມີຝົນຕົກໜັກຢູ່ແຂວງຫຼວງນ້ຳທາ ເຮັດໃຫ້ມີສະພາບນ້ຳຊຸ, ນ້ຳຖ້ວມໜັກຢູ່ຫຼາຍບ້ານພາຍໃນແຂວງ, ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ໂຮງຮຽນ ມສ ຊົນເຜົ່າໂຮງຮຽນ ມສ ນາເຕີຍ, ເສັ້ນທາງຫຼາຍສາຍຖືກຕັດຂາດ, ເຂດການຜະລິດ, ເຮືອນຊານ, ຊັບສິນ ຂອງປະຊາຊົນ, ມີ 2 ເມືອງທີ່ຖືກຜົນກະທົບ ຄື: ເມືອງຫຼວງນໍ້າທາ ຈໍານວນ 33 ບ້ານ, 2,463 ຫຼັງຄາເຮືອນ ແລະ ເມືອງ ນາແລ 21 ບ້ານ, ເຊິ່ງໄດ້ຮັບຜົນເສຍຫາຍເປັນຈໍານວນຫຼວງຫຼາຍ ທີ່ຍັງບໍ່ສາມາດປະເມີນມູນຄ່າໄດ້, ປັດຈຸບັນລະດັບນໍ້າແມ່ນຫຼຸດລົງ ແຕ່ຍັງມີນໍ້າຖ້ວມຂັງຢູ່ຫຼາຍພື້ນທີ່ ຕ້ອງໄດ້ສືບຕໍ່ເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ສິດ ຍ້ອນວ່າຝົນຍັງຕົກຢ່າງຕໍ່ເນື່ອງ.

ຕໍ່ກັບບັນຫາດັ່ງກ່າວການນໍາຂອງແຂວງ ໄດ້ຊີ້ນໍາບັນດາຂະແໜງການກ່ຽວຂ້ອງ, ບັນດາເມືອງ ແລະ ປຸກລະດົມ ທຸກພາກສ່ວນໃນສັງຄົມ ເຂົ້າຊ່ວຍເຫຼືອປະຊາຊົນ ແລະ ຍົກຍ້າຍ ອອກຈາກພື້ນທີ່ ທີ່ມີຄວາມສ່ຽງ ໄປຢູ່ສູນຮັບຕ້ອນຜູ້ປະສົບໄພທີ່ແຂວງ ໄດ້ຈັດສັນໄວ້ ເຊິ່ງມີຈໍານວນ 6 ຈຸດ, ພ້ອມທັງໂຄສະນາ ໃຫ້ພໍ່ແມ່ປະຊາຊົນ ແລະ ສັງຄົມຍົກສູງສະຕິລະວັງຕົວ ແລະ ກະກຽມຮັບມື ແກ້ໄຂຜົນກະທົບທີ່ເກີດຂຶ້ນ ແລະ ອາດຈະເກີດຂຶ້ນໃນຕໍ່ໜ້າ.ພາຍຫຼັງທີ່ໄດ້ປະກາດແຂວງຫຼວງນໍ້າທາ ເປັນເຂດປະສົບໄພພິບັດ ແຂວງໄດ້ນໍາໃຊ້ 02 ກໍາລັງ ປກສ ປກຊ ຍົກຍ້າຍປະຊາຊົນ, ຊັບສິນໄປໄວ້ບ່ອນປອດໄພ, ໄດ້ຊ່ວຍນໍ້າດື່ມນໍ້າໃຊ້, ອາຫານແຫ້ງ, ​ເຄື່ອງອຸປະໂພກ-ບໍລິໂພກໃຫ້ບັນດາບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ໄດ້ລະດົມກຳລັງປກຊ, ປກສ, ຊາວໜູ່ມອາສາສະໝັກ ເພື່ອຊ່ວຍປະຊາຊົນທໍາຄວາມສະອາດເຮືອນ.ຈະເລັ່ງການເກັບກໍາຂໍ້ມູນຜົນເສຍຫາຍຈາກນໍ້າຖ້ວມໃຫ້ໄວ ເທົ່າທີ່ຈະໄວໄດ້. ປັດຈຸບັນແຂວຫຼວງນໍ້າທາຕ້ອງການເຂົ້າສານ, ອາຫານແຫ້ງ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ປະຈໍາວັນທີ່ຈໍາເປັນ ເຄື່ອງນຸ່ງຫົ່ມ. ຈາກນັ້ນກໍ່ໄດ້ພ້ອມກັນປືກສາຫາລືເພື່ອຊອກຫາສາເຫດການເກີດໄພພິບັດນໍ້າຖ້ວມໃນຄັ້ງນີ້, ນະໂຍບາຍຕ່າງໆຕໍ່ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ແລະ ທ່ານ ຮອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ຮຽກຮ້ອງໃຫ້ການນຳແຂວງຈົ່ງພ້ອມກັນເອົາໃຈໃສ່ຟື້ນຟູສະພາບການເປັນຢູ່ຂອງປະຊາຊົນເປັນຕົ້ນແມ່ນ ຖະໜົນຫົນທາງ, ເຮືອນຊານບ້ານຊ່ອງ, ໄຮ່ນາ, ຮົ້ວສວນຂອງປະຊາຊົນ.