ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມຄືບໜ້າ ແລະ ການຟື້ນຟູ ພາຍຫຼັງນ້ຳຖ້ວມ

Aug 31, 2026

ວັນທີ 31 ສິງຫາ 2026 ພາຍຫຼັງທີ່ລະດັບນ້ຳໄດ້ບົກແຫ້ງລົງ, ເຈົ້າໜ້າທີ່ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ເລີ່ມລົງພື້ນທີ່ສໍາຫຼວດ ເພື່ອໃຫ້ການຊ່ວຍເຫຼືອສຸກເສີນ ແລະ ເກັບກຳຂໍ້ມູນຄວາມເສຍຫາຍໃນເບື້ອງຕົ້ນ, ຂອບເຂດ ແລະ ພື້ນທີ່ທີ່ໄດ້ຮັບຜົນກະທົບເມືອງຫຼວງນ້ຳທາ 33 ບ້ານ 2463 ຫລັງຄາ ແລະ ເມືອງນາແລ 21 ບ້ານ.

ສະພາບຄວາມເສຍຫາຍໃນປັດຈຸບັນ, ມູນຄ່າຄວາມເສຍຫາຍທາງດ້ານຊັບສິນ, ເຮືອນຊານ, ເນື້ອທີ່ການຜະລິດ ແລະ ໂຄງລ່າງພື້ນຖານ ຍັງບໍ່ທັນສາມາດປະເມີນໄດ້ ເນື່ອງຈາກຫຼາຍພື້ນທີ່ຂີ້ຕົມສູງ ແລະ ເສດຂີ້ເຫຍື້ອຍັງທັບຖົມ ລວມທັງບາງຈຸດການສື່ສານ ແລະ ເສັ້ນທາງສັນຈອນຍັງພົບຄວາມຫຍຸ້ງຍາກ
ວຽກງານເລັ່ງດ່ວນທີ່ກຳລັງຈັດຕັ້ງປະຕິບັດ ການອະນາໄມ ເຮືອນຊານ, ໂຮງຮຽນ, ໂຮງໝໍ, ແລະ ບຸກເບີກເສັ້ນທາງສັນຈອນ ເພື່ອໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະໂດຍໄວ, ການແຈກຢາຍເຄື່ອງບັນເທົາທຸກແມ່ນສຸມໃສ່ການແຈກຢາຍນ້ຳດື່ມບໍລິສຸດ, ອາຫານແຫ້ງ, ຢາປົວພະຍາດ, ແລະ ອຸປະກອນຮັບໃຊ້ທີ່ຈຳເປັນ, ການເຝົ້າລະວັງເລື່ອງສຸຂະພາບແມ່ນພະຍາດທີ່ມາຕາມນ້ຳຖ້ວມ ເຊັ່ນ: ພະຍາດຖອກທ້ອງ, ພະຍາດຜິວໜັງ ແລະ ພະຍາດໄຂ້ຍຸງ.
ຂໍ້ແນະນຳໃນການອະນາໄມ ແລະ ຟື້ນຟູເຮືອນຊານ ຄວາມປອດໄພກວດເຊັກລະບົບໄຟຟ້າ ແລະ
ເຄື່ອງໃຊ້ໄຟຟ້າທຸກຊະນິດໃຫ້ແຫ້ງສະນິດກ່ອນສຽບປັກ, ຫ້າມເປີດຄັດເອົາຖ້າພື້ນເຮືອນ ຫຼື ຝາເຮືອນຍັງມີຄວາມຊຸ່ມ, ການທຳຄວາມສະອາດ ແລະ ຂ້າເຊື້ອໃຫ້ຟ້າວນ້ຳລ້າງຂີ້ຕົມອອກຈາກເຮືອນໃນຂະນະທີ່ຕົມຍັງປຽກຢູ່, ໃຊ້ປະໂຫຍດຈາກນ້ຳຢາຂ້າເຊື້ອລ້າງພື້ນ ແລະ ຝາເຮືອນເພື່ອປ້ອງກັນເຊື້ອຣາ ແລະ ເຊື້ອແບັກທີເຣຍ, ເຄື່ອງອຸປະໂພກ-ບໍລິໂພກ ບໍ່ກິນອາຫານທີ່ເນົ່າເສຍ ຫຼື ເຄື່ອງກະປ໋ອງທີ່ບວມ/ຊຳຣຸດ, ຕົ້ມນ້ຳດື່ມໃຫ້ຟົດທຸກຄັ້ງກ່ອນດື່ມ.


ການເຝົ້າລະວັງ ແລະ ດູແລສຸຂະພາບເຊັ່ນ ພະຍາດຜິວໜັງ ແລະ ນ້ຳກັດຕີນ: ຫຼີກເວັ້ນການຍ່າງແຊ່ນ້ຳຂັງ ເມື່ອສຳພັດນ້ຳເປື້ອນໃຫ້ຟ້າວລ້າງຕີນ ມື ດ້ວຍນ້ຳສະອາດ ແລະ ໃສ່ສະບູ ເຊັດໃຫ້ແຫ້ງ, ພະຍາດໄຂ້ຍຸງລາຍ, ໄຂ້ເລືອດອອກ ອະນາໄມກຳຈັດນ້ຳຂັງອ້ອມເຮືອນ ເຊິ່ງເປັນບ່ອນເພາະພັນຂອງຍຸງ, ພະຍາດຖອກທ້ອງ ກິນອາຫານທີ່ປຸງສຸກໃໝ່ໆ ແລະ ລ້າງມືໃຫ້ສະອາດກ່ອນກິນອາຫານທຸກຄັ້ງ.
ການປະສາານງານ ແລະ ຂໍຄວາມຊ່ວຍເຫຼືອ ຫາກຕ້ອງການເຄື່ອງບັນເທົາທຸກ, ຢາປົວພະຍາດ, ຫຼື ຕ້ອງການຄວາມຊ່ວຍເຫຼືອສຸກເສີນ ໃນການບຸກເບີກພື້ນທີ່, ໃຫ້ຕິດຕໍ່ໂດຍກົງຫາ ອົງການປົກຄອງບ້ານ ຫຼື ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ທີ່ປະຈຳຢູ່ພື້ນທີ່, ສຳຜູ້ທີ່ຕ້ອງການບໍລິຈາກ ຫຼື ຂໍຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ໄດ້ທີ່ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ແຂວງ/ເມືອງ ຫຼວງນ້ຳທາ.