ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມ ຣາຊະອານາຈັກໄທ

Sep 10, 2026

ໃນຕອນເຊົ້າວັນທີ 09 ກັນຍາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ອະດຸນ ບຸນທໍາຈະເຣີນ, ລັດຖະມົນຕີວ່າການກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 30 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນສອງຊາດ ກໍ່ຄືສອງກອງທັບ ລາວ-ໄທ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມນີ້, ໄດ້ສະເໜີໃຫ້ສອງກອງທັບ ລາວ-ໄທ ສຶບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ດ້ວຍການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ໃຫ້ເປັນປົກກະຕິ, ມີການແລກປ່ຽນບົດຮຽນ ແລະ ປະສົບການທາງດ້ານຕ່າງໆ ເຊິ່ງກັນ ແລະ ກັນ ໂດຍສະເພາະ ໃນຂົງເຂດວຽກງານ ສ້າງພະລາທິການຮັບໃຊ້ກອງທັບ; ສືບຕໍ່ປະສານສົມທົບ ໃນການສະກັດກັ້ນການສ້າງຄວາມບໍ່ສະຫງົບຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ ໂດຍສະເພາະ ສະກັດກັ້ນການລັກລອບ ເຂົ້າເມືອງຜິດກົດໝາຍ, ອາຊະຍາກຳຂ້າມຊາດ, ອາດສະຍາກຳທາງໂທລະຄົມມະນາຄົມ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຂົນສົ່ງ ແລະ ຄ້າຂາຍສິ່ງເສບຕິດ ໂດຍປະສານກັນຜ່ານທາງການທູດ ແລະ ທຸກກົນໄກທີ່ມີຢູ່ໃນປັດຈຸບັນ ເພື່ອປະຕິບັດໜ້າທີ່ຢ່າງມີປະສິດທິຜົນ. ໃຫ້ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄທ ລາວ-ໄທ, ໄທ-ລາວ ສືບຕໍ່ພົບປະກັນຕາມກົນໄກການຮ່ວມມື, ກໍ່ຄືທຸກໆກົນໄກແຕ່ລະຂັ້ນໃຫ້ດໍາເນີນການຢ່າງມີປະສິດຕິຜົນ; ສືບຕໍ່ຊຸກຍູ້, ສະໜັບສະໜູນການປັກຫຼັກໝາຍຊາຍແດນຈຸດທີ່ຍັງຄົງຄ້າງໃຫ້ມີຄວາມຄືບໜ້າເປັນກ້າວໆ ເພື່ອປ້ອງກັນບັນຫາທີ່ເປັນຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີສວຍໃຊ້ຈຸດທີ່ຍັງຄົງຄ້າງເຄື່ອນໄຫວກໍ່ຄວາມບໍ່ສະຫງົບຕາມບໍລິເວນຊາຍແດນຂອງສອງປະເທດ. ນອກນັ້ນ ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

ໂອກາດດັ່ງກ່າວ, ລັດຖະມົນຕີວ່າການກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ; ພ້ອມທັງ ສະແດງຄວາມໝັ້ນໝາຍ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດ ກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເພື່ອຮ່ວມກັນແກ້ໄຂບັນຫາຄົງຄ້າງຕ່າງໆ, ແລກປ່ຽນບົດຮຽນ ແລະ ນໍາເອົາທິດຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຮູບປະທຳ, ປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມື ໄທ-ລາວ ໃຫ້ເກີດດອກອອກຜົນຫຼາຍຂຶ້ນ. ນອກນັ້ນ ຍັງໄດ້ກ່າວສະແດງຄວາມເສຍໃຈ ຕໍ່ການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ, ອາດີດປະທານສະພາແຫ່ງຊາດລາວ.

ພາບ-ຂ່າວ: ກົມປະຊາສຳພັນ, ຫສນຍ.