ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

Sep 10, 2026

ຕອນເຊົ້າຂອງວັນທີ 9 ກັນຍາ 2026 ນີ້, ຄະນະກຳມະການຈັດງານບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນ 9 ປະຈຳປີ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ, ມີ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດິດການນຳຂັ້ນສູນກາງ-ແຂວງ, ນະຄອນ ຫຼວງພະບາງ, ບັນດາເມືອງ, ແຂກຮັບເຊີນ, ລວມທັງມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ. ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ປະທານຈັດງານບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນ 9 ປະຈຳປີ 2026 ຢູ່ນະຄອນ ຫຼວງພະບາງ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ງານໂລະລາດໃນບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ເປັນບຸນປະເພນີທີ່ສືບທອດກັນມາຫຼາຍເຊັ່ນຄົນ ໂດຍມີບັນດາພໍ່ຄ້າ-ແມ່ຄ້າ ທັງພາຍໃນ ແລະຕ່າງແຂວງ ໄດ້ນຳເອົາສິນຄ້າຜະລິດຕະພັນສີໄມ້ລາຍມື, ສິນຄ້າກະສິກຳ ແລະອາຫານ-ການກິນຫຼາຍຢ່າງ ມາວາງຂາຍ, ເພື່ອໃຫ້ມວນຊົນໄດ້ນຳໄປປະກອບພິທີທາງສາສະໜາ ແລະຮັບປະທານ ທັງໃຊ້ສອຍ, ນອກນັ້ນ ຈະໄດ້ຈັດງານບຸນຊ່ວງເຮືອປະເພນີ ເຊິ່ງໃນປີນີ້ ຄະນະກຳມະການຈັດງານບຸນ ໄດ້ເປີດກວ້າງການຈັດງານ ບົນພື້ນຖານການກຳນົດລະບຽບ-ຫຼັກການແຂ່ງຂັນ ເພື່ອເປັນການອານຸລັກປະເພນີອັນດີງາມ ທີ່ຊາວຫຼວງພະບາງໄດ້ສືບທອດກັນມາແຕ່ດົນນານ.
May be an image of one or more people May be an image of one or more people and text
May be an image of one or more people No photo description available.
May be an image of one or more people, wind chime and text No photo description available.
ການໂລະລາດຄັ້ງນີ້ ການນຳທີ່ເຂົ້າຮ່ວມ ໄດ້ຍ່າງຊົມການວາງຂາຍສິນຄ້າ ແລະຮ່ວມຕັດແຖບຜ້າ-ລັ່ນຄ້ອງ 9 ບາດ ເພື່ອເປີດງານຢ່າງເປັນທາງການ. ເຊີ່ງງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໂອກາດບຸນຫໍ່ເຂົ້າປະດັບດິນໃນປີນີ້ ຄະນະຮັບຜິດຊອບໄດ້ກຳນົດເອົາຖະໜົນສີສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູມຄ້ອງ (ໜ້າຫໍພຣະບາງ) ຫາ 3 ແຍກ ເດີ່ນທາດຫຼວງ, ໂດຍມີ ບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າກະສິກຳ ແລະຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະໝາກໄມ້ນາໆຊະນິດ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ. ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນການເຮັດເຂົ້າຫໍ່ໂປ້ ຫຼື ຫໍ່ເຂົ້າປະດັບດິນ ເພື່ອປະກອບພິທີໃນມື້ບຸນຫໍ່ເຂົ້າປະດັບດິນ, ສ່ວນມື້ແຮມ 14 ຄໍ່າ ເດືອນ 9 ລາວ ກົງກັບ ວັນທີ 11 ກັນຍາ 2026 ເຊີ່ງເປັນມື້ບຸນຫໍ່ເຂົ້າປະດັບດິນ, ເລີ້ມແຕ່ ເວລາ 6 ໂມງເຊົ້າ ການນໍາພັກ-ລັດ ຈະໄດ້ຮ່ວມກັນໃສ່ບາດແດ່ພຣະສົງ ສາມະເນນ ທີ່ໜ້າວັດແສນສຸຂາຣາມ ແລະມວນຊົນຊາວພຸດທະສາສະນິກະຊົນ ຈະຮ່ວມໃສ່ບາດ ຖວາຍເຄື່ອງວັດຖຸທານຢູ່ຕາມວັດວາອາຣາມແຕ່ລະແຫ່ງ, ຈາກນັ້ນ ຈະໄດ້ເຕົ້າໂຮມແຂກ-ມວນຊົນ ແລະເຮືອຊ່ວງທີ່ເຂົ້າຮ່ວມແຂ່ງຂັນ ທີ່ຜາມໄຊເຮືອຊ່ວງແຄມນ້ຳຄານ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ ແລະດຳເນີນການຊ່ວງເຮືອຕະຫຼອດວັນ.
May be an image of fruit and longan May be an image of one or more people
May be an image of flower and text May be an image of text
May be an image of watermelon No photo description available.
May be an image of one or more people No photo description available.
May be an image of one or more people, crowd and text May be an image of one or more people and text that says 'PHIT) 7 THINK GAEEN BEGREEN'
ຂ່າວ-ພາບ: ອາພຸດເດດ ບຸບຜາ