ໃນວັນທີ 14 ກັນຍາ 2026, ທີ່ ນະຄອນຫຼວງວຽງຈັນ, ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3 rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານ ແລະ ເຈົ້າພາບໂດຍ ລັດຖະບານແຫ່ງ ສປປ ລາວ, ພາຍໃຕ້ຫົວຂໍ້“ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munitions).

ໃນພິທີໄຂທາງການຂອງກອງປະຊຸມ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຂຶ້ນ
ກ່າວເປີດກອງປະຊຸມໂດຍມີຄະນະຜູ້ແທນຈາກບັນດາປະເທດລັດພາຄີ, ອົງການຈັດຕັ້ງສາກົນ, ບັນດາປະເທດຜູ້ສັງເກດການ ແລະ ຜູ້ເຂົ້າຮ່ວມຈາກພາຍໃນ ແລະ ວົງຄະນະຍາດສາກົນ ຫຼາຍກວ່າ 800 ທ່ານ.
ກອງປະຊຸມໃນຄັ້ງນີ້ຖືເປັນ “ການກັບຄືນສູ່ບ້ານຂອງ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ”
(CCM Homecoming), ເນື່ອງຈາກ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ກອງປະຊຸມລັດພາຄີຄັ້ງທໍາອິດ (First Meeting of State Parties) ໃນປີ 2010. ການໄດ້ຮັບຄວາມໄວ້ວາງໃຈຈາກວົງຄະນາຍາດສາກົນໃຫ້ເປັນປະທານ ແລະ ເຈົ້າພາບອີກຄັ້ງໜຶ່ງຂອງ ສປປ ລາວ ເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຂອງປະຊາຄົມໂລກ ຕໍ່ບົດບາດນຳພາຂອງ ສປປ ລາວ ໃນຂະບວນສ້າງສົນທິສັນຍາສາກົນດັ່ງກ່າວ.

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງເຖິງຄວາມພາກພູມໃຈ ຂອງລັດຖະບານ ແລະ ປະຊາຊົນ ສປປ ລາວ ທີ່ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມສາກົນຄັ້ງສຳຄັນນີ້ອີກເທື່ອໜຶ່ງ, ທີ່ມີຄວາມສໍາຄັນດ້ານ ປະຫວັດສາດສໍາລັບ ສປປ ລາວ ແລະ ຍັງເປັນໂອກາດໃຫ້ບັນດາລັດພາຄີຮ່ວມກັນທົບທວນຄືນໝາກຜົນຂອງການຈັດຕັ້ງຜັນຂະຫຍາຍພັນທະພາຍໃຕ້ສົນທີສັນຍາດັ່ງກ່າວ ເພື່ອເປັນພື້ນຖານໃນການກໍານົດແຜນປະຕິບັດງານ ທີ່ເປັນບູລິມະສິດ ແລະ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດຮ້າຍແຮງນີ້ ໃຫ້ໝົດສິ້ນຢ່າງຖາວອນ. ທ່ານຍັງໄດ້ເນັ້ນຕື່ມວ່າ ໃນທ່າມກາງທີ່ສະພາບການສາກົນ ພວມຜັນແປໄປຢ່າງໄວວາ, ໂດຍສະເພາະສົງຄາມ ແລະ ຂໍ້ຂັດແຍ່ງດ້ານກຳລັງອາວຸດທີ່ພວມເກີດຂຶ້ນຢູ່ຫຼາຍພາກພື້ນໃນໂລກ, ເປົ້າຫມາຍ ແລະ ຄຸນຄ່າຂອງສົນທິສັນຍາສາກົນຂອງພວກເຮົາແມ່ນພວມຖືກທົດສອບ. ບົດຮຽນຂອງ ຂອງ ສປປ ລາວ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ການນໍາໃຊ້ອາວຸດທີ່ຮ້າຍແຮງໃນມື້ນັ້ນ ໄດ້ສົ່ງຜົນກະທົບທີ່ຍາວນານມາສູ່ຄົນອີກຫຼາຍຮຸ່ນຄົນໃນປັດຈຸບັນ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຄົມໂລກ ຍົກສູງຄວາມຮັບຜິດຊອບດ້ານມະນຸດສະທຳຮ່ວມກັນ ເພື່ອບໍ່ໃຫ້ມີປະເທດໃດຕ້ອງປະເຊີນກັບສະຕາກຳຄືກັບ ສປປ ລາວ
ຕື່ມອີກ.

ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ CCM ໄດ້ຮັບຮອງເອົາ ຢູ່ທີ່ ນະຄອນດັບລິນ, ປະເທດອຽກລັງ, ໃນປີ 2008 ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການໃນປີ 2010. ປັດຈຸບັນມີປະເທດເປັນລັດພາຄີ ແລະ ລົງນາມ ທັງໝົດ 124 ປະເທດ. ກອງປະຊຸມທົບທວນສົນທິສັນຍາ ຄັ້ງທີ 3 ນີ້ຈັດຂຶ້ນໃນໄລຍະ 5 ວັນ, ນັບແຕ່ວັນທີ 14 ຫາ 18 ກັນຍາ 2026, ເພື່ອທົບທວນຄືນຄວາມຄືບໜ້າໃນ 5 ປີຜ່ານມາ ພ້ອມທັງກຳນົດທິດທາງ ແລະ ບູລິມະສິດໃໝ່ ໃຫ້ແກ່ສົນທິສັນຍາ, ເຊິ່ງມີກອງປະຊຸມປິ່ນອ້ອມ ແລະ ການວາງສະແດງໄປພ້ອມກັນ.


