ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ ເພື່ອສ້າງຄູ່ຮ່ວມຊະຕາກຳທີ່ເຂັ້ມແຂງ

Sep 16, 2026

ວັນທີ 14 ກັນຍາ 2026 ນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ຢ່າງເປັນທາງການ ໂດຍການຕ້ອນຮັບ ຂອງສະຫາຍ ພົນເອກ ຕົ໋ງຈຸນ ຄະນະກຳມະການສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ.

ພິທີ ຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ. ພາຍຫຼັງສຳເລັດພິທີຕ້ອນຮັບ ໄດ້ມີການພົບປະແລກປ່ຽນສອງຝ່າຍ ເຊິ່ງໄດ້ແຈ້ງສະພາບການໃຫ້ກັນຊາບ ກ່ຽວກັບການຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ. ການພົບປະຄັ້ງນີ້ ຈັດຂຶ້ນໃນທ່າມກາງ ທີ່ສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ລາວ-ຈີນ ພວມຂະຫຍາຍຕົວດີຢ່າງຍິ່ງ ແລະ ຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ ໂດຍສະເພາະ ພາຍຫຼັງການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ໃນຕົ້ນເດືອນມິຖຸນາ 2026 ນີ້, ການນໍາສູງສຸດ ຂອງສອງຝ່າຍ ໄດ້ເອກະພາບກັນກໍານົດທິດທາງຍຸດທະສາດ ແລະ ໄດ້ອອກ “ຖະແຫຼງການຮ່ວມ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່” ເຊິ່ງເປັນການຍົກລະດັບການພົວພັນ, ກໍານົດທິດທາງຮ່ວມມືຮອບດ້ານ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊະຕາກໍາສະບັບໃໝ່ ໃຫ້ປະກົດຜົນເປັນຈິງ.

ການພົບປະໃນຄັ້ງນີ້, ຈະເປັນການປະກອບສ່ວນຊຸກຍູ້ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນອະນຸສັນຍາຮ່ວມມືໃນຂົງເຂດຕ່າງໆ. ກອງທັບປະຊາຊົນລາວ ພ້ອມທີ່ຈະຮ່ວມມືກັບ ກອງທັບປົດປ່ອຍປະຊາຊົນຈີນ ໃນທຸກໆຂົງເຂດ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຮັກແພງອັນສະໜິດແໜ້ນ ແລະ ການຮ່ວມມືຍຸດທະສາດຮອບດ້ານ ຂອງສອງຊາດ ກໍຄືສອງກອງທັບ ລາວ-ຈີນ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ. ນອກນັ້ນ, ກອງທັບປະຊາຊົນລາວ ຈະສືບຕໍ່ແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ, ການກໍ່ສ້າງບຸກຄະລາກອນ, ປັບປຸງກົນໄກວຽກງານການຮ່ວມມືດ້ານປ້ອງກັນຊາຍແດນ, ວຽກງານການເມືອງ ແລະ ວຽກງານການແພດ. ສ່ວນກອງທັບປົດປ່ອຍປະຊາຊົນຈີນ ເຫັນດີຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານການທະຫານ, ດ້ານການແພດ, ວຽກງານກໍ່ສ້າງນາຍທະຫານຢູ່ວິທະຍາຄານຕ່າງໆ ແກ່ກອງທັບປະຊາຊົນລາວ, ສືບຕໍ່ແລກປ່ຽນບົດຮຽນໃນຂົງເຂດວຽກງານຊາຍແດນ, ເສດຖະກິດ-ການຄ້າ ແລະ ອື່ນໆ ທີ່ທັງສອງຝ່າຍໄດ້ມີການຮ່ວມມືກັນ.

ຈາກນັ້ນ, ສອງຝ່າຍໄດ້ເຊັນບົດບັນທຶກການຮ່ວມມື ເຊິ່ງຕາງໜ້າຝ່າຍລາວ ໂດຍ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຈີນ ໂດຍສະຫາຍ ພົນຕີ ຈ່າງສື້ອີ໋ ຮັກສາການຫົວໜ້າຫ້ອງການຮ່ວມມືການທະຫານສາກົນ ແຫ່ງ ສປ ຈີນ.
ໂດຍ: ໄກ່ນ໋ອດ ເລັດນະຄອນ